ສອງອົງການຈັດຕັ້ງຂັ້ນສູນກາງ ພົບປະແລກປ່ຽນບົດຮຽນລະຫວ່າງກົມຕໍ່ກົມ

     ຕອນເຊົ້າຂອງວັນທີ 10/6/2022 ຢູ່ທີ່ຫ້ອງປະຊຸມໂຕະມົນຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ທ່ານ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ກັບ ກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນໍາໂດຍ ທ່ານ ນາງ ແກ້ວອຸດອນ ແສງມະນີວົງ ຫົວໜ້າກົມອົບຮົມຊາວໜຸ່ມ, ມີຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກຈາກທັງສອງກົມດັ່ງກ່າວເຂົ້າຮ່ວມ ຈໍານວນ 18 ສະຫາຍ.

 ກອງປະຊຸມໄດ້ປຶກສາຫາລືກ່ຽວກັບແນວທາງການປັບປຸງພາລະບົດບາດ ແລະ ໜ້າທີ່ຂອງຕົນເອງ ທັງສອງຝ່າຍໄດ້ພັດປ່ຽນກັນລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນເອງໃນໄລຍະຜ່ານມາ ເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກນາໆປະການ ແຕ່ທັງສອງພາກສ່ວນກໍ່ໄດ້ຮ່ວມມືກັນຄົ້ນຄວ້າ, ມີການແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອຊອກຫາທິດທາງແກ້ໄຂ, ວາງແນວທາງປັບປຸງແຜນການຂອງວຽກງານໃນຊຸມປີຕໍ່ໜ້າຢ່າງມີວິໄສທັດກວ້າງຂວາງ, ໃຫ້ມີຄຸນນະພາບທາງດ້ານເນື້ອໃນ ແລະ ວິທີການທີ່ສອດຄ່ອງກັບພາລະບົດບາດຂອງຕົນ ພ້ອມທັງຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ.

  ໃນຕອນທ້າຍເພື່ອເປັນການເພີ່ມຄວາມສາມັກຄີຮັກແພງລະຫວ່າງສອງອົງການຈັດຕັ້ງກໍ່ຄືລະຫວ່າງກົມໃຫ້ມີສາຍໃຍການພົວພັນອັນເລີກເຊິ່ງທັງສອງຝ່າຍຈື່ງໄດ້ມີການແລກປ່ຽນບົດຮຽນນໍາກັນໂດຍການມອບປື້ມ, ເອກະສານ ແລະ ຂອງທີ່ລະນຶກຈຳນວນໜຶ່ງ ເພື່ອເປັນຂໍ້ມູນພື້ນຖານໃນການຄົ້ນຄວ້າປັບປຸງບັນດາເອກະສານທີ່ຈະນໍາໃຊ້ເຂົ້າໃນວຽກງານວິຊາສະເພາະໃນຕໍ່ໜ້າ. ແລ້ວທັງສອງຝ່າຍກໍ່ໄດ້ສະເໜີໃຫ້ມີການຮ່ວມມືແລກປ່ຽນບົດຮຽນນໍາກັນຕື່ມອີກ.

ຂ່າວ, ພາບ : ສີໄຄ ໄຊຍະວົງ