ກອງປະຊຸມສໍາມະນາເປີດກວ້າງ ເພຶ່ອລະດົມຄວາມຄິດເຫັນຕໍ່ຮ່າງບົດຄົົ້ນຄວ້າ ຫົວຂໍ້:ການຄົົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.

ຕອນເຊົ້າວັນທີ 26 ເມສາ 2022; ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມສໍາມະນາເປີດ ກວ້າງ ເພື່ອລະດົມຄວາມຄິດເຫັນປະກອບໃສ່ຮ່າງຄົ້ນຄວ້າສະບັບຫຍໍ້ ໃນຫົວຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ປອ. ຄໍາພັນ ເຜີຍຍະວົງ

ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ; ມີທີ່ປຶກສາສະພາທິດສະດີສູນກາງພັກ, ຄະນະປະຈໍາສະພາທິດສະດີສູນກາງພັກ; ສະມາຊິກສະພາທິດສະດີສູນກາງພັກ; ບັນດາກະຊວງ-ອົງການອ້ອມຂ້າງສູນກາງແລະ ຕາງງໜ້າ ຄະນະພັກນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ; ຫ້ອງການສະພາທິດສະດີສູນກາງພັກ ແລະ ກອງເລຂາຊ່ວຍວຽກດ້ານເນື້ອໃນເຂົົ້າຮ່ວມ.

ໃນກອງປະຊຸມທ່ານ ປອ ຄໍາມອນ ຈັນທະຈິດ ໄດ້ລາຍງານໂດຍສັງເຂບກ່ຽວກັບເນື້ອໃນບົດຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ (ສະບັບຫຍໍ້) ຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນພື້ນຖານທິດສະດີ ແລະ ພຶດຕິກໍາກ່ຽວກັບການສ້າງບັນດາປັດໄຈເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ຂະບວນວິວັດແຫ່ງການກໍາເນີດ ແລະ ສ້າງບັນດາປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ການສືບຕໍ່ສ້າງປັດໄຈໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢູູ່ປະເທດເຮົາ.

ພ້ອມດຽວກັນນັ້ນ, ປະທານກອງປະຊຸມໄດ້ມີຄໍາຖາມເຈາະຈີ້ມໃນບາງບັນຫາທີ່ຍັງບໍ່ທັນຈະແຈ້ງ ເພື່ອສົນທະນາແລກປ່ຽນຄໍາຄິດເຫັນກັບຜູ້ເຂົ້າຮ່ວມກອງປະຊຸມ, ພ້ອມທັງໄດ້ຊີ້ນໍາການປະກອບຄໍາເຫັນໃຫ້ມີລັກສະນະວິທະຍາສາດ ເພື່ອຮັບໃຊ້ໃຫ້ແກ່ການປັບປຸງເນື້ອໃນບົດຄົ້ນຄວ້າໃຫ້ມີຄຸນນະພາບດີຂຶົ້ນກວ່າເກົ່າ ແລະ ສອດຄ່ອງກັບສະພາບ ຄວາມເປັນຈິງໃນປັດຈຸບັນ.

ໃນໂອກາດນີົ້, ສະຫາຍ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກໄດ້ຕີລາຄາສູງຕໍ່ຄະນະຮັບຜິດຊອບການຄົ້ນຄວ້າໃນຂົງເຂດຕ່າງໆທີ່ໄດ້ ເປັນເຈົ້າການໃນການຄົ້ນຄວ້າ-ຂຽນຮ່າງສະບັບເບື້ອງຕົ້ນ ກໍຄືບັນດາກະຊວງ-ອົງການ ແລະ ຂະແໜງການທີ່ກ່ຽວຂ້ອງທີ່ໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ; ຊົມເຊີຍກອງເລຂາດ້ານເນື້ອໃນທີ່ເປັນເຈົ້າການສັງລວມປັບປຸງເນື້ອໃນ, ສ້າງເປັນສະບັບຮ່າງ ແລະ ສັງລວມສະບັບສັງລວມຫຍໍ້ທີ່ມີເນື້ອໃນຈະແຈ້ງຂຶ້ນຕື່ມ.

ໃນຕອນທ້າຍ ຂອງກອງປະຊຸມປະທານກອງປະຊຸມໄດ້ໃຫ້ທິດຊີ້ນໍາໃນການສືບຕໍ່ນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃນຄັ້ງນີ້ ເພື່ອໃຫ້ຄະນະຮັບຜິດຊອບດ້ານເນື້ອໃນສຸມໃສ່ປັບປຸງຮ່າງເນື້ອໃນບົດຄົ້ນຄວ້າ ແລະ ນໍາເອົາຮ່າງເນ ື້ອໃນບົດຄົ້ນຄວ້າດັ່ງກ່າວລົງທາບທາມຄໍາຄິດເຫັນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການປັບປຸງເນື້ອໃນ ແລະ ຂໍໍ້ມູນນຕ່າງໆມີວິທະຍາສາດ, ສອດຄ່ອງກັບຕົວຈິງ ແລະ ນໍາໄປສະເໜີໃນກອງປະຊຸມສູນກາງໃນຄັ້ງຕໍໍ່ໄປ.