ຄອສພ ຈັດປາຖະກະຖາກ່ຽວກັບການຄຸ້ມຄອງດ້ານການເງິນ – ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ – ບໍລິໂພກ

ຄອສພ ຈັດປາຖະກະຖາກ່ຽວກັບການຄຸ້ມຄອງດ້ານການເງິນ – ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ – ບໍລິໂພກ

 

ໂດຍ: ສີໄຄ ໄຊຍະວົງ

          ໃນຕອນເຊົ້າຂອງວັນທີ 27/5/2022 ກົມໂຄສະນາ ຄອສພ ຮ່ວມກັບທະນາຄານແຫ່ງສປປ ລາວ ແລະ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດພິທີປາຖະກະຖາຂຶ້ນໃນຫົວຂໍ້:ການຄຸ້ມຄອງດ້ານການເງິນ – ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ – ບໍລິໂພກ ຢູ່ທີ່ສະໂມສອນໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍໃຫ້ກຽດປາຖະກະຖາຂອງທ່ານ ສອນໄຊ ສິດພະໄຊ ກໍາມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນາງຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ເຂົ້າຮ່ວມພິທີມີທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຮອງເລຂາຄະນະພັກກະຊວງ – ອົງການ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຕາງໜ້າບັນດາສື່ມວນຊົນພ້ອມດ້ວຍພະນັກງານຜູ້ເຮັດວຽກການເມືອງ – ແນວຄິດເຂົ້າຮ່ວມ.

ຈຸດປະສົງການປາຖະກະຖາຄັ້ງນີ້ກໍ່ເພື່ອເປັນການຊີ້ແຈງອະທິບາຍໂຄສະນາ, ສຶກສາອົບຮົມນໍາພາ – ແນວຄິດພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນກ່ຽວກັບສະພາບການຄຸ້ມຄອງດ້ານການເງິນ – ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ – ບໍລິໂພກຕະຫຼອດຮອດລາຄາຊື້ຂາຍທອງຄໍາ ແລະ ນໍ້າມັນເຊື້ອໄຟທີ່ມີການປັບລາຄາສູງຂຶ້ນ, ເຮັດໃຫ້ຕົນທຶນການຜະລິດ, ຄ່າຂົນສົ່ງສູງຂຶ້ນ ແລະ  ຄ່າຄອງຊີບສູງຂຶ້ນ.

ຈາກນັ້ນ, ທັງສອງທ່ານໄດ້ໃຫ້ຄວາມກະຈ່າງແຈ້ງກ່ຽວກັບສາເຫດ ແລະ ຄວາມພະຍາຍາມໃນການແກ້ໄຂຂອງພັກ – ລັດຕໍ່ສະພາບການດັ່ງກ່າວ ແລະ ໄດ້ຮຽກຮ້ອງໃຫ້ຄະນະພັກ – ຄະນະນໍາຂອງແຕ່ລະພາກສ່ວນ ຈົ່ງໄດ້ນໍາເອົາເນື້ອໃນຈິດໃຈດັ່ງກ່າວໄປສຶກສາອົບຮົມນຳພາແນວຄິດໃຫ້ແກ່ພະນັກງານ – ລັດຖະກອນທີ່ຢູ່ໃນຂອບເຂດຮັບຜິດຊອບຂອງຕົນເອງເພື່ອເຊື່ອມຊຶມກຳແໜ້ນ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ພວມແຜ່ລາມໄປທົ່ວໂລກໃນຂະນະນີ້.