ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງນ້ຳທາ

    ໃນວັນທີ 19 ກຸມພາ 2022 ທີ່ຜ່ານມາ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນມາ ພັນດາວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,ເປັນກຽດເຂົ້າຮ່ວມມີ ທ່ານ ພົມມະສຸກ ວິໄລກຸນ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງ, ພະນັກງານຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງຫຼວງນ້ຳທາເຂົ້າຮ່ວມ

    ໃນພິທີ ທ່ານ ບຸນມາ ພັນດາວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ໄດ້ລາຍງານ ສະພາບການເຄື່ອນໄຫວ ວຽກງານໂຄສະນາອົບຮົມຂອງແຂວງ ແລະ ບາງຂອດຂອງການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມແຂວງທີ່ຍັງພົບຂໍ້ຫຍຸ້ງຍາກ ຈາກນັ້ນ ທັງສອງຝ່າຍກໍ່ໄດ້ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານທີ່ຍັງພົບຂໍ້ຫຍຸ້ງຍາກຂອງຄະນະໂຄສະນາອົບຮົມແຂວງ ພ້ອມກັນປຶກສາຫາລືແກ້ໄຂ ແລະ ວາງທິດທາງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມຂອງແຂວງໃນຕໍ່ໜ້າມີການຫັນປ່ຽນດີຂື້ນ.

    ຈາກນັ້ນ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍີ່ງ ທີ່ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະໂຄສະຍາອົບຮົມແຂວງຫຼວງນ້ຳທາ,  ທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງວຽກງານໂຄສະນາອົບຮົມແຂວງທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ,  ປຶກສາຫາລືວຽກງານຈຸດສຸມ ເພື່ອພ້ອມກັນປັບປຸງວຽກງານໂຄສະນາອົບໃນໄລຍະໃໝ່ໃຫ້ດີກວ່າເກົ່າ ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດທີ່ຜ່ານມາຜັນຂະຫຍາຍໃຫ້ສອດຄ່ອງກັບວຽກງານຕົວຈິງ ແລະ ທ່ານ ຍັງໄດ້ເນັ້ນໜັກຕື່ມໃຫ້ພ້ອມກັນຝຶກອົບຮົມໃຫ້ພະນັກງານ ສະມາຊິກພັກດ້ານວຽກງານການເມືອງແນວຄິດ, ພ້ອມທັງເອົາໃຈໃສ່ຍົກລະດັບຄວາມຮູ້ດ້ານທິດສະດີ, ແນວຄິດປະທານໄກສອນ ພົມວິຫານ ເພື່ອຍົກສູງວຽກງານການເມືອງແນວຄິດໃນໄລຍະໃໝ່. ໃນຕອນທ້າຍພິທີຄະນະໂຄສະນາອົບຮົມສູນກາງພັກໄດ້ມອບຄອມພິວເຕີ ແລະ ເງິນຈຳນວນໜື່ງໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ເພື່ອຮັບໃຊ້ເຂົ້າໃນວຽກງານໂຄສະນາ