ຄະນະໂຄສະນາອົບຮົມສູນກາງພັກຈັດຝຶກອົບຮົມ ກ່ຽວກັບ ການນໍາໃຊ້ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ ຂອງພາກລັດ ໃຫ້ແກ່ພະນັກງານ ຄອສພ.

ຄະນະໂຄສະນາອົບຮົມສູນກາງພັກຈັດຝຶກອົບຮົມ

ກ່ຽວກັບ ການນໍາໃຊ້ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ ຂອງພາກລັດ ໃຫ້ແກ່ພະນັກງານ ຄອສພ.

          ໃນຕອນບ່າຍຂອງ ວັນທີ 31 ພຶດສະພາ 2022 ທີ່ຫ້ອງປະຊຸມໃຫ່ຍ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຝຶກອົບຮົມກ່ຽວກັບ ການນໍາໃຊ້ ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ ຂອງພາກລັດ (G-Share, G-Drive) ໃຫ້ແກ່ ພະນັກງານ – ລັດຖະກອນພາຍໃນ ຄອສພ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນ-ຂ່າວສານ ຄອສພ ແລະ ທ່ານ ນາງ ຈິດຕະພອນ ຈັນສິລິລາດ ຮອງຫົວໜ້າສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການທັງໝົດໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

         ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອເຜີຍແຜ່ ແລະ ຝຶກອົບຮົມ ການຕິດຕັ້ງ, ນໍາໃຊ້ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ ຂອງພາກລັດ G-Share , G-Drive ທັງເປັນສ້າງຄວາມເຂົ້າໃຈໃນການນໍາໃຊ້ລະບົບດັ່ງກ່າວ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ ເພື່ອ ນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ສະດວກວ່ອງໄວ ຮັບປະກັນຄວາມປອດໄພໃນການຈໍລະຈອນຂອງຂໍ້ມູນຂ່າວພາຍໃນພາກລັດ ທັງເປັນການຍົກສູງຄະນະພາບວຽກງານ ແລະເປັນການສ້າງບາດກ້າວໃໝ່ ເພື່ອສົ່ງເສີມ ແລະ ຮອງຮັບການຫັນເປັນທັນສະໄໝທາງດ້ານດິຈິຕອນຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຍືນຍົງ.

                   ຫຼັງຈາກນັ້ນ ນັກວິທະຍາກອນ ໄດ້ຂຶ້ນນໍາສະເໜີ 2 ຫົວຂໍ້ໃຫຍ່ທີ່ຈະໄດ້ນໍາໃຊ້ໃນຕໍ່ໜ້າຄື: ລະບົບ ແລະ ການນໍາໃຊ້ລະບົບ G-Share, G-Drive ຜ່ານ Web browser; ການນໍາໃຊ້ລະບົບ G-Share, G-Drive ຜ່ານ Mobile Application. ພ້ອມທັງອະທິບາຍເຖິງຄວາມໝາຍ, ຄວາມສໍາຄັນ ແລະ ແນະນໍາວິທີນໍາໃຊ້ ເຂົ້າໃນວຽກງານຕົວຈິງຢ່າງລະອຽດ.
ໃນໂອກາດດັ່ງກ່າວ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນ-ຂ່າວສານ ຍັງໄດ້ຮຽກຮ້ອງຜູ້ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈົ່ງນໍາໃຊ້ຄວາມຮູ້ທີ່ໄດ້ຮຽນໃນຄັ້ງນີ້ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດ.