ການ​ນຳ​ພັກ – ລັດ ລາວ – ຫວຽດ​ນາມ ຊົມ​ຮູບ​ພາບ​ການ​ເຄື່ອນ​ໄຫວຂອງບັນດາຜູ້ນຳປະຕິວັດທັງສອງປະເທດ.

ການ​ນຳ​ພັກ – ລັດ ລາວ – ຫວຽດ​ນາມ ຊົມ​ຮູບ​ພາບ​ການ​ເຄື່ອນ​ໄຫວຂອງບັນດາຜູ້ນຳປະຕິວັດທັງສອງປະເທດ.

    ການ​ນໍາ​ພັກ, ລັດ ລາວ​-​ຫວຽດນາມ, ເຂົ້າ​ຮ່ວມ​ພິທີ​ວາງ ສະແດງ​ຮູບ​ພາບ, ເອກະສານ, ວັດຖຸ​ພັນ ແລະ​ ປຶ້ມພາຍ​ໃຕ້​ຫົວຂໍ້ “ສາຍ​ພົວພັນ​ມິດຕະ ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ ແລະ ​ການ​ຮ່ວມ​ມື​ຮອບ ດ້ານ ລາວ​-​ຫວຽດນາມ,ຫວຽດ ນາມ​-​ລາວ” ໃນ​ວັນ​ທີ 17 ກໍລະກົດນີ້ ທີ່​ຫໍ​ພິ​ພິ​ທະ​ພັນ​ໄກສອນ ພົມ​ວິ​ຫານ. ເປັນ​ກຽດ​ເຂົ້າ​ຮ່ວມ​ພິທີ​ມີ ສະຫາຍ ​ຫວໍ​ ວັນ ​ເຖື້ອງ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ ກາງ​ພັກ ຜູ້​ປະ​ຈໍາການ​ຄະ ນະ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ຊີ້​ນໍາ​ລະດັບ​ຊາດ ສະເຫຼີມສະຫຼອງ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ​-​ລາວ ປີ 2022, ສະຫາຍ ສອນ​ໄຊ ສີ​ພັນ​ດອນ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ຮອງ​ຫົວ ໜ້າ​ຄະນະ​ຊີ້​ນໍາ​ລະດັບ​ຊາດ​ສະເຫຼີມສະຫຼອງ​ປີ​ສາມັກຄີ​ມິດຕະພາບ ລາວ​-​ຫວຽດນາມ ປີ 2022, ມີບັນດາ​ສະຫາຍ​ການ​ນໍາ​ລະດັບ​ສູງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດນາມ​ພ້ອມ​ດ້ວຍ ບັນດາ​ສະຫາຍ​ການ​ນໍາ​ພັກ​-​ລັດ ປະຊາຊົນ ​ປະຕິວັດ​ລາວ.

    ໃນ​ພິທີ, ສະຫາຍ ທອງ​ສະ​ລິດ ມັງ​ໜໍ່​ເມກ ​ເລຂາທິການ​ສູນ​ກາງ​ພັກ ຫົວ ໜ້າ​ຫ້ອງ​ວ່າການ​ສູນ​ກາງພັກ ຕາງໜ້າ​ຄະນະ​ຊີ້​ນໍາ​ລະດັບ​ຊາດ ການ​ສະເຫຼີມ ສະຫຼອງ​ປີ​ສາມັກຄີ​ມິດຕະພາບ ລາວ​-​ຫວຽດນາມ ປີ 2022, ກໍ​ຄື​ຕາງໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວຂື້ນກ່າວ ຮັບ​ຕ້ອນ​ຄະນະ​ຜູ້​ແທນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດນາມທີ່ເດີນທາງມາ ເຂົ້າ​ຮ່ວມ​ພິທີ​ສະເຫຼີມສະຫຼອງ​ປີ​ສາມັກຄີ​ມິດ​ຕະພາບ ລາວ​-​ຫວຽດນາມ ໂດຍ​ສະເພາະ 45 ປີ ແຫ່ງ​ການ​ເຊັນ​ສົນທິສັນຍາ​ມິດຕະພາບ ແລະ​ ການ​ຮ່ວມ​ມື ລາວ​-​ຫວຽດນາມ (18 ກໍລະກົດ 1977 – 18 ກໍລະກົດ 2022) ໃນ​ຄັ້ງ​ນີ້ ຊຶ່ງ​ນໍາ​ພາ​ໂດຍ​ສະຫາຍ ຫວໍ​ວັນ​ເຖື້ອງ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຜູ້​ປະ​ຈໍໍາ​ການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ.

    ຫ້ອງ​ວ່າການ​ສູນ​ກາງ​ພັກ ປະຊາຊົນ​ ປະຕິວັດ​ລາວ ແລະ ຫ້ອງ​ວ່າການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ໄດ້​ນໍາ​ເອົາ​ຮູບ​ພາບ​ການເຄື່ອນໄຫວ​ຂອງ​ສອງ​ພັກ, ສອງ​ລັດ ແລະ​ປະຊາຊົນ​ສອງ​ຊາດ ລາວ​-​ຫວຽດນາມ ມາ​ວາງສະແດງ​ຢູ່​ສອງ​ຈຸດ​ຄື: ຢູ່ ສປປ ລາວ ແມ່ນ​ຢູ່​ຫໍ​ພິ​ພິ​ທະ​ພັນ ໄກສອນ ພົມວິຫານ ແລະ ຢູ່​ຫວຽດນາມ​ແມ່ນ​ຢູ່ ຫໍ​ພິ​ພິ​ທະ​ພັນ​ການ​ປະຕິວັດ ຫວຽດນາມ ຊຶ່ງ​ຢູ່ ຫໍ​ພິ​ພິ​ທະ​ພັນ ໄກສອນ ພົມວິ​ຫານ ນີ້, ມີ​ທັງ​ໝົດ 400 ​ຮູບ ໂດຍ​ແບ່ງ​ອອກ​ເປັນ 3 ພາກ ຄື: ພາກ​ທີ I : ປະຫວັດສາດ​ສາຍ​ພົວພັນ​ທີ່​ເປັນ​ມູນເຊື້ອຮ່ວມ​ສໍາ​ພັນ​ສູ້​ຮົບ ແລະ ​ການ​ສ້າງ​ສາຍ​ພົ​ວ​ພັນ​ການ​ທູດ ລາວ-​ ຫວຽດນາມ, ຫວຽດນາມ​-​ລາວ (1930-1975); ພາກ​ທີ II: ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດ ຕະພາບ ແລະ​ ການ​ຮ່ວມມື ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ​ສ້າງສາ​ພັດທະນາ​ປະເທດ​ຊາດ (1976-1986) ແລະ ພາກ​ທີ III: ສາຍ​ພົວພັນ​ມິດ ຕະພາບ​ທີ່​ຍິ່ງ​ໃຫຍ່ ຄວາມ​ສາ ມັກຄີ​ພິເສດ ແລະ​ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ລາວ​-​ຫວຽດນາມ, ຫວຽດນາມ​-​ລາວ ຕະຫຼອດ​ໄລຍະ 36 ປີ ແຫ່ງ​ການ​ປ່ຽນແປງ​ໃໝ່ (1986-2022)ຮູບ​ພາບ ແລະ ການເຄື່ອນໄຫວ​ທັງ​ໝົດ​ແມ່ນ​ຍັງ​ມີ​ອີກ​ຫຼວງຫຼາຍ ທີ່​ບໍ່​ສາມາດ​ເກັບ​ທ້ອນໂຮມ​ເຂົ້າ​ໃນ​ອາຄານ ຫຼື ສະຖານທີ່​ໃດ​ໜຶ່ງ​ໝົດ​ໄດ້. ແຕ່​ທັງ​ໝົດ​ນັ້ນ ລ້ວນ​ແຕ່​ສ່ອງ​ແສງ​ເຖິງ​ຄວາມ​ມີ​ຊີວິດ​ຊີວາ, ຄວາມ​ເປັນ​ມາ, ການ​ເຕີບ​ໃຫຍ່​ຂະຫຍາຍຕົວ, ມູນເຊື້ອ​ການ​ພົວພັນ​ຮ່ວມ​ມືຊ່ວຍເຫຼືອ​ຊຶ່ງ​ກັນ ແລະ​ກັນ ບໍ່​ວ່າ​ຈະ​ຢູ່​ໃນ​ໄລຍະ​ຕໍ່ສູ້​ກູ້​ຊາດ ກໍຄື​ໄລຍະ​ແຫ່ງ​ການ​ປົກ​ປັກ​ຮັກສາ ແລະ​ພັດທະນາ​ສ້າງສາ​ປະເທດ​ຊາດ. ຄວາມ​ສາມັກຄີ​ພິເສດ ຂອງ​ສອງ​ພັກ, ສອງ​ລັດ ແລະ​ປະຊາຊົນ​ສອງ​ຊາດ ລາວ​-​ຫວຽດນາມ ທີ່​ມີ​ໜຶ່ງ​ບໍ່​ມີ​ສອງ​ຫາ​ຫຍັງ​ຈະ​ມາ​ປຽບທຽບ​ໄດ້ ຊຶ່ງ​ຍາມ​ໃດ​ພັກ​-​ລັດ ແລະ​ປະຊາຊົນ​ສອງ​ຊາດ ກໍໄດ້​ເພີ່ມ​ພູນ​ຄູນ​ສ້າງ ໃຫ້​ເກີດ​ດອກ​ອອກ​ຜົນ ແລະ​ນັບ​ມື້​ນັບ​ສະຫງ່າ​ງາມ ຄື​ດັ່ງ ປະທານ ໄກສອນ ພົມວິຫານ ຜູ້​ນໍາ​ທີ່​ແສນ​ເຄົາລົບ​ຮັກ ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ໄດ້​ກ່າວ​ວ່າ: “ພູອາດຈະເຊາະເຈື່ອນ ແມ່​ນໍ້າລໍາ​ເຊ​ອາດຈະ​ເຫືອດ​ແຫ້ງ, ແຕ່​ສາຍ​ພົວພັນ​ມິດຕະພາບ ລາວ​-​ຫວຽດນາມ ຈະ​ໝັ້ນຄົງ​ຂະ​​ໜົງ​ແກ່ນ​ຕະຫຼອດ​ກາລະ​ນານ” ແລະ​ ບົດ​ກະວີ​ອັນ​ລື​ຊື່​ຂອງ ປະທານ ໂຮ່​ຈິມິນ ທີ່​ວ່າ:

“ຮັກຫອມ​ກັນ​ໝາຍ​ໝັ້ນ ຫຼາຍ​ສັນພູ​ກໍ່​ປີນ​ໄຕ່ ຫຼາຍນໍ້າ​ ໃຫຍ່ ແລະ​ ໂຄກ​ກວ້າງ ຂວາງ​ ກັ້ນກໍເດີນດັ້ນດຸ່ງໄປ ສອງ​ຊາດ​ລາວ​-​ຫວຽດນາມ​ໄດ້ ຝັງ​ຄວາມ​ຮັກ​ຢູ່​ໃນ​ໃຈ ຮົ່ງ​ຮ່າ​ທັງ​ແມ່​ຂອງ ບໍ່​ເລິກ​ປຸນ​ປານ​ໄດ້.”

(ຂ່າວ​-​ພາບ:www.pasaxon.org.la)