ເມືອງ ສັງທອງ ຈັດພິທີີ ປາຖະກະຖາ 3 ວັນປະຫວັດສາດຂອງຊາດ-ຂອງພັກ.

ເມືອງ ສັງທອງ ຈັດພິທີີ ປາຖະກະຖາ 3 ວັນປະຫວັດສາດຂອງຊາດ-ຂອງພັກ.

                                                                           ພາບ-ຂ່າວ: ເກດແກ້ວ ສໍສຸພັນ

ໃນວັນທີ 19 ສິງຫາ 2022, ຜ່ານມາ ຢູ່ທີ່ ເມືອງສັງທອງ  ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນຢຶດອໍານາດ 23 ສິງຫາ, ວັນລັດຖະທໍາມະນູນແຫ່ງຊາດ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ ຄົບຮອບ 20 ປີ ໃຫ້ກຽດປາຖະກະຖາໂດຍ ທ່ານ ສີປະເສີດ ແສນສະຫວັດ  ອະດີດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໂດຍມີບັນດາ ຄະນະບໍລິຫານງານພັກເມືອງ, ພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ນາຍບ້ານໆອ້ອມຂ້າງທົ່ວເມືອງສັງທອງ ເຂົ້າຮ່ວມ  ຈໍານວນ  192 ທ່ານ, ຍິງ 42  ທ່ານ.

ການປາຖະກະຖາໃນຄັ້ງນີ້ ທ່ານໄດ້ເລົ່າເຖິງມູນເຊື້ອການຕໍ່ສູ້ກູ້ຊາດອັນພິລະອາດຫານຂອງບັນພະບູລຸດດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນຕໍ່ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່; ພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ, ກໍຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນເຊິ່ງສາມາດຍາດເອົາເອກະລາດ, ປະຊາທິປະໄຕ ແລະ ສະຖາປານາ ສປປ ລາວ ໃນ ວັນທີ່ 2 ທັນວາ 1975 ຊຶ່ງເປັນການເປີດສັງກາດໃໝ່ໃນການເປັນເຈົ້າຂອງປະເທດຊາດ ຂອງປະຊາຊົນລາວບັນດາເຜົ່າ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ສປປ ລາວ ກໍໄດ້ຫັນປະເທດໄປສູ່ການປົກຄອງດ້ວຍກົດໝາຍເທື່ອລະກ້າວ. ຍ້ອນແນວນັ້ນ ລັດຖະທໍາມະນູນສະບັບທໍາອິດຂອງ ສປປ ລາວ ຈຶ່ງໄດ້ຖືກສ້າງຂຶ້ນ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991 ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ປູ່ທາງໄປສູ່ການປົກຄອງດ້ວຍກົດໝາຍ. ການຈັດຕັ້ງປະຕິບັດນະໂຍບາຍປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ, ລັດຖະທໍາມະນູນໄດ້ຮັບການປັບປຸງໃຫ້ນັບມື້ນັບມີເນື້ອໃນອຸດົມສົມບູນຂຶ້ນເຊິ່ງໄດ້ຮັບການປັບປຸງ ໃນປີ 2003 ແລະ ປີ 2015 ມາເຖິງປັດຈຸບັນ, ລັດຖະທໍາມະນູນແຫ່ງ ສປປ ລາວ ແມ່ນໝາກຜົນລວມຍອດຂອງການປະຕິວັດຊາດ-ປະຊາທິປະໄຕປະຊາຊົນ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ແລະ ຜົນງານອັນໃຫຍ່ຫຼວງ ຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ; ເປັນການຢືນຢັນເຖິງຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດຕໍ່ສາກົນ; ທັງສ່ອງແສງຢ່າງຈະແຈ້ງ ເຖິງຄວາມມຸ່ງມາດປາຖະໜາອັນສູງສົ່ງ ແລະ ຄວາມເດັດດ່ຽວຕັດສິນໃຈຢ່າງແຮງກ້າ ຂອງວົງຄະນາຍາດແຫ່ງຊາດ ເພື່ອພ້ອມກັນສູ້ຊົນບຸກບືນສ້າງລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຄື: ຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ແນໃສ່ບັນລຸຈຸດໝາຍ: ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງມີເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ການປາຖະກະຖາໃນຄັ້ງນີ້, ເພື່ອໃຫ້ພະນັກງານ ເຂົ້າໃຈຕື່ມກ່ຽວກັບມູນເຊື້ອການປະຕິວັດ, ການຕໍ່ສູ້ອັນລະອິດລະອ້ຽວຂອງປະຊາຊົນລາວເພື່ອຍາດເອົາເອກະລາດແຫ່ງຊາດ; ເຂົ້າໃຈແຈ້ງເຖິງຄວາມສຳຄັນຂອງລັດຖະທຳມະນູນ, ຄວາມສໍາຄັນຂອງສະຫະພັນນັກຮົບເກົ່າແຫ່ງຊາດ, ພ້ອມກັນຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ລະບຽບກົດໝາຍຕ່າງໆເພື່ອແນໃສ່ສ້າງລັດເຮົາເປັນລັດທີ່ຄຸ້ມຄອງດ້ວຍກົດໝາຍ, ນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວບັນດາເຜົ່າ.

ໃນຕອນທ້າຍ ທ່ານຍັງຮຽກຮ້ອງ ມາຍັງພະນັກງານການນໍາ, ພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງສັງທອງ ຈົ່ງເສີມຂະຫຍາຍມູນເຊື້ອຄວາມສາມັກຄີທີ່ເປັນປຶກແຜນ, ກໍາແໜ້ນແນວທາງນະໂຍບາຍຂອງພັກພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍຜົນງານທີ່ຍາດມາໄດ້ໃຫ້ປະກົດຜົນເປັນຈິງ.