ພິທີປິດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ.


ໃນຕອນເຊົ້າ ວັນທີ 18 ມີນາ 2022 ກົມຂໍ້ມູນຂ່າວສານ ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ຫ້ອງອິນເຕີເນັດ ຊັ້ນ 3, ໃຫ້ກຽດຂຶ້ນກ່າວປິດຊຸດຝຶກອົບຮົມວຽກງານໄອທີ ໂດຍ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ; ເຂົ້າຮ່ວມມີ: ນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ທ່ານ, ນັກວິທະນາກອນ ແລະ ຄະນະຮັບຜິດ ຊອບຊຸດຝຶກອົບຮົມ.
ໃນພິທີ ທ່ານ ນ. ອິດໄຊທອງ ສົມມະນີ ຕ່າງໜ້າຄະນະຮັບຜິດຊອບ ໄດ້ຂຶ້ນລາຍງານໂດຍຫຍໍ້ ໃນການຈັດຝຶກອົບຮົມຄັ້ງນີ້, ເຊີ່ງສາມາດສະຫຼຸບຕີລາຄາດ້ານດີ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂປັບປຸງໃນຕໍ່ໜ້າ ແລະ ບົດຮຽນທີ່ຖອດຖອນໄດ້. ຫຼັງຈາກນັ້ນ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນ ແລະ ກ່າວປິດຊຸດຝຶກອົບຮົມ ກ່ອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງບັນຝຶກອົບຮົມຄັ້ງນີ້ ແລະ ການປະກອບສ່ວນຂອງບັນດາອາຈານທີ່ຂຶ້ນຫ້ອງສອນ ແລະ ນັກສໍາມະນາກອນທັງໝົດ ທີ່ໄດ້ໃຫ້ຄວາມສໍາຄັນ ແລະ ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ຢ່າງສຸດກົກສຸດປາຍ; ພ້ອມນັ້ນ ທ່ານໄດ້ກເນັ້ນໜັກບາງບັນຫາທີ່ສໍາຄັນ ຕໍ່ນັກສໍາມະນາກອນທີ່ເຂົ້າຮ່ວມໃນຊຸດຝຶກອົບຮົມຄັ້ງນີ້ ຈົ່ງພ້ອມກັນນໍາເອົາບົດຮຽນທີ່ໄດ້ທີ່ໄດ້ຝຶກໃນຄັ້ງນີ້ ໄປສືບຕໍ່ຄົ້ນຄວ້າ ແລະ ໝູນໃຊ້ທິດສະດີຕົວຈິງທີ່ໄດ້ຝຶກມານັ້ນ ໄປໜູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃຫ້ເກີດປະສິດທິພາບ, ປະສິດທິຜົນສູງສຸດ ແລະ ມີບາດກ້າວຫັນປ່ຽນໃຫມ່.
ໃນຕອນທ້າຍຂອງພິທີໄດ້ມີການມອບໃບຢັ້ງຢືນໃນການຝຶກອົບຮົມວຽກງານໄອທີ ໃຫ້ແກ່ນັກສໍາມະນາກອນ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້.