ກຳແໜ້ນແຈ້ງການແນະນຳເລກທີ 23/ຄອສພ ເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ

ກຳແໜ້ນແຈ້ງການແນະນຳເລກທີ 23/ຄອສພ ເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ

ໂດຍ: ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

    ຄືດ່ັງພວກເຮົາໄດ້ຮູ້ນຳກັນແລ້ວວ່າປີ 2022 ນີ້ມີເຫດການສຳຄັນສຳລັບສາຍພົວພັນອັນຍິ່ງໃຫຍ່ຂອງສອງຊາດລາວ-ຫວຽດນາມນັ້ນຄືການສະເຫຼີມສະຫຼອງປີສາມັກຄີດັ່ງກ່າວ.

    ເພື່ອເຮັດໃຫ້ການຈັດຕັ້ງໂຄສະນາ-ປາຖະກະຖາປີສາມັກຄີມິດຕະພາບລາວ-ຫວຽດນາມຄື:ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ(18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022)ໃຫ້ມີຄວາມໝາຍ ແລະ ມີເນື້ອໃນອັນເລິກເຊິ່ງ; ຄະນະໂຄສະນາອົບຮົມສູນກາງພັກຈຶ່ງໄດ້ອອກແຈ້ງການແນະນຳເລກທີ 23 / ຄອສພ, ລົງວັນທີ 30 ມິນາ 2022ແຈ້ງການດັ່ງກ່າວລວມມີ 4 ຫົວຂໍ້ໃຫຍ່ຄື: ຈຸດປະສົງ-ລະດັບຄາດໝາຍ, ເນື້ອໃນໂຄສະນາ-ປາຖະກະຖາ, ເປົ້າໝາຍ ແລະ ກຳນົດເວລາ ແລະ ວິທີຈັດຕັ້ງປະຕິບັດ.

    ແຈ້ງການແນະນຳສະບັບນີ້ອາດໄປເຖິງຄະນະພັກ-ຄະນະນຳຂອງຄະນະໂຄສະນາອົບຮົມແຕ່ລະຂັ້ນແລ້ວ. ແຕ່ຜູ້ຂຽນຢາກແລກປ່ຽນເນື້ອໃນໂຄສະນາ-ປາຖະກະຖາໃນຈຸດທີ່ເວົ້າເຖິງເສັ້ນທາງໂຮ່ຈີມິນ ທີ່ຜ່ານຜືນແຜ່ນດິນລາວພວກເຮົາເຊິ່ງຫຼາຍທ່ານຕັ້ງເປັນບັນຫາສອບຖາມກັນ ເສັ້ນທາງນີ້ໄດ້ຜ່ານດິນລາວຍາວ 20,000 ກມ ໃຊ້ເວລາສ້າງ 16 ປີ(1959-1975) ຫາກທ່ານໃດໄດ້ອ່ານປຶ້ມ ຕາມຮອຍປະຫວັດສາດສືບສານມູນເຊື້ອບົນເສັ້ນທາງໂຮ່ຈີມິນໃນຜືນແຜ່ນດິນລາວ… ຈະກຳໄດ້ ໂດຍປຶ້ມເຫຼັ້ມນີ້ພິມໂດຍຄະນະໂຄສະນາອົບຮົມສູນກາງພັກປີ 2012. ໃນສູນທອນພົດຂອງ ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດແຫ່ງສ ປປລາວ ໄດ້ກ່າວໃນພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງປີສາມັກຄີລາວ-ຫວຽດນາມ 2017 (ຄັ້ງວັນທີ 18 ກໍລະກົດ 2017) ທີ່ນະຄອນຫຼວງວຽງຈັນໄດ້ກ່າວເຖິງເສັ້ນທາງໂຮ່ຈີມິນວ່າ:

    “… ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈຢ່າງຍິ່ງທີ່ເຫັນວ່າຕະຫຼອດໄລຍະຫຼາຍສິບປີແຫ່ງການສຳພັນສູ້ຮົບ ແລະ ສູ້ຮົບມີໄຊ ລະຫວ່າງສອງປະເທດນັ້ນ ພວກເຮົາໄດ້ປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ເຂົ້າໃນການຕໍ່ສູ້ມີໄຊຂອງປະຊາຊົນຫວຽດນາມອ້າຍນ້ອງ. ການທີ່ມີ ເສັ້ນທາງໂຮ່ຈີມິນ ອັນລືຊື່ໄດ້ກະຈາຍໄປທົ່ວພື້ນປ່າ, ສາຍພູ, ສາຍນຳ້ເປັນຫຼາຍພັນຫຼາຍໝື່ນກິໂລແມັດ ຜ່ານດິນແດນລາວ, ທີ່ໄດ້ສ້າງເງື່ອນໄຂສະດວກຫຼາຍປະການ ເພື່ອໃຫ້ເປັນທາງເຄື່ອນທັບ, ເປັນບ່ອນເຕົ້າໂຮມກຳລັງ ແລະ ຂົນສົ່ງອາວຸດຍຸດໂທປະກອນ ປົດປ່ອຍພາກໃຕ້ຫວຽດນາມ.

    “ເສັ້ນທາງໂຮ່ຈີມິນ” ທີ່ໄດ້ກາຍເປັນນະວະນິຍາຍໄປແລ້ວນັ້ນ ໄດ້ເຄີຍເປັນສະໜາບຮົບທີ່ດຸເດືອດເໜືອພັນລະນາ ຈາກຫ່າລະເບີດອັນໜັກໜ່ວງທີ່ສຸດໃນປະຫວັດສາດມວນມະນຸດ, ປະຊາຊົນລາວບັນດາເຜົ່າ, ທະຫານລາວ, ທະຫານຫວຽດນາມບໍ່ຈັກກວ່າເທົ່າໃດ ຕ້ອງເສຍສະຫຼະຊີວິດ ເລືອດເນື້ອເພື່ອປົກປັກເສັ້ນທາງລຳລຽງ, ເຄື່ອນທັບ, ທີ່ເປັນເໝືອນສາຍເລືອດໃຫຍ່ເພື່ອເປົ້າໝາຍຢູ່ແນວໜ້າ; ເສັ້ນທາງໂຮ່ຈີມິນຜ່ານດິນແດນລາວ ໄດ້ກາຍເປັນເສັ້ນທາງຜູກແໜ້ນຄວາມສາມັກຄີຮ່ວມຮົບລະຫວ່າງທະຫານລາວ, ທະຫານຫວຽດນາມ ແລະ ປະຊາຊົນລາວບັນດາເຜ່ົາ ບົນຈິດໃຈສາກົນອັນຜ່ອງໃສ, ຖານະສະຫາຍອ້າຍນ້ອງ; ຢາດເຫື່ອ ແລະ ນ້ຳຕາ, ຊີວິດ ແລະ ເລືອດຂອງເຂົາໄດ້ເຈືອຈານເຂົ້າກັນອຸທິດໃຫ້ແກ່ໄຊຊະນະຂອງການປະຕິວັດປົດປ່ອຍ ແລະ ທ້ອນໂຮມປະເທດຊາດຂອງລາວ ແລະ ຫວຽດນາມ…”

    ໃນສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19ຮອບສາມຢ່າງຮຸນແຮງນີ້ການຈັດຕັ້ງໂຄສະນາ-ປາຖະກະຖາຕ້ອງໃຫ້ສອດຄອງກັບສະພາບຄວາມເປັນຈິງໂດຍປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດວ່າດ້ວຍມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19ຢ່າງເຂັ້ມງວດເປັນຕົ້ນແມ່ນການຮັກສາໄລຍະຫ່າງ; ການວັດແທນອຸນຫະພູມ ແລະ ໃສ່ຜ້າອັດປາກ-ດັງໃນພິທີປາຖະກະຖາ.