ກົມຂໍ້ມູນຂ່າວສານຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.

ກົມຂໍ້ມູນຂ່າວສານຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.

    ໃນຕອນເຊົ້າຂອງວັນທີ 31 ມີນາ 2022 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ ຈຳນວນ 4 ຄົນ ທີ່ຫ້ອງປະຊຸມຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ.ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ມີ: ຜູ້ຕາງໜ້າຈາກກົມຈັດຕັ້ງ-ພະນັກງານ, ຜູ້ຕ່າງໜ້າຈາກຫ້ອງການ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການ ຂອງກົມຂໍ້ມູນຂ່າວສານທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີມອບໃບຢັ້ງຢືນ ທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກເຄືອຂ່າຍເອເລັກໂຕຣນິກ ໄດ້ຂື້ນຜ່ານບົດລາຍງານການລົງຝຶກງານ ຂອງ ນັກສຶກສາຝຶກງານທີ່ມາຈາກມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດທຳມະຊາດ ສາຂາພັດທະນາໂປຼແກຼມຄອມພິວເຕີ ເລີ່ມແຕ່ວັນທີ 01/02-31/03/2022 ຢູ່ກົມຂໍ້ມູນຂ່າວສານ (ພະແນກໂຄສະນາຜ່ານສື່ເອເລັກໂຕຣນິກ, ພະແນກເຄືອຂ່າຍເອເລັກໂຕຣນິກ ແລະ ພະແນກຫ້ອງສະໝຸດ ແລະ ສໍາເນົາ) ໂດຍນໍາໃຊ້ທິດສະດີທີ່ຮຽນມາເຂົ້າສູ່ການປະຕິບັດຕົວຈິງ ເຂົ້າໃນວຽກງານການສ້າງເວັບໄຊນຳໃຊ້ wordpress, ຕິດຕັ້ງເຊີເວີຈຳລອງ, ການນຳໃຊ້ໂປຣແກຣມ Photoshop ແລະ Indesign, ຮຽນຮູ້ລະບົບເຄືອຂ່າຍ(Network), ການລົງໂປຼແກຼມຕ່າງໆ, ວຽກງານປະຈຳວັນແຕ່ລະມື້ກວດສອບເວັບໄຊ, ແປງຄອມພີວເຕີ ແລະ ກວດກາອິນເຕີເນັດ ແລະ ແຈກຢາຍໜັງສືພິມ, ເອກະສານຕ່າງໆໃຫ້ແກ່ແຕ່ລະກົມ.

    ຫຼັງຈາກນັ້ນ ນັກສຶກສາຝຶກງານ ກໍ່ໄດ້ຂຶ້ນຜ່ານບົດລາຍງານຜົນສໍາເລັດ ຈຸດດີ, ຈຸດອ່ອນ ບົດຮຽນທີ່ຖອດຖອນໄດ້ຂອງ ການລົງຝຶກງານຕົວຈິງໃນໄລຍະເວລາ 2 ເດືອນທີ່ຜ່ານມາ.

    ໃນທ້າຍພິທີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີ ເຊີ່ງກ່ອນອຶ່ນທ່ານໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບແຕ່ລະພະແນກທີ່ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດໃນການລົງພາກປະຕິບັດຕົວຈິງຢູ່ແຕ່ລະພະແນກ ກ່ຽວກັບການນຳໃຊ້ເຂົ້າໃນວຽກງານຕົວຈິງ. ນອກນັ້ນ ທ່ານຍັງໄດ້ເນັ້ນໃຫ້ ບັນດານັກສຶກສາຝຶກງານຈົ່ງນໍາເອົາບົດຮຽນ, ຄວາມຮູ້ທີ່ໄດ້ມາຈາກການຝຶກງານຢູ່ ກົມຂໍ້ມູນຂ່າວສານ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ປະສົບຜົນສໍາເລັດ.