ອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ເມືອງທຸລະຄົມ ແຂວງວຽງຈັນ

 ໃນວັນທີ 14-16/6/2022 ກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກສົມທົບກັບໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຕັ້ງອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ໃຫ້ ຄູ-ອາຈານສອນ ຢູ່ໂຮງຮຽນມັດທະຍົມອ້ອມຂ້າງເທດສະບານ ແຂວງວຽງຈັນ ທັງພາກລັດ ແລະ ເອກະຊົນຢູ່ທີ່ສະໂມສອນ ເມືອງ​ທຸລະຄົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນທັບ ວົງໄຊ ຮອງເລຂາພັກເມືອງທຸລະຄົມ, ທ່ານ ສົມຄິດ ອິນທະວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ.

  ຊຸດອົບຮົມຄັ້ງນີ້ມີຄູ-ອາຈານສອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມອົບຮົມທັງໝົດ 39 ທ່ານ, ຍິງ 26 ທ່ານ. ໃນນັ້ນ, ມີສະມາຊິກພັກຈຳນວນ 39 ສະຫາຍ, ຍິງ 26 ສະຫາຍ, ອຳນວຍການໂຮງຮຽນ 5 ທ່ານ ແລະ ຮອງອຳນວຍການໂຮງຮຽນ 3 ທ່ານ, ຍິງ 2 ທ່ານ. ເນື້ອ​ໃນອົບຮົມນຳໃຊ້ເອກະສານ 6 ບົດຄື: ບົດທີ 1 ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ບົດທີ 2 ເສີມຂະຫຍາຍມູນເຊື້ອຂອງຊາດລາວ, ບົດທີ 3 ການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນຕາມທິດສັງຄົມນິຍົມ, ບົດທີ 4 ແນວທາງນະໂຍບາຍການສຶກສາຂອງພັກ-ລັດເຮົາ, ບົດທີ 5 ພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທຳ-ສັງຄົມ ແລະ ສິ່ງແວດລ້ອມ ແລະ ບົດທີ 6 ຈັນຍາບັນຂອງຄູ.

    ການຈັດຕັ້ງອົບຮົມໄດ້ດຳເນີນໄປຕາມແຜນ (ເປົ້າໝາຍເຂົ້າຮ່ວມອົບຮົມ ລືນແຜນ, ແຜນກຳນົດ 30-35 ທ່ານ) ແລະ ຜູ້ເຂົ້າອົບຮົມລ້ວນແຕ່ແມ່ນ ຜູ້ທີ່ເປັນຫຼັກແຫຼ່ງສຳຄັນທັງພາກລັດ ແລະ ເອກະຊົນ; ຜູ້ບັນຍາຍເອກະສານສ່ວນຫຼາຍມີການອະທິບາຍ, ຊີ້ແຈງ ແລະ ສົມທຽບລະຫວ່າງທິດສະດີກັບພຶດຕິກຳຕົວຈິງໄດ້ຢ່າງກວ້າງຂວາງ, ເລິກເຊິ່ງ ເຮັດໃຫ້ຜູ້ເຂົ້າອົບຮົມເຂົ້າໃຈເນື້ອໃນເອກະສານຢ່າງເລິກເຊີ່ງ ແລະ ຜູ້ອົບຮົມມີຄວາມຫ້າວຫັນ, ຕັ້ງໃຈເຂົ້າຮ່ວມ ແລະ ມີການແລກປ່ຽນຄຳເຫັນກັບຜູ້ບັນຍາຍເອກະສານຢ່າງເລິກເຊີ່ງແທດຕົວຈິງລະຫວ່າງທິດສະດີ ແລະ ພາກປະະຕິບັດຕົວຈິງ.

    ໃນຕອນທ້າຍຂອງຊຸດອົບຮົມ ສະຫາຍ ບຸນທັບ ວົງໄຊ ຮອງເລຂາພັກເມືອງທຸລະຄົມ ໄດ້ໃຫ້ກຽດໂອ້ລົມ ແລະ ສະຫາຍ ສົມຄິດ ອິນທະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງເປັນຜູ້ມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມ.

ພາບ,ຂ່າວ: ສຸກິນດາ ທອງດາລາ