ກອງປະຊຸມປຶກສາຫາລືກ່ຽວກັບການຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຄະນະຊາວໜຸ່ມ ສສ ຫວຽດນາມ

ກອງປະຊຸມປຶກສາຫາລືກ່ຽວກັບການຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຄະນະຊາວໜຸ່ມ ສສ ຫວຽດນາມ

ໂດຍ: ສີໄຄ ໄຊຍະວົງ

    ຕອນເຊົ້າຂອງວັນທີ 11/5/2022 ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັບ ບັນດາກົມກ່ຽວຂ້ອງຂອງສູນກາງຊາວໜຸ່ມ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນໂດຍເຂົ້າຮ່ວມີ: ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ແລະ ພະນັກງານ – ວິຊາການຂອງສອງພາກສ່ວນທີ່ກ່ຽວຂ້ອງ.

    ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການກະກຽມສ້າງກິດຈະກໍາ, ຂະບວນການຂອງຊາວໜຸ່ມສອງຊາດລາວ – ຫວຽດນາມເພື່ອເປັນການສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມຄື ວັນສ້າງຕັ້ງສາຍພົວການທູດລາວ – ຫວຽດນາມຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືຄົບຮອບ 45 ປີ ໃຫ້ມີເນື້ອໃນຄວາມໝາຍ ແລະ ເປັນຂະບວນການຟົດຟື້ນ. ກອງປະຊຸມໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງຕົກລົງເປັນເອກະພາບກັນການທາງດ້ານວິທີການ, ແຜນຈັດຕັ້ງເວທີສົນທະນາ, ຊອກຮູ້ກ່ຽວກັບປະຫວັດສາດການພົວພັນຮ່ວມມືພິເສດລະຫວ່າງລາວ – ຫວຽດນາມ, ພ້ອມທັງປັບປຸງເນື້ອໃນເອກະສານສົນທະນາໃຫ້ສອດຄ່ອງໂດຍເລັ່ງໃສ່ການສຶກສາອົບຮົມໃຫ້ແກ່ຊາວໜຸ່ມເພື່ອສືບຕໍ່ເສີມຂະຫຍາຍ ມູນເຊື້ອການພົວພັນຮ່ວມມືຂອງສອງຊາດໃຫ້ຍືນຍົງຕະຫຼອດໄປ.