ພິ​ທີ​ເປີດ​ຊຸດ​ອົບ​ຮົມ​ວຽກ​ງານ​ໄອ​ທີ ໃຫ້​ແກ່​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ​ຄຳ​ມ່ວນ.

ພິ​ທີ​ເປີດ​ຊຸດ​ອົບ​ຮົມ​ວຽກ​ງານ​ໄອ​ທີ ໃຫ້​ແກ່​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ​ຄຳ​ມ່ວນ.

ໃນລະຫວ່າງວັນທີ 14-18 ສິງ​ຫາ 2022 ຜ່ານ​ມາ,  ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງ​ຄຳ​ມ່ວນ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຄຳ​ມ່ວນ  ພາຍໃຕ້ການເປັນປະທານ ແລະ ໃຫ້​ກຽດກ່າວເປີ​ດ​ໂດຍທ່ານ ອຸ​ດອນ ສຸດ​ທິ​ລາດ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນ, ເຂົ້າຮ່ວມມີທ່ານ ນ. ມອນ​ສະ​ຫວັນ​ ແສນ​ໄຕ ຮອງ​ຫົວ​ໜ້າ​ກົມ​ຂໍ້​ມູນ​ຂ່າວ​ສານ ຄະນະໂຄສະນາອົບຮົມສູນ​ກາງ​ພັກ ພ້ອມ​ດ້ວຍ​ຄະ​ນະ, ​ມີພະນັກງານຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ​ເຂົ້າ​ຮ່ວມທັງ​ໝົດ 24 ທ່ານ, ຍິງ 15 ທ່ານ.

ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອແນ່ໃສ່ຍົກລະດັບລະດັບຄວາມຮູ້, ຄວາມສາມາດ ກ່ຽວກັບວຽກງານໄອທີ ໃຫ້ແກ່ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ໃນການນໍາໃຊ້ເຄື່ອງມືເຕັັກໂນໂລຊີທີທັນສະໄໝ ເຂົ້າໃນປະຕິບັດໜ້າທີ່ວຽກງານວິຊາສະເພາະ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງເປັນການສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.

ເນື້ອໃນການຝຶກອົບຮົມປະກອບມີ 3 ບົດດັ່ງລຸ່ມນີ້:

1.ຄວາມຮູ້ພື້ນຖານຂອງອຸປະກອນຄອມພິວເຕີ (Hardware)

2.ການຕິດຕັ້ງ Windows ແລະ Program

3.ວິທີການບໍາລຸງຮັກສາຄອມພິວເຕີ

ຊຸດ​ຝຶກ​ອົບ​ຮົມ​ຄັ້ງ​ນີ້ໄດ້ດຳເນີນເປັນເວລາ 3 ວັນຄືວັນທີ 15-18/08/2022 ຈຶ່ງໄດ້ປິດລົງ​ຢ່າງ​ເປັນ​ທາງ​ການ, ໃຫ້ກຽດ​ກ່າວ​ປິດ ແລະ ມອບໃບຢັ້ງຢືນຄັ້ງນີ້ໂດຍ ທ່ານ ອຸ​ດອນ ສຸດ​ທິ​ລາດ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນ. ໃນ​ໂອ​ກາດທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​​ດັ່ງ​ກ່າວ​ທ່ານຍັງ​ໄດ້ໂອ້​ລົມ​ຕໍ່​ນັກ​ສຳ​ມະ​ນາ​ກອນ, ​ເຊິ່ງ​ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ທຸກ​ທ່ານ ນຳ​ເອົາ​ບົດ​ຮຽນ​ທີ່​ໄດ້​ຈາກ​ຊຸດ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ ໝູນ​ໃຊ້​ເຂົ້າ​ໃນ​ໜ້າ​ທີ່​ວຽກ​ງານ​ ໃຫ້​​ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ຕໍ່​ໜ້າ.

ຫຼັງຈາກສຳ​ເລັດ​ຊຸດຝຶກອົບຮົມ ຄະນະໂຄສະນາອົບຮົມແຂວງໄດ້ນຳພາຄະ​ນະ​ຈາກ​ສູນ​ກາງ ພ້ອມ​ດ້ວຍ​ນັກ​ສຳ​ມະ​ນາ​ກອນ​ທັງ​ໝົດ ໄປ​ທັດ​ສະນະ​ສຶກ​ສາຢູ່​​ຂຸນ​ນ້ຳ​ຄຳ​ດິບ ​ຢູ່​ເມືອງ​ມະ​ຫາ​ໄຊ.