ກອງປະຊຸມປຶກສາຫາລື ເພື່ອກະກຽມໃຫ້ແກ່ການເຄື່ອນໄຫວກິດຈະກໍາ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022.

ກອງປະຊຸມປຶກສາຫາລື ເພື່ອກະກຽມໃຫ້ແກ່ການເຄື່ອນໄຫວກິດຈະກໍາ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022.

    ໃນຕອນເຊົ້າວັນທີ 01 ມີນາ 2022 ທີ່ຫ້ອງປະຊຸມຊັ້ນ 5 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມໃຫ້ແກ່ການເຄື່ອນໄຫວກິດຈະກໍາ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດ ນາມ ປີ 2022 ໃຫ້ກຽດເປັນປະທານໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ບັນດາຄະນະຮັບຜິດຊອບວຽກງານດ້ານຕ່າງໆ.

ຈຸດປະສົງຂອງກອງປະຊຸມເພື່ອປຶກສາຫາລືກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮັບປະກັນໃຫ້ແກ່ການສະ ເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ໃຫ້ໄດ້ຮັບຜົນສໍາເລັດຕາມແຜນການ ແລະ ເປົ້າໝາຍທີ່ວາງໄວ້ ເຊິ່ງກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຜ່ານແຜນການຈັດຕັ້ງປະຕິ ບັດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຄົບຮອບ 45 ປີ ( 18/7/1977-18/7/2022 ) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ( 05/09/1962 – 05/09/2022 ).

ເຊິ່ງກິດຈະກໍາ ແລະ ເນື້ອໃນສະເຫຼີມສະຫຼອງ ປະກອບມີ 10 ເນື້ອໃນຄື:

  • ສ້າງເອກະສານເພື່ອຈັດຕັ້ງໂຄສະນາປາຖະກະຖາ ກ່ຽວກັບສາຍພົວພັນລາວ-ຫວຽດນາມ ໃຫ້ແກ່ທຸກຂະແໜງການ ແລະ ທ້ອງຖິ່ນທົ່ວປະເທດ.
  • ຈັດຕັ້ງການໂຄສະນາປາຖະກະຖາ ແບບເຊິ່ງໜ້າ ແລະ ຜ່ານສຶ່ມວນຊົນ ຕິດພັນກັບການວາງສະແດງຮູບພາບ ເພື່ອສຶກສາອົບຮົມມູນເຊື້ອການພົວພັນລາວ-ຫວຽດນາມ ຢູ່ກະຊວງ-ອົງການ ແລະ ທ້ອງຖິ່ນທົ່ວປະເທດ.
  • ເຜີຍແຜ່ປຶ້ມປະຫວັດສາດສາຍພົວພັນພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ 1930-2007 (ສະບັບຄັດຫຍໍ້) ແລະ ຈັດພິມແລະຈຳໜ່າຍປຶ້ມຕາມຮອຍປະຫວັດສາດສືບສານມູນເຊື້ອບົນເສັ້ນທາງໂຮ່ຈີມິນໃນຜືນແຜ່ນດິນລາວ(ສະບັບພາສາລາວ ແລະ ສາພາຫວຽດນາມ)
  • ປຸກລະດົມຂະບວນການສຶກສາອົບຮົມແນວຄິດໃຫ້ແກ່ປະຊາຊົນລຽບຕາມຊາຍແດນ ໂດຍການນໍາໃຊ້ເອກະ ສານອົບຮົມປະຊາຊົນລຽບຕາມຊາຍແດນ ຂອງກົມອົບຮົມ ຄອສພ.
  • ຈັດກິດຈະກຳແຂ່ງຂັນກວດສອບ: ບົດເລື່ອງສັ້ນ, ບົດເລື່ອງຍາວ, ບົດບັນທຶກຄວາມຊົງຈຳ, ບົດກາວີ, ກາບ ກອນ ທີ່ກ່ຽວພັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.
  • ຈັດກິດຈະກຳ ຖາມ-ຕອບ ຢູ່ສະຖາບັນການສຶກສາຕ່າງໆ ໃນທົ່ວປະເທດ.
  • ປຸກລະດົມການຂຽນ ບົດຄວາມ, ບົດນຳ, ບົດຂ່າວ ແລະ ການແປບົດຕ່າງໆ ທີ່ພົວພັນເຖິງມິດຕະພາບມູນເຊື້ອຄວາມສາມັກຄີພິເສດລາວ-ຫວຽດນາມ.
  • ຈັດຕັ້ງສໍາມະນາວິທະຍາສາດ ກ່ຽວກັບສາຍພົວພັນ ລາວ-ຫຽວດນາມ.
  • ພົບປະ ແລະ ແລກປ່ຽນບົດຮຽນ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ລາວ-ຫວຽດນາມ.
  • ສົມທົບກັບກະຊວງພາຍໃນກ່ຽວກັບ ການຍ້ອງຍໍບຸກຄົນ ແລະ ຄະນະໂຄສະນາອົບຮົມ ໃນຂອບເຂດທົ່ວປະເທດ.

ຜ່ານການຄົ້ນຄ້ວາປຶກສາຫາລືໃນກອງປະຊຸມ ແມ່ນຕົກລົງເຫັນດີເປັນເອກະພາບຮັບຮອງເອົາ 10 ວຽກດັ່ງກ່າວ ເພື່ອຮີບຮ້ອນເລີ່ມຈັດຕັ້ງປະຕິບັດໃນເດືອນ 3/2022 ເປັນຕົ້ນໄປ ແລະ ໄດ້ແບ່ງຄວາມຮັບຜິດໃຫ້ແຕ່ລະອານຸກໍາມະການໄປຈັດຕັ້ງປະຕິບັດຕາມການມອບໝາຍ.