ກອງປະຊຸມທາງໄກແລກປ່ຽນຖອດຖອນບົດຮຽນວຽກງານແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວໃນທົ່ວປະເທດ

ກອງປະຊຸມທາງໄກແລກປ່ຽນຖອດຖອນບົດຮຽນວຽກງານແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວໃນທົ່ວປະເທດ


ໃນຕອນເຊົ້າວັນທີ 31 ພຶດສະພາ 2022 ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ປະທານສະຫະພັນກຳມະບານ ຄອສພ ເຂົ້າຮ່ວມກອງປະຊຸມທາງໄກ ແລກປ່ຽນຖອດຖອນບົດຮຽນວຽກງານແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວໃນທົ່ວປະເທດ ໂດຍໃຫ້ກຽດເປັນເປັນປະທານ ທ່ານ ນາງ ຈັນເພັດ ມະນີແສງ ຫົວໜ້າກົມຂະບວນການ ສູນກາງສະຫະພັນກຳມະບານລາວ ມີບັນດາປະທານສະຫະພັນກຳມະບານກະຊວງ-ອົງການ, ນະຄອນຫຼວງ ແລະ ບັນດາແຂວງໃນທົ່ວປະເທດເຂົ້າຮ່ວມ.
ໃນກອງປະຊຸມແຕ່ລະພາກສ່ວນກໍໄດ້ລາຍງານຫຍໍ້ກ່ຽວກັບວຽກງານທີ່ໄດ້ປະຕິບັດມາ ແລະ ໄດ້ແລກປ່ຽນຖອດຖອນບົດຮຽນວຽກງານແຂ່ງຂັນ 5 ເປັນເຈົ້າໂດຍສະເພາະແມ່ນການປະເມີນສະຫຼຸບຕີລາຄາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງໃນການແກ້ໄຂໃນຕໍ່ໜ້າ ໂດຍສະເພາະການເຄື່ອນໄຫວວຽກງານຕົວຈິງຂອງ ແຕ່ລະຮາກຖານ ແລະ ເສີມຂະຫຍາຍກໍາລັງສັງລວມຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວເວົ້າລວມ, ເວົ້າສະເພາະແມ່ນພະນັກງານ, ສະມາຊິກກໍາມະບານ, ສ້າງເງື່ອນໄຂໃຫ້ເຂົາເຈົ້າມີສະຕິຕື່ນຕົວ, ມີຄວາມເປັນເຈົ້າການໃນການ ພັດທະນາຕົນເອງຢ່າງຮອບດ້ານ ແລະ ຕັ້ງໜ້າເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງຂອງພັກ, ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໂດຍຜ່ານຂະບວນການແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານ, ແນໃສ່ສ້າງຄວາມເປັນ ເອກະພາບໃນການຊີ້ນໍາ-ນໍາພາ, ການຊຸກຍູ້, ຕິດຕາມກວດກາ ແລະ ການປະເມີນຜົນການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນ ເຈົ້າຄື:
1. ເປັນເຈົ້າ ໂຄສະນາ ສຶກສາອົບຮົມການເມືອງ-ແນວຄິດ,
2. ເປັນເຈົ້າປັບປຸງການ ນໍາພາ ແລະ ຂະຫຍາຍການຈັດ ຕັ້ງກໍາມະບານ,
3. ເປັນເຈົ້າ ການປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທໍາ ຂອງພະນັກ ງານ, ສະມາຊິກກໍາມະບານ, ກໍາ ມະກອນ ແລະ ຜູ້ອອກແຮງງານ,
4. ເປັນເຈົ້າການເຂົ້າຮ່ວມໃນການ ຕິດຕາມ, ກວດກາຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ວັດທະນະ ທໍາ ແລະ ສັງຄົມ, ແລະ 5. ເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງ ປະຕິບັດແນວທາງການຕ່າງ ປະເທດຂອງພັກ, ລະບຽບກົດ ໝາຍຂອງລັດ, ທັງນີ້ກໍເພື່ອເຮັດ ໃຫ້ການແຂ່ງຂັນດັ່ງກ່າວກາຍ ເປັນຂະບວນການກວ້າງຂວາງ ຕິດພັນກັບຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບແຜນການວຽກງານ ຂອງກົມກອງ ແລະ ສາມາດ ດຶງດູດເອົາສະມາຊິກກໍາມະບານ ເຂົ້າຮ່ວມຂະບວນການຢ່າງ ກວ້າງຂວາງ ແລະ ຄົບຖ້ວນ.