ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄຳມ່ວນ

ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄຳມ່ວນ

ໃນວັນທີ 2 ມີນາ 2022 ທີ່ຜ່ານມາ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະໄດ້ສືບຕໍ່ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ຄະນະໂຄສະນາອົບຮົມແຂວງຄຳມ່ວນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສົມພົງ ວັນໄພທອງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນເຂົ້າຮ່ວມມີ ຮອງເຈົ້າແຂວງຄະນະປະຈຳພັກພັກແຂວງ ແລະ ພະນັກງານຈາກຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ສົມພົງ ວັນໄພທອງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ໄດ້ລາຍງານ ສະພາບການເຄື່ອນໄຫວ ວຽກງານໂຄສະນາອົບຮົມຂອງແຂວງກໍຄືການເຄື່ອນໄຫວເຮັດວຽກງານການເມືອງ-ແນວຄິດໃຫ້ແກ່ເປົ້າໝາຍຕ່າງໆ ແລະ ບາງຂອດຂອງການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມແຂວງທີ່ຍັງພົບຂໍ້ຫຍຸ້ງຍາກ ຈາກນັ້ນ ທັງສອງຝ່າຍກໍ່ໄດ້ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານທີ່ຍັງພົບຂໍ້ຫຍຸ້ງຍາກຂອງຄະນະໂຄສະນາອົບຮົມແຂວງ ພ້ອມກັນປຶກສາຫາລືແກ້ໄຂ ແລະ ວາງທິດທາງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມຂອງແຂວງໃນຕໍ່ໜ້າມີການຫັນປ່ຽນດີຂື້ນ.

ຈາກນັ້ນ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍີ່ງ ທີ່ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະໂຄສະຍາອົບຮົມແຂວງຄຳມ່ວນ,  ທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງວຽກງານໂຄສະນາອົບຮົມແຂວງທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ,  ປຶກສາຫາລືວຽກງານຈຸດສຸມ ເພື່ອພ້ອມກັນປັບປຸງວຽກງານໂຄສະນາອົບໃນໄລຍະໃໝ່ໃຫ້ດີກວ່າເກົ່າ ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດທີ່ຜ່ານມາຜັນຂະຫຍາຍໃຫ້ສອດຄ່ອງກັບວຽກງານຕົວຈິງ ແລະ ທ່ານ ຍັງໄດ້ເນັ້ນໜັກຕື່ມໃຫ້ພ້ອມກັນຝຶກອົບຮົມໃຫ້ພະນັກງານ ສະມາຊິກພັກດ້ານວຽກງານການເມືອງແນວຄິດ, ພ້ອມທັງເອົາໃຈໃສ່ຍົກລະດັບຄວາມຮູ້ດ້ານທິດສະດີ, ແນວຄິດປະທານໄກສອນ ພົມວິຫານ ເພື່ອຍົກສູງວຽກງານການເມືອງແນວຄິດໃນໄລຍະໃໝ່. ໃນຕອນທ້າຍພິທີຄະນະໂຄສະນາອົບຮົມສູນກາງພັກໄດ້ມອບເງິນຈຳນວນໜື່ງ ແລະ ປຶ້ມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ແກ່ຄະນະໂຄສະນາອົບຮົມແຂວງເພື່ອຮັບໃຊ້ເປັນຄູ່ມືໃນການໂຄສະນາສຶກສາອົບຮົມຕາມເປົ້າໝາຍຕ່າງໆໃນທົ່ວແຂວງ.