ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງຈຳປາສັກ

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງຈຳປາສັກ

                ໃນຕອນເຊົ້າວັນທີ 6 ມິຖຸນາ 2022 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງ ຈັດຕັ້ງຊຸດຝຶກອົບຮົມວຽກງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຮນິກ ໃຫ້ພະນັກງານຄະນະໂຄສະນາອົບຮົມແຂວງຈຳປາສັກ ພາຍໃຕ້ການເປັນປະທານ ທັງກ່າວເປີດຊຸດຝຶກອົບຮົມ ໂດຍ ທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ແລະ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນຈາກຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ ທັງໝົດ 27 ທ່ານ.

            ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ແນ່ໃສ່ເພື່ອບໍາລຸງຄວາມຮູ້ກ່ຽວກັບວຽກງານໄອທີໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະ ແມ່ນການຝຶກອົບຮົມວິທີການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງການຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບວຽກງານໂຄສະນາໃຫ້ມີຄວາມທັນສະໄໝເທື່ອລະກ້າວ ທັງເປັນການສ້າງການຫັນປ່ຽນໃໝ່ໃນວຽກງານການເມືອງ-ແນວຄິດໃນຍຸກ 4.0.

ເນື້ອໃນການຝຶກອົບຮົມປະກອບມີ3 ບົດດັ່ງລຸ່ມນີ້:

  1. ຄວາມຮູ້ພື້ນຖານຂອງອຸປະກອນຄອມພິວເຕີ (Hardware)
  2. ການຕິດຕັ້ງ Windows ແລະ Program
  3. ວິທີການບໍາລຸງຮັກສາຄອມພິວເຕີ     

ການຝຶກອົບຮົມໄດ້ດຳເນີນເປັນເວລາ 3ວັນ ຈື່ງໄດ້ປິດລົງ.