ກອງປະຊຸມເຜີຍແຜ່ດຳລັດ, ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂ້ັມແຂງ, ໜັກແໜ້ນ ແລະ ຍ້ອງຍໍພະນັກງານ-ລັດຖະກອນປະຈຳປີ 2021

ກອງປະຊຸມເຜີຍແຜ່ດຳລັດ, ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂ້ັມແຂງ, ໜັກແໜ້ນ ແລະ ຍ້ອງຍໍພະນັກງານ-ລັດຖະກອນປະຈຳປີ 2021

    ໃນຕອນບ່າຍວັນທີ 05 ພຶດສະພາ 2022 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ດຳລັດ, ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂ້ັມແຂງ, ໜັກແໜ້ນ ແລະ ຍ້ອງຍໍພະນັກງານ-ລັດຖະກອນປະຈຳປີ 2021 ໂດຍໃຫ້ກຽດເປັນປະທານກ່າວເປີດ ແລະ ພ້ອມທັງເຜີຍແຜ່ເອກະສານ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການທັງໝົດ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໃຫ້ກຽດເປັນປະທານກ່າວເປີດ ແລະ ພ້ອມທັງເຜີຍແຜ່ດຳລັດຂອງລັດຖະບານ ສະບັບເລກທີ 184/ລບ, ລົງວັນທີ 26 ມິຖຸນາ 2019 ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນເຊີ່ງປະກອບມີ: 4 ໝວດ, 14 ມາດຕາ, ໃນນີ້, ໝວດທີ 1 ບົດບັນຍັດທົ່ວໄປ ມີ 4 ມາດຕາ, ໝວດທີ 2 ປະເພດ ແລະ ເນື້ອໃນຂອງພະນັກງານ-ລັດຖະກອນມີ 5 ມາດຕາ, ໝວດທີ 3 ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ມີ 2 ມາດຕາ, ໝວດທີ 4 ບົດບັນຍັດສຸດທ້າຍ ມີ 3 ມາດຕາ.

ໃນກອງປະຊຸມ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານ 3 ເອກະສານຕໍ່ກອງປະຊຸມຄື: 1. ຄໍາແນະນໍາຂອງກະຊວງພາຍໃນ ສະບັບເລກທີ 04/ພນ, ລົງວັນທີ 2 ເມສາ 2021 ວ່າດ້ວຍການຈັດຕັ້ງປະຕິບັດວຽກງານ ຈັນຍາບັນຂອງພະນັກງານ-ລັດຖະກອນ: ເຊິ່ງໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນທຸກຄົນ ຕ້ອງປະພຶດຕົນໃຫ້ສອດຄ່ອງກັບຈັນຍາບັນ, ເພື່ອຮັກສາຊື່ສຽງກຽດ ແລະ ສັກສີຂອງຕົນ, ມີຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ ນຳໃຊ້ວິຊາຊີບຂອງຕົນ ແລະ ໃຫ້ບໍລິການປະຊາຊົນດ້ວຍຄວາມບໍລິສຸດ, ສັດຊື່ ແລະ ຈິງໃຈ. 2. ບົດສະຫຼຸບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. 3. ບົດສະຫຼຸບການປະເມີນຜົນພະນັກງານ-ລັດຖະກອນ ປະຈຳປີ 2021.

ຫຼັງຈາກນັ້ນກໍໄດ້ມີພິທີມອບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມອບໃບຍ້ອງຍໍໃຫ້ແກ່ພະນັກງານ-ລັດຖະກອນປະຈຳປີ 2021.