ພິທີປາຖະກະຖາສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ

ພິທີປາຖະກະຖາສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ

      ໃນຕອນເຊົ້າວັນທີ 10 ມີນາ 2022 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ(ຫຼັກ 6)ໄດ້ຈັດພິທີປາຖະກະຖາ ສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ໃຫ້ກຽດປາຖະກະຖາພ້ອມທັງເປັນປະທານ ໂດຍທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມມີ: ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຮອງລັດຖະມົນຕີກະຊວງ-ອົງການ, ບັນດາສື່ມວນຊົນ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

    ຈຸດປະສົງຂອງການປາຖະກະຖາຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບສະພາບການໃນປັດຈຸບັນ ໃຫ້ແກ່ຖັນແຖວພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ເພື່ອໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ເປົ້າໝາຍຕ່າງໆ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງໄປໃນທາງດຽວກັນ.

      ໃນພິທີ ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນສະພາບການພາກພື້ນ ແລະ ສາກົນທີ່ພົ້ນເດັ່ນທີ່ເກີດຂື້ນໃນປັດຈຸບັນ; ສະພາບການພາຍຫຼັງ​ສົງຄາມ​ເຢັນ​ຢຸດຕິ​ລົງ,​ ບັນດາຫຼັກການທູດທີ່ຖືກຕ້ອງ ເຊິ່ງເປັນນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ສປປ ລາວໃຫ້ຖືກຕ້ອງສອດຄ່ອງກັບ​ສະພາບ​ການ​ໂລກາ​ພິວັດ​ ແລະ​ ການເຊື່ອມ​ໂຍງ​ສາກົນ​ໃນປັດຈຸ​ບັນ; ບັນຫາການລະບາດຂອງພະຍາດໂຄວິດ-19, ບັນຫາວັກຊິນປ້ອງກັນໂຄວິດ, ບັນຫາການແບ່ງກຸ່ມກ້ອນ, ການແບ່ງຂົ້ວ ແລະ ບົດບາດ​ຂອງການ​ທູດທີ່ປະກອບສ່ວນ​ ​ເຂົ້າ​ໃນ​ຂະ​ບວນການສ້າງ​ສາຍ​ພົວພັນ​ຮ່ວມ​ມື, ສັນຕິພາບ, ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ, ກໍ່​ຄື​ຄວາມ​ພະຍາຍາມ​ລວມຂອງ​ປະຊາ​ຄົມ​ໂລກ ໃນ​ການ​ແກ້​ໄຂ​ບັນດາ​ບັນຫາທີ່ເກີດໃນ​ໂລກ ຊິ່ງທ່ານໄດ້ຍົກໃຫ້ເຫັນ  5 ບັນຫາທີ່ສຳຄັນທີ່ເກີດຂຶ້ນຢູ່ໃນປັດຈຸບັນນີ້ຄື:

  1. ສະພາບການພາກພື້ນ ແລະ ສາກົນທີ່ເກີດຂື້ນໃນປັດຈຸບັນ.
  2. ປັດໃຈຕົ້ນຕໍທີ່ພາໃຫ້ຄວາມເຄັງຕຶງເກີດຂຶ້ນໃນໂລກ.
  3. ການປະຕິບັດນະໂຍບາຍການຕ່າງປະເທດ ຂອງ ສປປ ລາວ ຫຼືວ່າທັດສະນະຕ່າງໆຂອງພັກເຮົາຕໍ່ກັບບັນດາບັນຫາທີ່ເກີດຂຶ້ນ.
  4. ຂໍ້ຂັດແຍ່ງລະຫວ່າງອູແກຣນ ແລະ ຣັດເຊຍ.
  5. ສະເໜີບາງຈຸດທີ່ຈະຕອ້ງໄດ້ເອົາໃຈໃສ່ໃນຕໍ່ໜ້າ ໂດຍສະເພາະ ການຕິດຕາມຂ່າວສານຜ່ານສື່ສັງຄົມອອນລາຍໃນປັດຈຸບັນ.

      ໃນຕອນທ້າຍພິທີ ປະທານ ໄດ້ເນັ້ນໜັກໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າໃຈເລິກເຊິ່ງເຖິງທັດສະນະຈຸດຢືນຂອງ ສປປ ລາວ ເຮົາ ແລະ ຈົ່ງມີຄວາມລະມັດລະວັງໃນການເຜີຍແຜ່ ຫຼື ເສບຂ່າວສານຕ່າງໆຈາກສື່ສັງຄົມອອນລາຍ ໂດຍສະເພາະຂ່າວສານທີ່ບິດເບືອນຄວາມເປັນຈິງ ແລະ ໃຫ້ບັນດາສະຫາຍຈົ່ງໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ສຶກສາອົບຮົມແນວຄິດຂອງປະຊາຊົນລາວ ໃຫ້ເຂົ້າໃຈ ແລະ ມີສ່ວນຮ່ວມໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບບັນດາປະເທດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.