ຮອງຫົວໜ້າ ຄອສພ ສໍາເລັດການເຄື່ອນໄຫວຊຸກຍູ້ວຽກງານ ໂຄສະນາອົບຮົມ ຢູ່ແຂວງໄຊຍະບູລີ, ຫຼວງພະບາງ ແລະ ແຂວງວຽງຈັນ

ຮອງຫົວໜ້າ ຄອສພ ສໍາເລັດການເຄື່ອນໄຫວຊຸກຍູ້ວຽກງານ

ໂຄສະນາອົບຮົມ ຢູ່ແຂວງໄຊຍະບູລີ, ຫຼວງພະບາງ ແລະ ແຂວງວຽງຈັນ

ເພື່ອສ້າງການຫັນປ່ຽນ ວຽກງານໂຄສະນາອົບຮົມ ຂອງພັກໃຫ້ໄປສູ່ຄຸນນະພາບໃໝ່; ພາຍຫຼັງສໍາເລັດກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2021 ໃນລະຫວ່າງວັນທີ 3-9 ເມສາ 2022 ທີ່ຜ່ານມາ, ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມຄະນະໄດ້ສໍາເລັດພາລະກິດການເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ 3 ແຂວງພາກເໜືອ ແລະ ພາກກາງ ຄື: ແຂວງໄຊຍະບູລີ, ຫຼວງພະບາງ ແລະ ແຂວງວຽງຈັນ.

ຈຸດປະສົງ ຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ 3 ແຂວງພາກເໜືອ ແລະ ພາກກາງ ຂອງທ່ານ ນາງ ວິລະວອນ ພັນທະວົງ ໃນຄັ້ງນີ້ ແມ່ນເພື່ອຊຸກຍູ້ ແລະ ໃຫ້ທິດຊີ້ນໍາ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມໃນຕໍ່ໜ້າ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ທັງເປັນການສະເໜີຕົວໃຫ້ທ້ອງຖິ່ນ ໄດ້ພົບປະຕົວຈິງ ໃນຖານະທີ່ທ່ານມາຮັບໜ້າທີ່ເປັນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄົນໃໝ່; ການເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ຂັ້ນທ້ອງຖິ່ນ ຂອງທ່ານ ນາງ ວິລະວອນ ພັນທະວົງ ໃນຄັ້ງນີ້ ເປັນຄັ້ງທໍາອິດ ພາຍຫຼັງທີ່ທ່ານມາຮັບໜ້າທີ່ເປັນຮອງຫົວໜ້າ ຄອສພ ໂດຍເລີ່ມຈາກແຂວງໄຊຍະບູລີ, ຫຼວງພະບາງ ແລະ ແຂວງວຽງຈັນ ຕາມລໍາດັບ; ພາຍຫຼັງໄປຮອດ ທັງ 3 ແຂວງ ດັ່ງກ່າວ ກໍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກການນໍາຂອງແຕ່ລະແຂວງ ແລະ ຄະນະໂຄສະນາອົບຮົມທັງ 3 ແຂວງ; ການເຮັດວຽກຢູ່ແຂວງໄຊຍະບູລີ ແມ່ນລະຫວ່າງວັນທີ 4-5 ເມສາ 2022, ແຂວງຫຼວງພະບາງ ແມ່ນ 6-7 ເມສາ 2022 ແລະ ປິດທ້າຍແຂວງວຽງຈັນ ວັນທີ 8-9 ເມສາ 2022 ໃນນີ້ ກໍໄດ້ພົບປະເຮັດວຽກກັບຄະນະໂຄສະນາອົບຮົມ ທັງ 3 ແຂວງ ໂດຍສະເພາະພາຍຫຼັງທີ່ໄດ້ຮັບຟັງການລາຍງານສະພາບແນວຄິດໂດຍລວມ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທົ່ວແຂວງ ແລະ ສະພາບໂດຍຫຍໍ້ ຂອງການເຄື່ອນໄຫວ ວຽກງານໂຄສະນາອົບຮົມທຸກໆແຂວງ ໃນໄລຍະຜ່ານມາ ແລະ ຈາກນັ້ນ, ທ່ານ ນາງ ວິລະວອນ ພັນທະວົງ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາບາງບັນຫາດັ່ງນີ້:

– ເອົາໃຈໃສ່ສ້າງການຫັນປ່ຽນ ທາງດ້ານເນື້ອໃນ, ວິທີການ ແລະ ຮູບການ ໃຫ້ເລິກເຊິ່ງ, ມີຫຼາຍຮູບຫຼາຍສີ, ທັນກັບສະພາບການ ແລະ ແທດກັບຕົວຈິງ.

– ເອົາໃຈໃສ່ເຜີຍແຜ່ ເຊື່ອມຊຶມ ມະຕິ XI ຂອງພັກ ກໍຄື 2 ວາລະແຫ່ງຊາດໃຫ້ເລິກເຊິ່ງ – ທົ່ວເຖິງ.

– ເອົາໃຈໃສ່ຜັນຂະຫຍາຍເນື້ອໃນຄໍາເຫັນໂອ້ລົມ ຂອງສະຫາຍຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ຕໍ່ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2021 ໃຫ້ປະກົດຜົນເປັນຈິງ.

– ເອົາໃຈໃສ່ຄົ້ນຄ້ວາປັບປຸງ ກົງຈັກການຈັດຕັ້ງ ແລະ ປັບປຸງພາລະບົດບາດຂອງ ຄະນະໂຄສະນາອົບຮົມແຂວງ ໃຫ້ສອດຄ່ອງ ເພື່ອຫັນໄປສູ່ຄຸນນະພາບໃໝ່.

– ເອົາໃຈໃສ່ກະກຽມສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ໃຫ້ຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງພ້ອມທັງກະກຽມສະຫຼຸບວຽກງານການເມືອງ-ແນວຄິດ ທົ່ວແຂວງຂອງຕົນ.

ທັງ 3 ແຂວງ ທີ່ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມ ຂອງທ່ານ ຮອງຫົວໜ້າ ຄອສພ ພ້ອມຄະນະ ໃນຄັ້ງນີ້ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມຕົວແບບການຜະລິດ ແລະ ສະຖານທີ່ທ່ອງທ່ຽວຢູ່ບັນດາເມືອງ. ພິເສດ, ເພິ່ນຍັງໄດ້ມອບ ຍັງໄດ້ມອບປຶ້ມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ປຶ້ມຖາມ-ຕອບ ປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ, ເຈວ​ລ້າງ​ມື, ຄອມພິວເຕີຕັ້ງໂຕະ ແຂວງລະ 1 ຊຸດ ແລະ ເຄື່ອງກີລາຈໍານວນໜຶ່ງ ໃຫ້ຄະນະໂຄສະນາອົບຮົມ ທັງ 3 ແຂວງ.

(ພາບ-ຂ່າວ: ມີໄຊ ພູນວິໄຊ)