ອົງການໄອຍະການປະຊາຊົນສູງສຸດ ເອົາໃຈໃສ່ສ້າງຕາງຫນ່າງໂຄສະນາ – ປາຖະກະຖາ ໃຫ້ພະນັກງານຫຼັກແຫຼ່ງ

ອົງການໄອຍະການປະຊາຊົນສູງສຸດ ເອົາໃຈໃສ່ສ້າງຕາງຫນ່າງໂຄສະນາ ປາຖະກະຖາໃຫ້ພະນັກງານຫຼັກແຫຼ່ງ

ໂດຍ: ສີໄຄ ໄຊຍະວົງ

    ໃນລະຫວ່າງວັນທີ 30/6/-6/7/2022 ຢູ່ທີ່ສະໂມສອນໃຫຍ່ຂອງອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ໄດ້ຈັດພິທີຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ – ປາຖະກະຖາ ໃຫ້ພະນັກງານຫຼັກແຫຼ່ງຂອງອົງການໄອຍະການປາຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວຫນ້າອົງການໄອຍະການປະຊາຊົນສູງສຸດ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ບົວລີ ບັນຊາລິດ ຫົວຫນ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ – ຄະນະນຳ, ພະນັກງານຫຼັກແຫຼ່ງຂັ້ນກົມ, ຂັ້ນພະແນກ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການນະຄອນຫຼວງວຽງຈັນເຂົ້າຮ່ວມຈຳນວນ 50 ສະຫາຍ.

    ການເຝິກອົບຮົມຄັ້ງນີ້ນັກສຳມະນາກອນຈະໄດ້ຮຽນຮູ້ຄວາມຮູ້ພື້ນຖານວຽກງານໂຄສະນາ – ປາຖະກະຖາ ເຊິ່ງປະກອບດ້ວຍຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ, ເຕັກນິກການຂຽນເອກະສານ (ວຽກງານແນວຄິດ), ຄຸນລັກສະນະ ແລະ ສິລະປະໃນການເວົ້າຂອງນັກປາຖະກະຖາ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາປາຖະກະຖາ. ນອກຈາກນັ້ນນັກສຳມະນາກອນຍັງຈະໄດ້ທົດລອງຂຽນເອກະສານນຳພາວຽກງານແນວຄິດ, ເອກະສານປາຖະກະຖາ ແລະ ຂຶ້ນປາຖະກະຖາທົດລອງຕົວຈິງ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ກໍ່ເພື່ອຫັນເອົາວຽກງານໂຄສະນາ – ປາຖະກະຖາ, ວຽກງານແນວຄິດທິດສະດີຂອງພັກ ແລະ ນິຕິກຳຕ່າງໆ ຂອງອົງການຕົນເຜີຍແຜ່ສູ່ເປົ້າຫມາຍຕ່າງໆ ເຮັດໃຫ້ວຽກງານຖືກຈັດຕັ້ງປະຕິບັດຕົວຈິງຢ່າງທົ່ວເຖິງ ທັງເປັນການ, ປຸກລະດົມຊຸກຍູ້ພະນັກງານ – ສະມາຊິກພັກໃນຂົງເຂດວຽກງານໄອຍະການໃຫ້ມີຄວາມຕື່ນຕົວຈັດຕັ້ງປະຕິບັດຫນ້າທີ່ການເມືອງຂອງຕົນ ແລະ ຫັນປ່ຽນໄປສູ່ຄຸນນະພາບໃໝ່ ແລະ ມີຜົນສຳເລັດຕາມຄາດຫມາຍທີ່ວາງໄວ້.