ການຈັດຝຶກອົບຮົມວຽກງານຄຸ້ມຄອງ ແລະ ບໍລິຫານໃຫ້ແກ່ພະນັກງານຢູ່ ຄອສພ

ການຈັດຝຶກອົບຮົມວຽກງານຄຸ້ມຄອງ ແລະ ບໍລິຫານໃຫ້ແກ່ພະນັກງານຢູ່ ຄອສພ

       ໃນລະຫວ່າງວັນທີ 25-29 ກໍລະກົດ 2022 ທີ່ຫ້ອງປະຊຸມຊັ້ນ 5 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ກະຊວງພາຍໃນ ໄດ້ຈັດພິທີຝຶກອົບຮົມຫຼັກສູດ ລັດຖະກອນໃໝ່ໃຫ້ແກ່ລັດຖະກອນໃໝ່ຂອງ ຄອສພ ພາຍໃຕ້ການເປັນປະທານ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ປອ ນ. ຈັນທາ ອ່ອນໄຊວຽງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມກະຊວງພາຍໃນ ເຂົ້າຮ່ວມມີຜູ້ຮັບຜິດຊອບມີ: ກົມຈັດຕັ້ງ-ພະນັກງານ ຄອສພ, ຄູອາຈານຈາກກະຊວງພາຍໃນ ແລະ ນັກຝຶກອົບຮົມຈຳນວນ 25 ທ່ານ, ຍິງ 11 ທ່ານ.

ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອແນ່ໃສ່ຍົກລະດັບລະດັບຄວາມຮູ້, ຄວາມສາມາດ ກ່ຽວກັບວຽກງານລັດຖະກອນ, ການຄຸ້ມຄອງລັດຖະກອນ, ກົດໝາຍຕ່າງໆກ່ຽວກັບລັດຖະກອນ, ການເປັນຜູ້ນຳທີ່ດີ, ມູນເຊື້ອອັນດີງາມຂອງຊາດລາວ, ຄວາມໝາຍຄວາມສຳຄັນຂອງທັດສະນະຂອງພັກກ່ຽວກັບການປະຕິບັດຫຼັກການເຮັດວຽກ, ແບບແຜນວິທີເຮັດວຽກເປັນໝູ່ຄະນະ ເພື່ອເພີ່ມປະສິດທິພາບໃນການເຄື່ອນໄຫວວຽກງານຂອງການຈັດຕັ້ງ, ສົ່ງເສີມຜູ້ທີ່ມີຜົນງານ, ຊ່ວຍເຫຼືອເສີມສ້າງຄວາມຮູ້ ແລະ ຄວາມສາມາດໃຫ້ກັບເພື່ອນຮ່ວມງານ.

ເນື້ອໃນການຝຶກອົບຮົມປະກອບມີ 9 ບົດດັ່ງລຸ່ມນີ້:

  1. ເຊີດຊູນ້ຳໃຈ, ຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນເພື່ອພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.
  2. ຄວາມຮູ້ພື້ນຖານບໍລິຫານລັດ
  3. ການຄຸ້ມຄອງລັດຖະກອນ
  4. ຈັນຍາບັນຂອງລັດຖະກອນ
  5. ການບໍລິຫານຫ້ອງການ, ເລຂານຸການ
  6. ພິທີການ ແລະ ມາລະຍາດທາງສັງຄົມ
  7. ເອກະສານທາງການ ສ ປປລາວ
  8. ການຈັດລຽນສຳເນົາເອກະສານ
  9. ການເຮັດວຽກກັບໝູ່ຄະນະ

ການຝຶກອົບຮົມໄດ້ດຳເນີນເປັນເວລາ 5 ວັນ ຈຶ່ງໄດ້ປິດລົງໃຫ້ກຽດມອບໃບຢັ້ງຢືນ ແລະ ໂອ້ລົມໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງກ່ອນອຶ່ນໝົດທ່ານໄດ້ຍ້ອງຍໍຊົມເຊີຍຄູອາຈານຈາກກະຊວງພາຍໃນ, ຄະນະຮັບຜິດຊອບບັ້ນຝຶກອົບຮົມໃນຄັ້ງນີ້ ແລະ ພະນັກງານ-ລັດຖະກອນໃໝ່ທຸກທ່ານທີ່ໄດ້ເອົາໃຈຕັ້ງໃຈຄົ້ນຄວ້າຮ່ຳຮຽນ ນຳຄູອາຈານ, ແລກປ່ຽນບົດຮຽນຢ່າງສ້າງສັນ ແລະ ກົງໄປກົງມາ. ນອກຈາກນີ້ ທ່ານຍັງໄດ້ເນັນໜັກວ່າ ພະນັກງານ-ລັດຖະກອນໃໝ່ທຸກຄົນແມ່ນຕ້ອງຢຶດຖືຈັນຍາບັນການເປັນຂອງລັດຖະກອນ ແລະ ປະກອບສ່ວນໃນການປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ເຂົ້າຮ່ວມຂະບວນການຕ່າງໆທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະອື່ນໆ ເພື່ອສ້າງພະນັກງານໂຄສະນາອົບຮົມ ກໍຄືການສ້າງພົນລະເມືອງລາວທຸກຄົນໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ມີສະຕິຊາດ, ເປັນເຈົ້າຕົນເອງ, ມີຈິດໃຈປະຢັດ, ມີຄວາມດຸໝັ່ນໃນການຄົ້ນ ຄ້ວາ ຮ່ຳຮຽນ, ດຸໝັ່ນໃນການອອກແຮງງານ, ມີຄວາມບຸກບືນ, ອົດທົນຜ່ານຄວາມຫຍຸ້ງຍາກ, ຍົກສູງສະຕິຕື່ນຕົວ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ.