ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ໄດ້ພົບປະໂອ້ລົມຕໍ່ການນຳ ແລະ ພະນັກງານຫລັກແຫລ່ງຂອງສະພາທິດສະດີສູນກາງພັກ, ຄອສພ ແລະ ສວສສຊ

ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ໄດ້ພົບປະໂອ້ລົມຕໍ່ການນຳ ແລະ ພະນັກງານຫລັກແຫລ່ງຂອງສະພາທິດສະດີສູນກາງພັກ, ຄອສພ ແລະ ສວສສຊ

    ​ຕອນ​ເຊົ້າ ຂອງວັນ​ທີ 23 ມິ​ຖຸ​ນາ 2022 ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດລາວ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ໄດ້ພົບປະໂອ້ລົມຕໍ່ການນຳ ແລະ ພະນັກງານຫລັກແຫລ່ງຂອງສະພາທິດສະດີສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ. ໃນພິທີດັ່ງກ່າວ ​ສະ​ຫາຍ ຄຳ​ພັນ ເຜີຍ​ຍະ​ວົງ ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ກຽດຕ້ອນຮັບ ແລະ ຮຽນເຊີນເປັນປະທານພິທີ.

ໃນ​ໂອ​ກາດ​ຕ້ອນ​ຮັບ​ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດແຫ່ງ ສ​ປ​ປ ລາວ ໃນ​ຄັ້ງ​ນີ້; ສະ​ຫາຍ ຄຳ​ພັນ ເຜີຍ​ຍະ​ວົງ ໄດ້​ໃຫ້ກຽດລາຍ​ງານ​ສະ​ພາບ​ການ​ເຄື່ອນ​ໄຫວ​ວຽກ​ງານ ຂອງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ໃນ​ໄລ​ຍະ​ຜ່ານ​ມາ ເຊິ່ງ​ສະຫາຍໄດ້ຍົກ​ໃຫ້​ເຫັນ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ການ​ຄົ້ນ​ຄວ້າ​ທິດ​ສະ​ດີ ແລະ​ພຶດ​ຕິ​ກຳ; ການ​ຈັດ​ຕັ້ງ​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ທັງ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ; ສະ​ພາບ​ການ​ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ ຂອງ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກເພື່ອໃຫ້ເປັນລະບົບຄົບຊຸດເຊັ່ນ: ​​ຄະ​ນະ​ປະ​ຈຳ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ; ຄະ​ນະ​ກຳ​ມະ​ການ​ດ້ານ​ການ​ເມືອງ-ຄວາມ​ໝັ້ນ​ຄົງ; ຄະ​ນະ​ກຳ​ມະ​ການ​ດ້ານ​ເສດ​ຖະ​ກິດ-ການ​ເງິນ; ຄະ​ນະ​ກຳ​ມະ​ການ​ດ້ານ​ວັດ​ທະ​ນະ​ທຳ-ສັງ​ຄົມ ແລະ​ຄະ​ນະ​ເລ​ຂາ​ທິ​ການ​ວິ​ທະ​ຍາ​ສາດ. ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ມີ​ຫ້ອງ​ການ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ເປັນ​ກົງ​ຈັກ​ຊ່ວຍ​ວຽກ​ບໍ​ລິ​ຫານ ​ພາຍ​ໃຕ້​ການ​ຊີ້​ນຳ​ໂດຍ​ກົງ ຂອງ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ. ການ​ປັບ​ປຸງ​ພາ​ລະ​ບົດ​ບາດ ຂອງສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ ເພື່ອຍົກສູງຄຸນນະພາບເຮັດ​ບົດ​ບາດ​ໃຫ້​ຄຳ​ປຶກ​ສາ​ແກ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ​ສູນ​ກາງ​ພັກ, ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກ່ຽວ​ກັບ​ບັນ​ຫາ​ທິດ​ສະ​ດີ​ການ​ເມືອງ, ແນວ​ຄິດ-ທິດ​ສະ​ດີ ຂອງ​ພັກ ແລະ​ວິ​ທະ​ຍາ​ສາດ​ສັງ​ຄົມ ເພື່ອ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ກຳ​ນົດ, ປັບ​ປຸງ ແລະ​ບູ​ລະ​ນະ​ແນວ​ທາງ, ນະ​ໂຍ​ບາຍ ຂອງ​ພັກ ຕາມ​ທິດ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ.

ນະ​ໂອ​ກາດ​ອັນ​ສຳ​ຄັນ​ດັ່ງ​ກ່າວນີ້, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ໃຫ້​ຄຳ​ເຫັນ​ຊີ້​ນຳ​ຕໍ່​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດ-ເສດຖະກິດສັງຄົມແຫ່ງຊາດ ​ໃນ​ການ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງຂອງ​ຕົນ ໃນນີ້ໄດ້​ເນັ້ນ​ໃຫ້​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ພັກ​ເປັນ​ເຈົ້າ​ການ​ໃນ​ການ​ສຸມ​ທຸກ​ກຳ​ລັງ​ແຮງ ຂອງ​ຕົນ​ເຂົ້າ​ໃນ​ການ​ສືບ​ຕໍ່​ຈັດ​ຕັ້ງ​ນຳ​ພາ-ຊີ້​ນຳ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ, ສິດ ແລະ​ໜ້າ​ທີ່ ຂອງ​ຕົນ​ໃຫ້​ສຳ​ເລັດ​ຜົນ ແລະ​ມີ​ປະ​ສິດ​ທິ​ພາບ; ເອົາ​ໃຈ​ໃສ່​ຕໍ່​ການ​ປັບ​ປຸງ​ກົນ​ໄກ​ການ​ຈັດ​ຕັ້ງ​ເຄື່ອນ​ໄຫວ​ວຽກ​ງານ​ຄົ້ນ​ຄວ້າ​ທິດ​ສະ​ດີ ແລ​ະ​ສະ​ຫຼຸບ​ພຶດ​ຕິ​ກຳ​ແຫ່ງ​ການ​ຈັດ​ຕັ້ງ​ນຳ​ພາຂອງ​ພັກ ໂດຍ​ສະ​ເພາະ​ໃນ​ສະ​ເພາະ​ໜ້ານີ້​ແມ່ນ​ສຸມ​ໃສ່​ການ​ຄົ້ນ​ຄວ້າ​ທິດ​ສະ​ດີ ແລະ​ສະ​ຫລຸບ​ພຶດ​ຕິ​ກຳ​ກ່ຽວ​ກັບ​ການ​ການ​ສ້າງ​ 9 ປະ​ຖົມ​ປັດ​ໄຈ ເພື່ອ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ​ໃຫ້​ສຳ​ເລັດ​ຜົນ​ຕາມ​ລະ​ດັບ​ຄາດ​ໝາຍ ພ້ອມ​ກັບ​ບັນ​ດາ​ໂຄງ​ການ​ຄົ້ນ​ຄວ້າ​ລະ​ດັບ​ຊາດ​ໃນ​ຫົວ​ຂໍ້​ຕ່າງໆ​ໃຫ້​ສາ​ມາດ​ຮັບ​ຮອງ​ເອົາ​ຜົນ​ການ​ຄົ້ນ​ຄວ້າ​ຢ່າງ​ເປັນ​ທາງ​ການ ເພື່ອ​ປັບ​ປຸງ​ບູ​ລະ​ນະ​ແນວ​ທາງ ຂອງ​ພັກ​ໃຫ້​ນັບ​ມື້​ນັບ​ອຸ​ດົມ​ສົມ​ບູນເທື່ອ​ລະ​ກ້າວ.