ກຸ່ມບ້ານໝາກເຟືອງ ເມືອງນາກາຍ ແຂວງຄຳມ່ວນ ໄດ້ຮັບການອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ແລະ ປະຊາຊົນຢູ່ລຽບຕາມຊາຍແດນ

           ໃນ​ລະ​ຫວ່າງວັນ​ທີ 28-29 ກໍ​ລະ​ກົດ ປີ 2022 ຜ່ານ​ມານີ້ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ໄດ້​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນ ແລະ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ເມືອງ​ນາ​ກາຍ ຈັດ​ຕັ້ງ​ອົບ​ຮົມ​ຄວາມ​ຮູ້​ພື້ນ​ຖານ​ດ້ານ​ການ​ເມືອງ-ການ​ປົກ​ຄອງ ແລະ ການ​ສ້າງ​ບ້ານ​ພັດ​ທະ​ນາ, ປະ​ຊາ​ຊົນຢູ່​ລຽບ​ຕາມ​ຊາຍ​ແດນ ຊຶ່ງ​ໄດ້​ຈັດ​ຂຶ້ນຢູ່​ທີ່​ຫ້ອງ​ການ​ບ້ານ ​ບ້ານ​ໝາກ​ເຟືອງ ເມືອງ​ນາ​ກາຍ ​ແຂວງ​ຄຳ​ມ່ວນ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ແສງ​ແກ້ວ ພະ​ຄຸນ​ທອງ ກຳ​ມະ​ການ​ປະ​ຈຳ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ​ນາ​ກາຍ, ​ ທ່ານ ຄຳ​ເຄນ​ ຈັນ​ທະ​ວົງ ຫົວ​ໜ້າ​ກົມ​ອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ມີ​ທ່ານ ອຸ​ດອນ ສຸກ​ທິ​ລາດ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນ​.

         

           ຊຸດ​ຮົມ​ຄັ້ງ​ນີ້​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 61 ທ່ານ, ຍິງ 14 ທ່ານ ໃນ​ນັ້ນ; ປະ​ກອບ​ມີ​ເລ​ຂາ​ໜ່ວຍ​ພັກ​ບ້ານ, ຄະ​ນະ​ໜ່ວຍ​ພັກ​ບ້ານ, ນາຍ​ບ້ານ, ຫົວ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂອງ​ບ້ານ, ພະ​ນັກງານ​ຄູ, ແພດ​ໝໍ ແລະ  ປກ​ຊ-ປກ​ສ ທີ່​ປະ​ຈຳ​ຢູ່​ກຸ່ມ​ບ້ານ​ໝາກ​ເຟືອງ, ເນື້ອ​ໃນ​ເອ​ກະ​ສານ​ອົບ​ຮົມປະ​ກອບ​ມີ: ຊາດ​ລາວ, ຄົນ​ລາວ ແລະ ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ປະ​ຊາ​ຊົນ​ລາວ, ລະ​ບົບ​ການ​ເມືອງ​ ແລະ ການ​ປົກ​ຄອງ ໃນ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ, ການ​ສ້າງ​ບ້ານ​ເປັນ​ຫົວ​ໜ່ວຍ​ພັດ​ທະ​ນາ, ການ​ແກ້​ໄຂ​ຄວາມ​ທຸກ​ຍາກ ແລະ ການ​ຜະ​ລິດ​ເປັນ​ສິນ​ຄ້າ, ແນວ​ທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ປວງ​ຊົນ​ຮອບ​ດ້ານ ແລະ ເອ​ກະ​ສານ​ອົບ​ຮົມ​ປະ​ຊາ​ຊົນ​ຢູ່​ລຽບ​ຕາມ​ຊາຍ​ແດນ (11 ຄຳ​ຖາມ-ຄຳ​ຕອບ).

          ການ​ຈັດ​ຕັ້ງ​ອົບ​ຮົມ​ໃນ​ຄັ້ງ​ນີ້​ແມ່ນເປັນການ​ສ້​າງ​ບາດ​ກ້າວ​ບຸກ​ທະ​ລຸ​ທາງ​ດ້ານ​ຈິນ​ຕະ​ນາ​ການ ​(ແນວ​ຄິດ) ໃຫ້​ແກ່​ສະ​ມາ​ຊິກ​ພັກ-ພະ​ນັກ​ງານ, ນາຍ​ບ້ານ ທັງ​ເປັນ​ການ​ຍົກ​ລະ​ດັບ​ຄວາມ​ຮັບ​ຮູ້​-ເຂົ້າ​ໃຈ​ກ່ຽວ​ກັບ​ແນວ​ທາງ​ນະ​ໂຍ​ບາຍຂອງ​ພັກ, ລະ​ບຽບການ​ຕ່າງ​ໆໃນ​ການ​ປົກ​ຄອງຂອງ​ລັດ ແລະ ແນວ​ທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ. ເພື່ອ​ເຮັດ​ໃຫ້​ຜູ້​ເຂົ້າ​ອົບ​ຮົມ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ລະ​ບຽບ​ການ​ຕ່າງໆ​ຂອງ​ລັດຫຼາຍ​ຂຶ້ນ ແລະ ສາ​ມາດ​ຊີ້​ນຳ-ນຳ​ພາ​ບໍ​ລິ​ຫານ​ບ້ານ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ​ເຂັ້ມ​ແຂງ, ນຳ​ພາ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ ໃຫ້​ບັນ​ລຸ​ຕາມ​ຄາດ​ໝາຍ​ທີ່​ພັກ​ເຮົາ​ວາງ​ໄວ້ ພ້ອມ​ທັງ​ສາ​ມາດ​ນຳ​ໄປ​ສຶກ​ສາ​ອົບ​ຮົມ​ປ​ະ​ຊາ​ຊົນ     ​ພ​າຍ​ໃນ​ບ້ານ​ໃຫ້​ມີ​ຄວາມ​ເຂົ້າ​ໃຈຢ່າງເລິກເຊີ່ງ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຢ່າງ​ຖືກ​ຕ້ອງ​ຕາມ​ແ​ນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ລະ​ບຽບ​ກົດ​ໝາຍ​ຂອງ​ລັດ​ທີ່​ວາງ​ອອກ​ໃນ​ແຕ່​ລະ​ໄລ​ຍະ​ຢ່າງ​ເຂັ້ມ​ງວດ.

          ນອກ​ຈາກ​ການ​ຝຶກ​ອົບ​ຮົມ​ ​ຍັງ​ໄດ້​ຮັບ​ຟັງ​ການ​ປາ​ຖະ​ກະ​ຖາ​ສອງ​ວັນ​ປະ​ຫວັດ​ສາດ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ​ຄື: ວັນ​ເຊັນ​ສົນ​ທິ​ສັນ​ຍາ​ການ​ຮ່ວມ​ມື​ລາວ-ຫວຽດ​ນາມ ຄົບ​ຮອບ 45 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລາວ-ຫວຽດ​ນາມ ຄົບ​ຮອບ 60 ປີ (5/9/1962-5/9/2022) ​ພ້ອມ​ກັນ​ນັ້ນ​ຍັງ​ໄດ້​ຮັບ​ຟັງ​ການ​ເລົ່າ​ມູນ​ເຊື້ອວັນ​ສ້າງ​ຕັ້ງ​ສະ​ຫະ​ພັນ​ແມ່​ຍິງ​ລາວ ຄົບ​ຮອບ 67 ປີ ( 20/7/1955-20/7/2022 ຫຼັງ​ຈາກ​ສຳ​ເລັດ​ການ​ອົບ​ຮົມ​ແລ້ວ​ໄດ້​ມີ​ການ​ຖ​ອດ​ຖອນ​ບົດ​ຮຽນ ພ້ອມ​ທັງ​ໂອ້​ລົມ ແລະ ມອບ​ໃບ​ຢັ້ງ​ຢືນ​ໂດຍ​ທ່ານ ແສ້ງ​ແກ້ວ ພະ​ຄຸນ​ທອງ ກຳ​ມະ​ການ​ປະ​ຈຳ​ພັກ​ເມືອງ ຮອງ​ເຈົ້າ​ເມືອງ​ນາ​ກາຍ ແຂວງ​ຄຳ​ມ່ວນ.

ພາບ,ຂ່າວ: ກິຕ້ອມ ພັນທະວົງ