3 ອົງການຈັດຕັ້ງມະຫາຊົນ ຄອສພ ເຂົ້າທ່ຽວຊົມງານວາງສະແດງຮູບພາບການພົວພັນຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ-ຫວຽດນາມ

3 ອົງການຈັດຕັ້ງມະຫາຊົນ ຄອສພ ເຂົ້າທ່ຽວຊົມງານວາງສະແດງຮູບພາບການພົວພັນຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ-ຫວຽດນາມ

ໃນຕອນເຊົ້າວັນທີ 26 ສິງຫາ 2022 3 ອົງການຈັດຕັ້ງ ຄອສພ ເຂົ້າທ່ຽວຊົມງານວາງສະແດງຮູບພາບການພົວພັນຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 02 ວັນປະຫວັດສາດ ລາວ-ຫວຽດນາມ ໃຫ້ກຽດນຳພາໂດຍ ທ່ານ ປອ ວັນລາຕີ ຄຳວານວົງສາ ຄະນະພັກ, ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ຄອສພ ພ້ອມດ້ວຍສະມາຊິກ 3 ອົງການຈັດຕັ້ງເຂົ້າຮ່ວມຢ່າງພ້ອມພຽງ.

ປີ 2022 ເປັນປີທີ່ມີເຫດການສຳຄັນທາງປະຫວັດສາດແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່;  ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມນັ້ນຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022)

ເພື່ອຫວນຄືນສາຍພົວພັນແຫ່ງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະກໍແມ່ນການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ຊຶ່ງເປັນປັດໄຈອັນສໍາຄັນຕັດສິນໄຊຊະນະ ຂອງການປະຕິວັດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄືການສ້າງສາພັດທະນາເຮັດໃຫ້ປະເທດຊາດມີຄວາມສະຫງົບສຸກ, ມີຄວາມຈະເລີນກ້າວໜ້າ ຂອງທັງສອງປະເທດ ໃນປັດຈຸບັນ.

ເພື່ອເປັນການສຶກສາອົບຮົມພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ໂດຍສະເພາະຄົນລຸ້ນໜຸ່ມ ໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ລະຫວ່າງ ລາວ-ຫວຽດນາມ ກໍ່ຄືເພື່ອປົກປັກຮັກສາ ໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງຍາວນານ.

ເພື່ອເປັນການຈາລຶກ ຄຸນງາມຄວາມດີຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າ ໃນພາລະກິດປະຕິວັດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ກໍ່ຄືການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜື່ງອັນດຽວ ໃນເມື່ອກ່ອນ ແລະ ປົກປັກຮັກສາ, ພັດທະນາສ້າງສາປະເທດຫວຽດນາມ ໃນປັດຈຸບັນ. ສ້າງບັນຍາກາດໃຫ້ປີ 2022 ຊຶ່ງເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ມີຄວາມເບີກບານມ່ວນຊື່ນ, ມີຂະບວນການຟົດຟື້ນ, ມີຊີວິດຊີວາ ແລະ ກາຍເປັນສັນຍາລັກ ແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ລາວ-ຫວຽດນາມ.