ກົມຂໍ້ມູນຂ່າວສານ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ.

ກົມຂໍ້ມູນຂ່າວສານ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ.

     ໃນຕອນເຊົ້າວັນທີ 14 ມີນາ 2022 ກົມຂໍ້ມູນຂ່າວສານ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ ຫ້ອງອິນເຕີເນັດ ຊັ້ນ 3 ຂອງ ກົມຂໍ້ມູນຂ່າວສານ, ໃຫ້ກຽດຂຶ້ນເປີດຊຸດຝຶກອົບຮົມວຽກງານໄອທີໂດຍທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ; ເຂົ້າຮ່ວມມີ: ຫົວໜ້າພະແນກ, ຮອງພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ຄົນ.

     ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດຂຶ້ນກ່າວຈຸດປະສົງໃນການເປີດຊຸດຝຶກອົມວຽກງານໄອທີຄັ້ງນີ້ແມ່ນ ເພືື່ອບໍາລຸງຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານ-ລັດຖະກອນ ໃນການນໍາໃຊ້ເຕັັກນິກວິຊາການ ກ່ຽວກັບການນໍາໃຊ້ລະບົບຄອມພິວເຕີ ແລະ ເຄື່ອງມືເອເລັກໂຕຣນິກເຂົ້າໃນວຽກງານຕ່າງໆ ໃຫ້ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານວິຊາສະເພາະໃນໄລຍະໃໝ່, ພ້ອມທັງສ້າງໃຫ້ພະນັກງານພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າໃຈຢ່າງເລິກເຊິ່ງເຖິງບົດບາດຄວາມສໍາຄັນທາງດ້ານວຽກງານໄອທີ ໃຫ້ນັບມື້ນັບສູງຂຶ້ນ ແລະ ໄດ້ຮັບການພັດທະນາເທື່ອລະກ້າວ. ພ້ອມນັ້ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ ຄະນະຮັບຜິດຊອບ ແລະ ບັນດາອາຈານສອນ ພາຍໃນກົມຂໍ້ມູນຂ່າວສານ ທີ່ໄດ້ເອົາໃຈໃສ່ກະກຽມເນື້ອໃນບົດສອນ ແລະ ເອກກະສານດ້ານຕ່າງໆ ສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ສະແດງຄວາມຊົມເຊີຍມາຍັງບັນດານັກຝຶກອົບຮົມທີ່ມາຈາກບັນດາກົມ ພາຍໃນ ຄອສພ ຊື່ງລ້ວນແລ້ວແຕ່ເປັນຜູ້ທີ່ຫ້າວຫັນ ແລະ ມີພອນສະຫວັນທາງດ້ານໄອທີ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມຝຶກອົບຮົມຢ່າງພ້ອມພຽງ; ນອກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນທຸກຄົນພ້ອມກັນເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າສົນທະນາແລກປ່ຽນນໍາບັນດາອາຈານເພື່ອຍາດແຍ່ງຄວາມຮູ້ດັ່ງກ່າວນໍາມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນສູງສຸດ.

    ຊຸດຝຶກອົບຮົມຈະໄດ້ນໍາສະເໜີບາງບົດຮຽນທີ່ຈໍາເປັນເພື່ອໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ, ແລະ ຊຸດຝຶກອົບຮົມຈະໄດ້ດໍາເນີນເປັນເວລາ 5 ວັນ, ຊຶ່ງມີທັງໝົດ 5 ຫົວຂໍ້ດັ່ງລຸ່ມນີ້:
1. ວິທີການບໍາລຸງຮັກສາຄອມພິວເຕີ
2. ວິທີການຄົ້ນຫາຂໍ້ມູນທາງ internet
3. ການແກ້ໄຂ Virus Hidden ແລະ ວິທີ Download antivirus smadav
4. ການເກັບຮັກສາຂໍ້ມູນໄວ້ມນແຜ່ນ CD ແລະ DVD ດ້ວຍ program Nero Express
5. ການນໍາໃຊ້ Microsoft office word, Microsoft office Exel, Microsoft office Powerpoint.