ເປີດຊຸດຝືກອົບຮົມວຽກງານໂຄສະນາ – ປາຖະກະຖາ, ວຽກງານ ເກັບກໍາຫາງສຽງສັງຄົມ ໃຫ້ນາຍຕໍາຫຼວດຂັ້ັ້ນນຳພາ – ບັນຊາກົມກອງອ້ອມຂ້າງ ກະຊວງປ້ອງກັນຄວາມສະຫງົບ

ເປີດຊຸດຝືກອົບຮົມວຽກງານໂຄສະນາ – ປາຖະກະຖາ, ວຽກງານ

ເກັບກໍາຫາງສຽງສັງຄົມ ໃຫ້ນາຍຕໍາຫຼວດຂັ້ັ້ນນຳພາ – ບັນຊາກົມກອງອ້ອມຂ້າງ

ກະຊວງປ້ອງກັນຄວາມສະຫງົບ

                                                                ໂດຍ: ຈິນດາວັນ ອິນສົມເພຍ

 

ວັນທີ 13 ມີຖຸນາ 2022 ກົມໂຄສະນາ ແລະ ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເປີດຊຸດຝຶກອົບຮົມວຽກງານໂຄສະນາ – ປາຖະກະຖາ ແລະ ວຽກງານເກັບກຳຫາງສຽງສັງຄົມ ຄັ້ງທີ V ໃຫ້ແກ່ພະນັກງານນໍາພາຄຸ້ມຄອງອ້ອມຂ້າງກະຊວງ ເຊິ່ງໄດ້ຈັດຂຶ້ນທີ່ສະໂມສອນໂຮງຮຽນທິດສະດີການເມືອງ ປກສ ໂດຍການເປັນປະທານຂອງ ທ່ານ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ, ເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ, ທ່ານ ນາງ ແສງຕານ ແກ້ວອິນດາປີງ ຫົວໜ້າກົມສັງລວມ, ຫົວໜ້າຫ້ອງການເມືອງ, ຮອງຫົວໜ້າຫ້ອງການ ແລະ ມີນາຍພົນຕໍາຫຼວດ ທີ່ມາຈາກ 17 ກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

ຊຸດຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຝຶກອົບຮົມທັງໝົດ 55 ສະຫາຍ, ຍິງ 10 ສະຫາຍ, ໄດ້ດຳເນີນໄປເປັນເວລາ 5 ວັນ. ຊຸດຝຶກອົບຮົມດັ່ງກ່າວ ແມ່ນຈະໄດ້ຮຽນຮູ້ກ່ຽວກັບວຽກງານໂຄສະນາ, ວຽກງານເກັບກຳຫາງສຽງສັງຄົມ ແລະ ວຽກງານວິຊາສະເພາະຂອງກຳລັງ ປກສ; ເຊິ່ງປະກອບມີ 5 ບົດ ທີ່ສຳຄັນ ຄື: (1) ຄວາມຮູ້ພື້ນຖານຂອງວຽກງານໂຄສະນາ; (2) ຄຸນລັກສະນະ, ສີລະປະໃນການປາກເວົ້າ ແລະ ບາງບົດ ຮຽນໃນການເຄື່ອນໄຫວວຽກງານໂຄສະນາ, (3) ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ, ວິທີການເກັບກໍາ ແລະ (4) ການນໍາໃຊ້ຫາງສຽງເຂົ້າໃນວຽກງານການເມືອງ – ແນວຄິດ;  ແລະ (5)ວ່າດ້ວຍລະບຽບວິໃນຂອງກໍາລັງປ້ອງກັນຄວາມສະຫງົບ, ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ ແມ່ນແນ່ໃສ່ບຳລຸງສ້າງ ແລະ ຍົກລະດັບຄວາມຮູ້, ທັກສະໃນການໂຄສະນາດ້ວຍປາກ ແລະ ວິທີເກັບກຳຫາງສຽງສັງຄົມ ໃຫ້ກັບບັນດານາຍຕໍາຫຼວດຂັ້ນນໍາພາ – ບັນຊາກົມກອງອ້ອມຂ້າງ ປກສ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ໃຫ້ມີຄວາມເອກະພາບກັນ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບຜົນດີໃນຕໍ່ໜ້າ.

ໃນໂອກາດນີ້ ທ່ານ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ  ໄດ້ກ່າວວ່າ: ການຝຶກອົບຮົມແມ່ນມີຄວາມສຳຄັນ ແລະ ຈຳເປັນສຳລັບນາຍຕໍາຫຼວດຂັ້ນນໍາພາ – ບັນຊາກົມກອງອອ້ມຂ້າງ ປກສ ເພື່ອຍົກລະດັບ, ບຳລຸງຄວາມຮູ້, ຄວາມສາມາດໃນການໂຄສະນາ – ປາຖະກະຖາ, ວຽກງານເກັບກໍາຫາງສຽງທາງສັງຄົມເຊິ່ງ ແມ່ນໜ້າທີ່ການເມືອງຂອງພັກ ໃນໄລຍະໃໝ່ ເປັນຕົ້ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແຕ່ລະຂັ້ນ ໃຫ້ເປັນຂະບວນການອັນກ້ວາງຂວາງ ເພື່ອສາມາດປຸກລະດົມໃຫ້ມະຫາຊົນເຂົ້າຮ່ວມເປັນກຳລັງແຮງ ໃນການສ້າງ ສາພັດທະນາປະເທດຊາດ ແນ່ໃສ່ເຮັດໃຫ້ແນວທາງປ່ຽນໃໝ່ຂອງພັກເຮົາ ສືບຕໍ່ດຳເນີນໄປຢ່າງມີປະສິດທິຜົນ, ເລີກເຊິ່ງ, ຮອບດ້ານ, ມີຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ. ສະນັ້ນນາຍຕໍາຫຼວດຂັ້ນນໍາພາ – ບັນຊາກົມກອງອອ້ມຂ້າງ ປກສ ຈົ່ງເພີ່ມຄວາມຮັບຜິດຊອບຂອງຕົນ ນຳເອົາບົດຮຽນນີ້ ໄປຈັດຕັ້ງປະຕິບັດເຂົ້າໃນເຄື່ອນໄຫວວຽກງານວິຊາະເພາະໃຫ້ໄດ້ຮັບຜົນດີ.