ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຫົວໜ້າຄະນະເລຂາທິການວິທະຍາສາດສະພາທິດສະດີສູນກາງພັກ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຫົວໜ້າຄະນະເລຂາທິການວິທະຍາສາດສະພາທິດສະດີສູນກາງພັກ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

    ໃນຕອນເຊົ້າວັນທີ 09 ພຶດສະພາ 2022 ທີ່ຫ້ອງຮັບແຂກຫ້ອງວ່າແຂວງຈຳປາສັກ ສະຫາຍ ປອ ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຫົວໜ້າຄະນະເລຂາທິການວິທະຍາສາດສະພາທິດສະດີສູນກາງພັກພ້ອມດ້ວຍຄະນະ ເຂົ້າພົບປະ ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ.

    ໃນພິທີ ສະຫາຍ ປອ ກິແກ້ວ ຈັນທະບູຣີ ໄດ້ສະແດງຄວາມຂອບໃຈທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ພ້ອມທັງອຳນວຍຄວາມສະດວກທຸກຢ່າງໃນການລົງມາເຮັດວຽກໃນຄັ້ງນີ້ ຈຸດປະສົງແມ່ນຈັດກອງປະຊຸມສຳມະນາເປີດກວ້າງ ເພື່ອລະດົມຄວາມຄິດເຫັນຕໍ່ຮ່າງບົດຄົ້ນຄວ້າຫົວຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ເນັ້ນໜັກໃຫ້ການນຳແຂວງຫັນເອົາວຽກງານດ່ັງກ່າວເປັນວຽກງານບຸລິມະສິດເວົ້າລວມ ເວົ້າສະເພາະແມ່ນວຽກງານການເມືອງແນວຄິດ ເພື່ອປະຕິບັດຕາມທິດຊີ້ນຳຂອງຄະນະເລຂາທິການສູນກາງພັກ ແລະ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ໃຫ້ປະກົດຜົນເປັນຈິງ.

    ຫຼັງຈາກນັ້ນ ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ໄດ້ລາຍງານສະພາບລວມຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງແນວຄິດໂດຍຫຍໍ້, ໄດ້ຍົກໃຫ້ເຫັນຂໍ້ດີ ແລະ ຂໍ້ຫຍຸ້ງຍາກທີ່ການນຳຂອງແຂວງຈະໄດ້ປັບປຸງ ແລະ ແກ້ໄຂ, ໂດຍສະເພາະແມ່ນການສຳມະນາເປີດກວ້າງ ເພື່ອລະດົມຄວາມຄິດເຫັນຕໍ່ຮ່າງບົດຄົ້ນຄວ້າ ດັ່ງກ່າວ ພວກຂ້າພະເຈົ້າການນຳຂອງແຂວງ ຈະເຮັດຫນ້າທີ່ການເມືອງຢ່າງຈິງອົກຈິງໃຈ ເພື່ອເຮັດໃຫ້ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

    ໃນຕອນແລງຂອງວັນດຽວກັນຄະນະຍັງໄດ້ລົງໄປຢ້ຽມຢາມ ແລະ ທັດສະນະຢູ່ທີ່ໂຮງງານຜະລິດຕະພັນກາເຟສຳເລັດຮູບດາວເຮືອງ, ສະຫະກອນກາເຟປອດສານພິດຫຼັກ24 ແລະ ສວນຜັກອາໂກຣ (Agrovege farm).

ຂ່າວ-ພາບ: ຄອນສະຫວັນ ເນົາວະລັງສີ