ກອງປະຊຸມປຸກລະດົມ ຂະບວນການບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີ ເພື່ອສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ 2022

ກອງປະຊຸມປຸກລະດົມ ຂະບວນການບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີ

ເພື່ອສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ2022

    ໃນຕອນບ່າຍວັນທີ 16 ພຶດສະພາ 2022 ທີ່ໃຫ້ປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມປຸກລະດົມ ຂະບວນການບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີຂຶ້ນເພື່ອສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ2022 ພາຍໃຕ້ການເປັນປະທານຂອງທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຊີ້ນຳລະດັບຊາດ ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022, ມີບັນດາ ປະທານສະມາຄົມນັກປະພັນລາວ, ຫົວໜ້າກົມ-ຮອງກົມ, ຜູ້ຕາງໜ້າຈາກສະຖານທູດຫວຽດນາມ, ບັນດານັກປະພັນ, ນັກກະວີ, ອາຈານ ແລະ ນ້ອງໆນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດໄດ້ເຂົ້າຮ່ວມຈຳນວນຫຼວງຫຼາຍ.

    ໃນກອງປະຊຸມປະທານສະມາຄົມນັກປະພັນລາວໄດ້ໃຫ້ກຽດສະເໜີຈຸດປະສົງ ແລະ ຄວາມສຳຄັນແຫ່ງການພົວພັນມິດຕະພາບພິເສດ ລະຫວ່າງ ລາວ-ຫວຽດນາມ ຄື ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ (18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60ປີ (05/09/1962-05/09/2022).

    ຫຼັງຈາກນັ້ນ ທ່ານ ປອ ຄຳພັນ ເຜີຍຍະວົງ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳແຜນການຈັດຕັ້ງສະເຫລີມສະຫລອງ ດ້ວຍຫລາຍກິດຈະກຳທີ່ຫວນຄືນເຖິງມູນເຊື້ອ ສອງປະເທດລາວ-ຫວຽດນາມ ເພື່ອເປັນບົດຮຽນໃຫ້ແກ່ຄົນຮຸ່ນໃໝ່. ໃນນັ້ນ, ກິດຈະກຳທີ່ຈະຫວນຄືນ ແລະ ລະນຶກເຖິງມູນເຊື້ອສາມັກຄີມິດຕະພາບ ທີ່ສຳຄັນ ແລະ ມີຊີວິດຊີວາ ກໍແມ່ນການບັນທຶກຂຽນຄືນດ້ວຍຮູບແບບວັນນະຄະດີ, ປະເພດບົດເລື່ອງ, ບົດກາບກອນ, ກະວີ. ດັ່ງນັ້ນ, ຫົວຂໍ້ພົບປະໂອ້ລົມໃນມື້ນີ້ ພວກເຮົາຈະໄດ້ເນັ້ນໃສ່ສະເພາະການຂຽນຄືນມູນເຊື້ອຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືຮອບດ້ານ ຂອງລາວ ແລະ ຫວຽດນາມ, ພ້ອມດ້ວຍຂໍ້ຄິດ ຄວາມເຫັນທີ່ກ່ຽວພັນເຖິງການຂຽນ ເພື່ອໃຫ້ບົດ ແລະ ກະວີ ດັ່ງກ່າວ ສະທ້ອນໃຫ້ເຫັນມູນເຊື້ອອັນດີງາມໄດ້ຢ່າງເລິກເຊິ່ງ ແລະ ໜ້າສົນໃຈຂອງຜູ້ອ່ານ.

    ນອກຈາກນີ້, ເພື່ອປະຕິບັດຕາມທິດນຳຂອງພັກເຮົາ ກ່ຽວກັບການເສີມຂະຫຍາຍວັນນະຄະດີຂອງຊາດ, ການສົ່ງບົດປະພັນຂອງຕົນເຂົ້າຮ່ວມ ໃຫ້ສາມາດສ່ອງແສງໄດ້ຄວາມເປັນຈິງ ທີ່ເປັນບົດຮຽນອັນລ້ຳຄ່າ, ຜູ້ຂຽນຄວນໄດ້ຊອກຮູ້, ຄົ້ນຄວ້າຫາຂໍ້ມູນນຳພະນັກງານ, ທະຫານ, ປະຊາຊົນ ທີ່ເຄີຍໄດ້ຜ່ານປະສົບການ ຫລື ຜູ້ທີ່ຮູ້ຈັກການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ກ່ຽວກັບຫົວເລື່ອງທີ່ຕົນຈະຂຽນ. ສຳລັບອົງການຈັດຕັ້ງສະມາຄົມ, ອົງການລັດທີ່ກ່ຽວຂ້ອງ ຕ້ອງໄດ້ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ຜູ້ທີ່ຈະຂຽນ ເພື່ອສາມາດເກັບກຳຂໍ້ມູນ, ເຖິງວ່າບໍ່ໄດ້ຊ່ວຍດ້ານຄ່າໃຊ້ຈ່າຍ ກໍຊ່ວຍໃຫ້ຄຳແນະນຳ, ໃຫ້ຄວາມສະດວກໃນການຕິດຕໍ່ປະສານງານ ຫລື ອອກເອກະສານພົວພັນເກັບກຳຂໍ້ມູນນຳບຸກຄົນ ແລະ ສະຖານທີ່ກ່ຽວຂ້ອງ.

    ໃນຕອນທ້າຍປະທານກອງປະຊຸມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການຂອງບັນດາທ່ານ ແລະ ຈັນຍາບັນສິລະປິນ ທີ່ມີຢູ່ໃນໂຕຂອງນັກປະພັນແຕ່ລະຄົນ, ບົດຂຽນບົດປະພັນທີ່ຈະຂຽນອອກມາໃນບັ້ນແຂ່ງຂັນກວດສອບ ແລະ ເຂົ້າຮ່ວມພິມປຶ້ມຄັ້ງນີ້ ຈະເປັນການປະກອບສ່ວນໃຫຍ່ຫລວງ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໄດ້ຢ່າງຫລວງຫລາຍ ແລະ ເລິກເຊິ່ງ.