ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາສະເຫລີມສະຫລອງ ປີສາມັກ ຄີມິດຕະພາບ ລາວ-ຫວຽດນາມ ປີ 2022

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາສະເຫລີມສະຫລອງ ປີສາມັກ ຄີມິດຕະພາບ ລາວ-ຫວຽດນາມ ປີ 2022

    ໃນວັນທີ 24 ມິຖຸນາ 2022, ຄະນະໂຄສະນາອົບຮົມສູກາງພັກ (ຄອສພ) ຈັດພິທີສະເຫລີມສະຫລອງ ປີສາມັກ ຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຄື: ວັນເຊັນສົນ ທິສັນຍາ ມິດຕະ ພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນ ທາງການທູດ ຄົບຮອບ 60 ປີ ໂດຍມີ ສະຫາຍ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູກາງພັກ, ຜູ້ຕາງໜ້າຈາກສະຖາທູດສສ ຫວຽດນາມ ປະຈຳລາວ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ  ພ້ອມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.

    ໃນພິທີ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຂຶ້ນລາຍງານການເຄື່ອນໄຫວບັນດາກິດຈະກຳເພື່ອຂຳນັບຊົມເຊີຍປີສາມັກຄີລາວ-ຫວຽດນາມປີ 2022 ໃນໄລຍະຜ່ານມາເຊິ່ງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງຜັນຂະຫຍາຍ 8 ກິດຈະກໍາໃຫຍ່ລະດັບຊາດ ມາເປັນ 10 ກິດຈະກໍາສະເພາະຂອງ ຄະນະໂຄສະນາອົບຮົມສູນກາງພັກຄື: ສ້າງເອກະສານ ແລະ ແຈ້ງການກ່ຽວກັບການໂຄສະນາ-ປາຖະກະຖາກ່ຽວກັບສາຍພົວພັນ ລາວ-ຫວຽດນາມ; ເຜີຍແຜ່ປຶ້ມປະຫວັດສາດ ສາຍພົພັນລາວ-ຫວຽດນາມ; ຈັດພິມປື້ມຕາມຮອຍປະຫວັດສາດສືບສານມູນເຊື້ອບົນເສັ້ນທາງໂຮ່ຈິມິນ ບົນຜືນແຜ່ນດິນລາວ (ສະບັບພາສາລາວ ແລະ ພາສາຫວຽດນາມ);  ປຸກລະດົມຂະບວນການສຶກສາອົບຮົມແນວຄິດ ໃຫ້ປະຊາຊົນລຽບຕາມຊາຍແດນ ລາວ-ຫວຽດນາມ;  ສົມທົບກັບກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ສະມາຄົມນັກປະພັນລາວ ຈັດກິດຈະກໍາແຂ່ງຂັນກວດສອບ: ບົດເລື່ອງສັ້ນ, ບົດເລື່ອງຍາວ, ບົດບັນທຶກຄວາມຊົງຈໍາ, ບົດກະວີ, ກາບກອນທີ່ກ່ຽວພັນເຖິງສາຍພົວພັນ ລາວ-ຫວຽດນາມ; ສົມ ທົບກັບກະຊວງສຶກສາທິການ ແລະ ກິລາ, ສູນກາງຊາວໝຸ່ມ ປປ ລາວ ແລະ ພາກ ສ່ວນກ່ຽວຂ້ອງ ຈັດກິດຈະກໍາຖາມ-ຕອບແບບເຊິ່ງໜ້າ ແລະ ແບບຜ່ານສື່ມວນຊົນ ທີ່ກ່ຽວພັນເຖິງສາຍພົວພັນ ລາວ-ຫວຽດນາມ ຢູ່ສະຖາບັນການສຶກສາຕ່າງໆ ໃນທົ່ວປະເທດ;  ຮ່າງບົດສູນທອນພົດໃຫ້ການນໍາກ່າວ ໃນພິທີໂຮມຊຸມນຸມ ສະເຫລີມສະຫລອງປີສາມັກຄີມິດຕະພາບ ແລະ ບົດກາບກອນໃຫ້ເຍົາວະຊົນອ່ານ ໃນພິທີດັ່ງກ່າວ;  ປຸກລະ ດົມໃນການຂຽນບົດກອນ, ບົດນໍາ, ຂຽນຂ່າວ ແລະ ການແປບົດຕ່າງໆ ທີ່ກ່ຽວພັນເຖິງສາຍ ພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ລົງສື່ຕ່າງໆ ເປັນປົກກະຕິ;  ຈັດສໍາມະນາວິທະຍາສາດ ກ່ຽວກັບການພົວພັນ ລາວ-ຫວຽດນາມ 2 ຄັ້ງ (ສໍາມະນາພາຍໃນ 1 ຄັ້ງ ແລະ ສໍາມະນາລະຫວ່າງສອງພັກ ລາວ-ຫວຽດນາມ 1 ຄັ້ງ); ຈັດຕັ້ງການຢ້ຽມຢາມ, ພົບປະ, ແລກປ່ຽນບົດຮຽນ ລະຫວ່າງ ຄະນະນໍາສອງຄະນະໂຄສະນາສູນ ກາງພັກ ລາວ-ຫວຽດນາມ 2 ຄັ້ງ (ຢູ່ລາວ ແລະ ຫວຽດນາມ) ແລະ ສົມທົບກັບກະຊວງພາຍໃນ ກ່ຽວກັບການຍ້ອງຍໍບຸກຄົນ ແລະ ຄະນະໂຄສະນາອົບຮົມໃນຂອບເຂດ ທົ່ວປະເທດ.

    ຫຼັງຈາກນັ້ນ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດປາຖະກະຖາເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖີງຄວາມໝາຍສຳຄັນໃນການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ (05 ກັນຍາ 1962)  ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (18 ກໍລະກົດ 1977)ໄດ້ກາຍເປັນສອງ ປະເທດອ້າຍນ້ອງ ທີ່ມີຄວາມໃກ້ຊິດສະໜິດສະໜົົມ ມີຄວາມສາມັກຄີຮັກແພງ ເປັນຈິດໜຶ່ງໃຈດຽວ ແລະ ມີມູນເຊື້ອອັນດີງາມ ມາຕັ້ງແຕ່ດົນນານແລ້ວ ຜ່ານໄລຍະປະຫວັດສາດອັນລະອິດລະອ້ຽວ ການພົວພັນແບບພິເສດ ຕະຫລອດໄລຍະຜ່ານມາ ຈົນເຖິງປັດຈຸບັນ, ພັກ, ລັດຖະບານ ແລະ ປະຊາຊົນທັງສອງປະເທດ ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຈິງໃຈໃນການຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຢ່າງສະເໝີ ຕົ້ນສະເໝີປາຍ, ການເສີມຂະຫຍາຍ ສາຍພົວພັນ ມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ, ບໍລິສຸດຜຸດຜ່ອງ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ສືບຕໍ່ໄດ້ຮັບການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີຮັກແພງ ໃນທາງທີ່ດີ ແລະ ບໍ່ຢຸດຢັ້ງເພື່ອສົ່ງຕໍ່ຈາກຄົນຮຸ່ນກ່ອນສູ່ຄົນຮຸ່ນຫລັງ ແລະ ຮຸ່ນຕໍ່ໆໄປ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນທັງສອງປະເທດລາວ-ຫວຽດນາມ.