ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມ
ແຂວງສະຫວັນນະເຂດ

 

    ໃນລະຫວ່າງວັນທີ 11-13 ກໍລະກົດ 2022 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງສະຫວັນນະເຂດ ພາຍໃຕ້ການເປັນປະທານ ແລະ ກ່າວເປີດຂອງ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພະນັກງານຈາກຄະນະໂຄສະນາອົບຮົມແຂວງ, ເມືອງ ທັງໝົດ 21 ທ່ານ, ຍິງ 6 ທ່ານ.

    ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອແນ່ໃສ່ຍົກລະດັບລະດັບຄວາມຮູ້, ຄວາມສາມາດ ກ່ຽວກັບວຽກງານໄອທີ ໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ໃນການນໍາໃຊ້ເຄື່ອງມືເຕັັກໂນໂລຊີທີທັນສະໄໝ ເຂົ້າໃນປະຕິບັດໜ້າທີ່ວຽກງານວິຊາສະເພາະເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງເປັນການສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.

ເນື້ອໃນການຝຶກອົບຮົມປະກອບມີ 3 ບົດດັ່ງລຸ່ມນີ້:

1.ຄວາມຮູ້ພື້ນຖານຂອງອຸປະກອນຄອມພິວເຕີ (Hardware)

2.ການຕິດຕັ້ງ Windows ແລະ Program

3.ວິທີການບໍາລຸງຮັກສາຄອມພິວເຕີ

    ການຝຶກອົບຮົມໄດ້ດຳເນີນເປັນເວລາ 3 ວັນຄືວັນທີ 11-13/07/2022 ຈຶ່ງໄດ້ປິດລົງໃຫ້ກຽດມອບໃບຢັ້ງຢືນ ແລະ ໂອ້ລົມຕໍ່ບັ້ນຝຶກອົບຮົມຄັ້ງນີ້ໂດຍ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ.

    ຫຼັງຈາກຝຶກອົບຮົມແລ້ວຄະນະໂຄສະນາອົບຮົມແຂວງສະຫວັນນະເຂດຍັງໄດ້ໃຫ້ຄວາມສຳຄັນ ແລະ ນຳພາຄະນະພວກເຮົາທັດສະນະຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ – ມຸກທະຫານ, ສວນທາລະນະແຄມຂອງນະຄອນໄກສອນພົມວິຫານ ແລະ ທ່ອງຊົມກາບໄຫວ້ບູຊາພະທາດອິງຮັງມິງຂວັນຊາວເມືອງສະຫວັນນະເຂດເຊິ່ງກໍພໍດີເປັນມື້ເຂົ້າພັນສາລາພະເຈົ້າ 13/07/2022.