ກອງປະຊຸມທາງໄກເຜີຍແຜ່ ແຈ້ງການແນະນຳການໂຄສະນາ, ເຜີຍແຜ່ ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່ສຸດໃໝ່ ສຳລັບຜູ້ອອກແຮງງານ ຢູ່ ສປປລາວ ທີ່ລັດຖະບານປະກາດໃຊ້ ໂດຍອົງການກຳມະບານລາວ

ໃນຕອນເຊົ້າວັນທີ 28 ກໍລະກົດ 2022 ທ່ານ ນາງ ໄພວັນ ວັນນະໄຊ, ຮອງປະທານສະຫະພັນກຳມະບານ ຄອສພ, ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ເຂົ້າຮ່ວມກອງປະຊຸມເຜີຍແຜ່ ແຈ້ງການແນະນຳການໂຄສະນາ, ເຜີຍແຜ່ ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່ສຸດໃໝ່ ສຳລັບຜູ້ອອກແຮງງານ ຢູ່ ສປປລາວ ທີ່ລັດຖະບານປະກາດໃຊ້ ໂດຍອົງການກຳມະບານລາວ ໂດຍໃຫ້ກຽດເປັນປະທານ ທ່ານ ອະທິລັດ ອຸດົມເດດ ຮອງຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກຳມະບານລາວ ມີບັນດາປະທານສະຫະພັນກຳມະບານກະຊວງ-ອົງການ, ນະຄອນຫຼວງ ແລະ ບັນດາແຂວງໃນທົ່ວປະເທດເຂົ້າຮ່ວມ.

ກອງປະຊຸມ ເຜີຍແຜ່ບັນດາເອກະສານ ບັນດາແຈ້ງການ ແລະ ແນະນຳການໂຄສະນາເຜີຍແຜ່ ການປັບປຸງແຮງງານຂັ້ນຕ່ຳຊຸດໃໝ່ ສຳລັບຜູ້ອອກແຮງງານຢູ່ ສ ປປ ລາວ ໃນການຈັດຕັ້ງປະຕິບັດ; ຍັງໄດ້ຮັບຟັງສະພາບລວມໃນການເຫັນດີ ແລະ ເປັນເອກະພາບ ໃນການຄົ້ນຄວ້າ ການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ຂອງຜູ້ອອກແຮງງານຢູ່ ສ ປປ ປລາວ ໃນກອງປະຊຸມຍັງໄດ້ສົນທະນາແລກປ່ຽນ ແລະ ປະກອບຄຳເຫັນຈາກບັນດາສ ະຫະພັນກຳມະບານກະຊວງ-ອົງການ, ນະຄອນຫຼວງ ແລະ ບັນດາແຂວງ ຕໍ່ການຈັດຕັ້ງປະຕິບັດໃນໂຄສະນາ,ເຜີຍແຜ່ ຂອງ ແຕ່ລະຮາກຖານ ເພື່ອໃຫ້ຊາວຜູ້ອອກແຮງງານລາວຮັບຮູ້ເຂົ້າໃຈ, ແນໃສ່ສ້າງຄວາມເປັນ ເອກະພາບໃນການຊີ້ນໍາ-ນໍາພາ.