ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາພັກ ຮ່ວມກັບ ລັດວິສາຫະກິດໂຮງພິມແຫ່ງລັດ ສ້າງຂະບວນການແຂ່ງຂັນກິລາ.

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາພັກ

ຮ່ວມກັບ ລັດວິສາຫະກິດໂຮງພິມແຫ່ງລັດ ສ້າງຂະບວນການແຂ່ງຂັນກິລາ.

ຕອນບ່າຍ ຂອງວັນທີ 25 ກຸມພາ 2022 ທີ່ຜ່ານມານີ້ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາພັກ ຮ່ວມກັບ ລັດວິສາຫະກິດໂຮງພິມແຫ່ງລັດ ສ້າງຂະບວນແຂ່ງຂັນກິລາບານເຕະມິດຕະພາບ ຢູ່ທີ່ເດີ່ນກິລາບານເຕະເຟີຣາຣີ(Ferrari fc) ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດຄົບຮອບ 67 ປີ  ໃຫ້ເປັນຂວນການຟົດຟື້ນ, ທັງເປັນການອອກກຳລັງກາຍ ແລະ ເພື່ອສ້າງຄວາມສາມັກຄີອັນຮັກແພງລະຫວ່າງ ພະນັກງານກົມໂຄສະນາ ຄອສພ ກັບ ພະນັກງານລັດວິສາຫະກິດໂຮງແຫ່ງລັດ  ໃນໂອກາດດັ່ງກ່າວ ລັດວິສາຫະກິດໂຮງພິມແຫ່ງລັດຍັງໄດ້ມອບເຄື່ອງກິລາ ຈໍານວນ 27 ຊຸດ ໃຫ້ກົມໂຄສະນາ ເພື່ອນໍາໃຊ້ເຂົ້າໃນຂະບວນການກິລາຕື່ມອີກ.

ພາບ-ຂ່າວ: ເກດແກ້ວ ສໍສຸພັນ