ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: 60 ປີ ສາຍພົວພັນການທູດ, 45 ປີ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ

ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: 60 ປີ ສາຍພົວພັນການທູດ, 45 ປີ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ

    ໃນຕອນເຊົ້າວັນທີ 29 ສິງຫາ 2022; ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: 60 ປີ ສາຍພົວພັນການທູດ, 45 ປີ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ; ເປັນກຽດເຂົ້າຮ່ວມເປັນຄະນະປະທານຮ່ວມໃນຄັ້ງນີ້ມີສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ ມີບັນດາຄະນະພັກກະຊວງ-ອົງການອ້ອມຂ້າງສູນກາງ, ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳລາວ ແລະ ພະນັກງານນຳພາຫຼັກແຫຼ່ງຈາກບັນດາກະຊວງ-ອົງການ ເຂົ້າຮ່ວມ 200 ຄົນ.

ກອງປະຊຸມສຳມະນາດັ່ງກ່າວດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນທີ່ທົ່ວພັກ-ລັດ ແລະ ທົ່ວປວງຊົນໃນທົ່ວປະເທດພວມຈັດຕັ້ງສະເຫຼີມສະຫຼອງສອງວັນປະຫວັດສາດສອງຊາດຄື: ວັນສ້າງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ເພື່ອທົບທວນຄືນມູນເຊື້ອສາຍພົວພັນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ, ຕີລາຄາສູງໝາກຜົນແຫ່ງການພົວພັນຮ່ວມມືໃນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງຊາດ.

ໃນກອງປະຊຸມວິທະຍາກອນຈາກສະພາທິດສະດີສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງໄດ້ນຳສະເໜີບົດວິທະຍາສາດເຊິ່ງປະກອບມີ 4 ບົດທີ່ມີເນື້ອໃນສ່ອງແສງໃຫ້ເຫັນເຖິງບົດຮຽນໃນການຮ່ວມມືທາງດ້ານທິດສະດີ ແລະ ພຶດຕິກຳ ຄື:

  1. ການພົວພັນຮ່ວມມືໃນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳລະຫວ່າງສອງພັກ ລາວ-ຫວຽດນາມ(ຜົນສຳເລັດ ແລະ ບົດຮຽນຖອນໄດ້);
  2. 60 ປີແຫ່ງການພົວພັນການທູດລາວ-ຫວຽດນາມ(ຜົນສຳເລັດ ແລະ ບົດຮຽນຖອນໄດ້);
  3. ການຮ່ວມມືໃນການກໍ່ສ້າງ-ບຳລຸງພະນັກງານ ລາວ-ຫວຽດນາມ;
  4. ຄຸນຄ່າທິດສະດີ ແລະ ພຶດຕິກຳຂອງສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ພ້ອມກັນນັ້ນ, ກໍມີບັນດາຄຳເຫັນປິ່ນອ້ອມກອງປະຊຸມ, ຄຳເຫັນແລກປ່ຽນຈາກຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຈາກພາກສ່ວນຕ່າງໆ ເຊິ່ງສ່ອງແສງໃຫ້ເຫັນເຖິງເນື້ອໃນສຳຄັນ ແລະ ບົດຮຽນໃນການພົວພັນຮ່ວມມືຮອບດ້ານ ເວົ້າລວມ, ເວົ້າສະເພາະ ການຮ່ວມມືໃນການຄົ້ນຄວ້າດ້ານທິດສະດີ ແລະ ພຶດຕິກຳ ຂອງສອງພັກ-ສອງລັດໃນໄລຍະຜ່ານມາ.

ໃນໂອກາດນີ້ ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຕີລາຄາສູງທັງຍົກໃຫ້ເຫັນວ່າ: ໃນສະຖານະການ ຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປຢ່າງສັບສົນ, ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ່ງຍາກສະຫຼັບສັບຊ້ອນຄືດັ່ງກ່າວມານັ້ນ, ສອງຊາດລາວ-ຫວຽດນາມ ເຫັນຄວນຕ້ອງໄດ້ພ້ອມກັນເສີມຂະຫຍາຍສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ກ້າວສູ່ລະດັບສູງອັນໃໝ່ ຄື:

  1. ເພີ່ມທະວີແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ ເພື່ອສະໜອງຂໍ້ມູນໃຫ້ແກ່ການນຳນົດແນວທາງ, ວິໄສທັດຍຸດທະສາດໃນການພັດທະນາປະເທດຊາດ; ເພີ່ມທະວີຄວາມຜູກຜັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນເປັນປະຈຳໃນບັນດາບັນຫາທີ່ມີລັກສະນະຍຸດທະສາດລະຫວ່າງສອງພັກ, ສອງລັດ;
  2. ປັບປຸງກົນໄກທາງດ້ານການເມືອງ-ການທູດໃຫ້ນັບມື້ເຂົ້າສູ່ລວງເລິກ; ແກ້ໄຂສິ່ງທີ່ອຸດຕັນການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ສອງປະເທດ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການແລກປ່ຽນສິນຄ້າລະຫວ່າງສອງປະເທດ; ປະສານສົບທົບຊ່ວຍເຫຼືອເຊິ່ງກັນ ແລະ ກັນ;
  3. ສືບຕໍ່ຮ່ວມມືດ້ານການກໍ່ສ້າງ ແລະ ບຳລຸງພະນັກງານ, ກໍ່ສ້າງຊັບພະຍາກອນມະນຸດໃຫ້ຫຼາຍດ້ານ, ບຳລຸງສ້າງລະດັບທິດສະດີການເມືອງ, ລະດັບວິຊາສະເພາະດ້ານໃຫ້ມີຄວາມອຸດົມສົມບູນ; ເອົາໃຈໃສ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອປະກອບສ່ວນຮັບໃຊ້ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ໂດຍ: ສະພາທິດສະດີສູນກາງພັກ