ພະນັກງານ ຄອສພ ຜູ້ເຮັດວຽກສື່ ເຂົ້າຮ່ວມຝຶກອົບຮົມສຳມະນາໃນຫົວຂໍ້ “ເຊື່ອມໂຍງສື່ແບບເກົ່າ-ແບບໃໝ່”

ພະນັກງານ ຄອສພ ຜູ້ເຮັດວຽກສື່

ເຂົ້າຮ່ວມຝຶກອົບຮົມສຳມະນາໃນຫົວຂໍ້ ເຊື່ອມໂຍງສື່ແບບເກົ່າ-ແບບໃໝ່

ໃນທີລະຫວ່າງວັນທີ 10-11 ມີນາ 2022 ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ວິທະຍຸສາກົນ ແຫ່ງປະເທດຈີນ CRI ປະຈຳລາວໄດ້ຈັດສຳມະນາໃນຫົວຂໍ້ “ເຊື່ອມໂຍງສື່ແບບເກົ່າ-ແບບໃໝ່” ຜ່ານລະບົບອອນລາຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ MO Xiaoling (ແສງແກ້ວ) ຫົວໜ້າວິທະຍຸສາກົນແຫ່ງ ປະເທດຈີນ (CRI) ປະຈຳລາວ ພ້ອມດ້ວຍ ນັກວິທະຍາກອນລະດັບຊ່ຽວຊານດ້ານຕ່າງໆ ເຂົ້າຮ່ວມມີ: ພະນັກງານ ຄອສພ, ບັນດາສື່ມວນຊົນ ແລະ ບັນດາຄະນະນໍາ ນັກຂ່າວຈາກສໍານັກຂ່າວ ທັງພາກລັດ, ເອກະຊົນ ຂັ້ນສູນກາງ ແລະ ທ້ອງຖິ່ນ.

ໃນພິທີ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານ ສຂລ ໃຫ້ຮູ້ວ່າ: ການຈັດສໍາມະນາຄັ້ງນີ້ ກໍ່ເພື່ອຍົກລະດັບວິຊາການ ແລະ ພັດທະນາຮູບການ ແລະ ເນື້ອໃນຂອງສື່ແບບໃໝ່ ເຊິ່ງຮ່ວມກັນປຶກສາຫາລືໃນຫົວຂໍ້ທີ່ສໍາຄັນຕ່າງໆ ທີ່ປິ່ນອ້ອມວຽກງານສື່ມວນຊົນໃນໄລຍະໃໝ່. ການສືບຕໍ່ປະຕິບັດຕາມແຜນການຮ່ວມມືປະຈໍາປີ 2021, ຄັ້ງທີ 1 ທີ່ຈັດຂຶ້ນຕາມຮູບແບບເວທີປຶກສາຫາລື ຕໍ່ມາເນື່ອງຈາກການລະບາດຂອງໂຄວິດ-19 ຈຶ່ງໄດ້ແກ່ຍາວມາເຖິງມື້ນີ້.

ການຝຶກອົບຮົມໃນຄັ້ງນີ້ ມີຫຼາຍຫົວຂໍ້ທີ່ສໍາຄັນ ຜ່ານການຝຶກອົບຮົມ ສຶກສາຮໍ່າຮຽນ ແລະ ແລກປ່ຽນກັນບົດຮຽນເຊິ່ງກັນແລະກັນນັ້ນ ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນ ກ່ຽວກັບວຽກງານການໂຄສະນາເຜີຍແຜ່ ແລະ ເຕັກໂນໂລຊີສື່ມ່ວນຊົນ; ໂດຍສະເພາະຮຽນຮູ້ວິທີການສໍາພາດບຸກຄົນ, ນິຕິບຸກຄົນ, ການວາງແຜນຖ່າຍລະຄອນສາລະຄະດີ, ຂັ້ນຕອນການຖ່າຍພາບ, ການປັບແສງຂອງພາບຖ່າຍ, ການຖ່າຍວິດີໂອ, ການຕັດຕໍ່ ແລະ ອອກແບບວິດີໂອ ດ້ວຍໂປຼແກຼມຕ່າງໆ ສາມາດເຫັນໄດ້ຂໍ້ດີຂອງສື່ທັນທີ່ສະໄໝ ທີ່ສອດຄ່ອງກັບປັດຈຸບັນ ສາມາດສ້າງການຫັນປ່ຽນໃໝ່ໃຫ້ແກ່ນັກຂ່າວ, ສື່ມວນຊົນຕ່າງໆ ໃນຖານະທີ່ເປັນກະບອກສຽງ ຂອງພັກ ຂອງລັດ ໃນອົງການສື່ມວນຊົນ ທີ່ປະກອບສ່ວນເຂົ້າໃນການໂຄສະນາ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ທີ່ວາງອອກໃຫ້ເຂົ້າເຖິງຊີວິດຕົວຈິງຂອງແຕ່ລະເປົ້າໝາຍ.