ພິທີປິດຊຸດຝຶກອົບຮົມ ວຽກງານໂຄສະນາ-ປາຖະກະຖາ ແລະ ເຕັກນິກການຂຽນຂ່າວໃຫ້ສະມາຊິກຊາວໜຸ່ມ ຄອສພ.

ພິທີປິດຊຸດຝຶກອົບຮົມ ວຽກງານໂຄສະນາ-ປາຖະກະຖາ ແລະ ເຕັກນິກການຂຽນຂ່າວໃຫ້ສະມາຊິກຊາວໜຸ່ມ ຄອສພ.

ໃນຕອນເຊົ້າຂອງວັນທີ 7 ມິຖຸນາ 2022, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ແລະ ເຕັກນິກການຂຽນຂ່າວໃຫ້ບັນດາສະມາຊິກຊາວໜຸ່ມ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາຊິກຊາວໜຸ່ມຈາກສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຂຶ້ນທີ່ປະຊຸມ ຊັ້ນ 5, ໃຫ້ກຽດຂຶ້ນກ່າວປິດຊຸດຝຶກອົບຮົມໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ, ທ່ານ ນາງ ສຸກສະຫວັນອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນດາອາຈານສອນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ບັນດາສະມາຊິກຊາວໜຸ່ມ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ, ສະມາຊິກຊາວໜຸ່ມຈາກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທັງໝົດ 30 ສະຫາຍ.

ໃນພິທີ ທ່ານ ຈັນລີຢາງ ຢາງ ເລຂາຊາວໜຸ່ມກົມໂຄສະນາ ຕາງໜ້າຄະນະຮັບຜິດຊອບ ໄດ້ຂຶ້ນລາຍງານໂດຍຫຍໍ້ໃນການຈັດຝຶກອົບຮົມຄັ້ງນີ້ ເຊີ່ງສາມາດສະຫຼຸບຕີລາຄາດ້ານດີ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂປັບປຸງໃນຕໍ່ໜ້າ ແລະ ບົດຮຽນທີ່ຖອດຖອນໄດ້.
ໃນພິທີທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ນ. ວິລະວອນ ພັນທະວົງ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນ ແລະ ກ່າວປິດຊຸດຝຶກອົບຮົມ ກ່ອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງຊຸດຝຶກອົບຮົມຄັ້ງນີ້ ແລະ ການປະກອບສ່ວນຂອງບັນດາອາຈານທີ່ຂຶ້ນຫ້ອງສອນ ແລະ ນັກສໍາມະນາກອນທັງໝົດ ທີ່ໄດ້ໃຫ້ຄວາມສໍາຄັນ ແລະ ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ຢ່າງສຸດກົກສຸດປາຍ ແລະ ມີຄວາມຮັບຜິດຊອບສູງ; ພ້ອມນັ້ນ ທ່ານໄດ້ເນັ້ນໜັກບາງບັນຫາທີ່ສໍາຄັນ ຕໍ່ນັກສໍາມະນາກອນທີ່ເຂົ້າຮ່ວມໃນຊຸດຝຶກອົບຮົມຄັ້ງນີ້ ຈົ່ງພ້ອມກັນນໍາເອົາບົດຮຽນໄປສືບຕໍ່ຄົ້ນຄວ້າ, ໝູນໃຊ້ທິດສະດີ ແລະ ການປະຕິບັດຕົວຈິງທີ່ໄດ້ຝຶກມານັ້ນ ໜູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະ ໃໝ່ ໃຫ້ເກີດປະສິດທິພາບ, ປະສິດທິຜົນສູງສຸດ ແລະ ມີບາດກ້າວຫັນປ່ຽນໃຫມ່.
ໃນຕອນທ້າຍຂອງພິທີໄດ້ມີພິທີມອບໃບຢັ້ງຢືນ ໃຫ້ແກ່ນັກສໍາມະນາກອນ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້.