ການຈັດອົບຮົມການເມືອງ-ແນວຄິດໃຫ້ແກ່ ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ເມືອງສາມັກຄີໄຊ ແຂວງອັດຕະປື

ຊຸດອົບຮົມໄດ້ຈັດຂຶ້ນທີ່ຫ້ອງ​ປະ​ຊຸມ​ຂອງຄະນະໂຄສະນາອົບຮົມ​ແຂວງ​ອັດຕະປືໃນວັນທີ    19/07/ 2022 ຊຶ່ງໄດ້ດຳ​ເນີນ​ໄປ 1 ວັນ ພາຍໃຕ້ການເປັນປະທານເປີດ, ປິດ ແລະ ໃຫ້ການໂອ້ລົມ​ຂອງສະ​ຫາຍ ນາງ ບຸນນານ ບຸນນະແສງ ກຳມະການ​ປະ​ຈຳ​ພັກ​ແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື, ມີສະ​ຫາຍ​ ຄຳ​ກອງ ທຳ​ມະ​ເທວາ ກຳມະພັກ ຮອງ​ຫົວ​ໜ້າ​ກົ​ມ​ອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ແລະ ສ​ະ​ຫາຍ ຄຳໝັ້ນ ສີສະໝຸດ ຄະນະປະຈຳພັກເມືອງ ຮອງເລຂາພັກເມືອງສາມັກຄີໄຊ.

ຊຸດ​ອົບ​ຮົມ​ຄັ້ງ​ນີ້ ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 42 ສະ​ຫາຍ, ຍິງ 3 ສະ​ຫາຍ ຊຶ່ງ​​ເປັນ​ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ທີ່ມາ​ຈາກ 28 ​ບ້ານທົ່ວເມືອງສາມັກຄີໄຊ ແຂວງອັດຕະປື. ການຈັດຕັ້ງອົບຮົມຄັ້ງນີ້ນຳໃຊ້ເນື້ອ​ໃນ​​ເອກະສານອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ປະກອບມີ 3 ຫົວຂໍ້ ຄື:  ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າລາສີຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ; ບົດ​ບາດ ແລະ ໜ້າ​ທີ່​ຂອງ​ຜູ້ຊົງຄຸນວຸດທິບັນ ດາຊົນເຜົ່າ; ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີເປັນປຶກແຜ່ນ ແລະ ຄວາມ​ສະ​ເ​ໝີ​ພາບ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ.

ການຈັດ​ອົບຮົມການ​ເມືອງ-​ແນວຄິດ ​ໃຫ້​ແກ່ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່​ເມືອງ​ສາມັກຄີໄຊ ແຂວງ​ອັດຕະປື ໃນ​ຄັ້ງ​ນີ້ ເປັນ​ການຍົກ​ສູງ​ຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວບັນດາເຜົ່າ, ບົດບາດໜ້າທີ່ຂອງຜູ້ຊົງຄຸນວຸດທິບັນດາຊົນເຜົ່າ, ຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມສະເໝີພາບປະຊາຊົນບັນດາເຜົ່າ. ຜ່ານ​ການ​ອົບ​ຮົມ​ຄັ້ງ​ນີ້ຈະ​ເປັນ​ພື້ນ​ຖານ​ຄວາມ​​ຮູ້​ໃຫ້​ແກ່​ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ເພື່ອນຳເອົາ​ໄປໂຄ​ສະ​ນາ​ສຶກ​ສາອົບ​ຮົມໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດ​າ​ເຜົ່າ ​ໃນ​ທ້ອງ​ຖິ່ນ​ຂອງ​ຕົນທີ່ຢູ່ໃນຄວາມ​ຮັບ​ຜິດ​ຊອບ ​ໄດ້ຮັບ​ຮູ້​-ເຂົ້າ​ໃຈ ແລະ ຕື່ນ​ຕົວເປັນເຈົ້າການ​ຈັດ​ຕັ້ງ​ປະ​ຕິ​ບັດໃຫ້ປະກົດຜົນເປັນຈິງ ເພື່ອປະກອບອັນສຳຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງເທື່ອລະກ້າວ.

ຂ່າວ,ພາບ: ພູໄຊ ບຸນມີຈິດ