ພິທີພົບປະສອງຝ່າຍລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ.


ພິທີພົບປະສອງຝ່າຍລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ.
      ພິທີພົບປະສອງຝ່າຍລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດ ນາມ ໄດ້ຈັດຂຶ້ນໃນວັນທີ 25 ເມສາ 2022 ທີ່ໂຮງແຮມ ເມືອງແທັງ ຊຶ່ງຝ່າຍລາວ ນຳໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ພ້ອມຄະນະ ແລະ ຝ່າຍ ສ.ສ ຫວຽດນາມນໍາໂດຍ ສະຫາຍ ຫງວຽນ ຈ້ອງ ເງ້ຍ ເລຂາທິ ການສູນ ກາງພັກ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ. ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 24-27 ເມສານີ້.

      ການພົບປະຄັ້ງນີ້ທັງສອງຝ່າຍໄດ້ພັດປ່ຽນກັນລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມໃຫ້ແກ່ກັນ ແລະ ກັນຊາບ ຢ່າງກົງໄປກົງມາພ້ອມທັງຕີລາຄາຄືນໝາກຜົນຂອງການຮ່ວມມືລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນ ກາງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມື 5 ປີໃນຕໍ່ໜ້າ (2022-2026).
     ໃນໂອກາດດັ່ງກ່າວ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ລາຍງານໃຫ້ຮູ້ກ່ຽວກັບການພົວພັນຮ່ວມມືລະຫວ່າງລາວ-ຫວຽດນາມ ໂດຍສະເພາະປີ 2022 ພັກ ແລະ ລັດຖະບານສອງປະເທດລາວ-ຫວຽດນາມ ຈະໄດ້ເປີດປີສາມັກຄີມິດຕະພາບຮ່ວມກັນອີກຄັ້ງໜຶ່ງ ຊຶ່ງສູນກາງພັກໄດ້ແຕ່ງຕັ້ງຄະນະຊີ້ນໍາລະດັບຊາດ ໂດຍແມ່ນສະຫາຍຜູ້ປະຈໍາການ ຄະນະເລຂາທິການສູນກາງພັກເປັນຫົວໜ້າຄະນະ ໃຫ້ທິດຊີ້ນໍາໃນການສ້າງແຜນເຄື່ອນໄຫວກິດຈະກໍາຕ່າງໆຢ່າງລະອຽດ ເນັ້ນ ໜັກໃຫ້ແຕ່ລະກະຊວງ-ອົງການ ແລະ ທ້ອງຖິ່ນ ຈັດຕັ້ງເຄື່ອນໄຫວຂະບວນການຕ່າງໆຕິດພັນກັບແຜນການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີມິດຕະ ພາບລາວ-ຫວຽດນາມ 2022 ໃຫ້ຟົດຟື້ນ ແລະ ຕໍ່ເນື່ອງ ພ້ອມນັ້ນຍັງໄດ້ລາຍງານການເຄື່ອນໄຫວວຽກງານຕົວຈິງຂອງຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ຊຶ່ງເຫັນວ່າຍັງມີຫຼາຍອັນພົບຄວາມຫຍຸ້ງຍາກ ເປັນຕົ້ນກໍາລັງຄວາມສາມາດຂອງຖັນແຖວພະນັກງານ-ລັດຖະກອນ ຂອງຄະນະໂຄສະ ນາອົບຮົມແຕ່ລະຂັ້ນຍັງຈໍາກັດ ແລະ ເງື່ອນໄຂສິ່ງອໍານວຍຄວາມສະດວກດ້ານພາຫະນະ ວັດຖຸເຕັກນິກຍັງຂາດເຂີນ ອັນໄດ້ເຮັດໃຫ້ການປະຕິບັດໜ້າທີ່ວຽກ ງານບາງອັນຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕົວຈິງເທົ່າທີ່ຄວນ ສ່ວນວຽກງານຈຸດສຸມໃນຕໍ່ໜ້າ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມຕາມທິດກະທັດຮັດ ແລະ ມີປະສິດທິພາບ ແນໃສ່ສ້າງຄວາມເຂັ້ມແຂງວຽກງານໂຄສະນາອົບຮົມໃນຕໍ່ໜ້າ, ສືບຕໍ່ກະກຽມກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດຄັ້ງທີ V, ສືບຕໍ່ຈັດຕັ້ງປະຕິບັດແຜນກິດຈະກໍາຕ່າງໆໃນປີສາມັກຄີມິດຕະພາບລາວ-ຫວຽດນາມ ກະກຽມຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງຄະນະ 2022-2026 ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ.

    ພາຍຫຼັງທີ່ພົບປະສໍາເລັດ ສະຫາຍ ຄໍາພັນ ເຜີຍຍະວົງ ແລະ ສະຫາຍ ຫງວຽນ ຈ້ອງ ເງ້ຍ ກໍໄດ້ລົງນາມສັນຍາຮ່ວມມືໄລຍະ 2022-2026.
    ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນ ດັ່ງກ່າວ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ຍັງໄດ້ມອບຄອມພີວເຕີ ຈຳນວນ 20 ຊຸດໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ.

                                                                                                                                                   ແຫຼ່ງຂ່າວ: ນາງແສງຈັນ