ທີມງານແພດຈາກໂຮງໝໍ 150 ຕຽງລົງປະຕິບັດໜ້າທີ່ສັກຢາກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ຄອສພ

ທີມງານແພດຈາກໂຮງໝໍ 150 ຕຽງລົງປະຕິບັດໜ້າທີ່ສັກຢາກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ຄອສພ

ໃນຕອນເຊົ້າວັນທີ 19 ສິງຫາ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂະບວນການສັກຢາວັກຊິນເພື່ອສ້າງພູມຄຸ້ມກັນໝູ່ຈາກການແຜ່ລະບາດຂອງພະຍາດໂຄວິດ-19  ເຂັມທີ 3-4 ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມສູນກາງພັກໃຫ້ກຽດເຂົ້າຮ່ວມມີບັນດາຄະນະພັກ, ພະນັກງານ-ລັດຖະກອນ ແລະ ພະນັກງານບຳນານພາຍໃນຄະນະໂຄສະນາອົບຮົມສູນກາງພັກ. ທີມງານແພດທີ່ມາຈາກ ໂຮງໝໍມິດຕະພາບ150 ຕຽງພະແນກປະສູດ-ພະຍາດຍິງແມ່ ແລະ ເດັກ  ກະຊວງສາທາລະນະສຸກ ໄດ້ໃຫ້ການບໍລິການ ແລະ ປະຕິບັດໜ້າທີ່ອັນໜັກໜ່ວງເພື່ອຊ່ວຍຢັບຢັ້ງການແຜ່ລະບາດປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດ ຂອງເຊື້ອພະຍາດ COVID-19 ທີ່ລັດຖະບານວາງອອກ ຊຶ່ງສະແດງໃຫ້ເຫັນເຖິງ ຄວາມຮັບຜິດຊອບ, ຄວາມເປັນຫ່ວງເປັນໄຍ ຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ທີ່ໄດ້ຮັບຜົນຈາກການແຜ່ລະບາດ ຂອງເຊື້ອພະຍາດ COVID-19ໃນຕະຫອດໄລຍະທີ່ຜ່ານມາ. ນອກຈາກນັ້ນທີມງານແພດຍັງໄດ້ເນັ້ນໜັກໃຫ້ພະນັກງານທຸກຄົນ ຈົ່ງມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມອົດທົນພະຍາຍາມ, ຕັດສິນໃຈຢ່າງເດັດດ່ຽວເຂົ້າຮ່ວມຂະບວນການສັກຢາ ແລະ ໃຫ້ການຮ່ວມມື ປະຕິບັດຄຳແນະນຳຂອງເຈົ້າໜ້າທີ່ ໜ່ວຍສະເພາະກິດຢ່າງເຂັ້ມງວດ ເວົ້າສະເພາະກໍແມ່ນການດຳລົງຊີວິດແບບໃໝ່ ຫຼື new normal.