ພິທີມອບ-ໂອນ ໜັງສືພິມປະຊາຊົນ ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ

ພິທີມອບ-ໂອນ ໜັງສືພິມປະຊາຊົນ ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ

    ໃນຕອນເຊົ້າວັນທີ 25 ສິງຫາ 2022 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີມອບ-ຮັບ ການໂອນໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຈາກກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢູ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສຸນກາງພັກ (ຫລັກ 6) ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ; ມີສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ແລະ ບັນດາສະມາຊິກພັກ-ພະນັກງານຫລັກແຫລ່ງ ອ້ອມຂ້າງທັງສອງພາກສ່ວນ ເຂົ້າຮ່ວມ.

ໃນພີທີຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຂື້ນຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການໂອນໜັງສືພິມປະຊາຊົນສຽງຂອງສູນກາງພັກ ມາຂື້ນກັບ ຄະນະໂຄສະນາອົບຮົມສູນກາງພັກ.

ຫຼັງຈາກນັ້ນ ສະຫາຍ ວັນໄຊ ຕະວິນຍານ ຫົວຫນ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບ ໜັງສືພິມ ປະຊາຊົນ ໃນປັດຈຸບັນ ຫລື ໜັງສືພິມລາວອິດສະຫລະໃນເມື່ອກ່ອນເຊິ່ງໄດ້ກໍາເນີດເກີດຂຶ້ນໃນວັນທີ 13 ສິງຫາ 1950 ມື້ດຽວກັນນີ້ ພັກໄດ້ສ້າງຕັ້ງໂຮງພິມປະຕິວັດຂຶ້ນ ຊຶ່ງແມ່ນທີ່ມາຂອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ໃນປັດປະຈຸບັນ ມາຮອດປີນີ້ ມີອາຍຸຄົບຮອບ 72 ປີ. ການກໍາເນີດເກີດຂຶ້ນຂອງສື່ມວນຊົນລາວເວົ້າລວມ, ເວົ້າສະເພາະໜັງສືພິມ ປະຊາຊົນ ຍາມໃດກໍຕິດພັນຢ່າງສະໜິດແໜ້ນກັບປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ ຊຶ່ງສະແດງອອກໃນມື້ສ້າງຕັ້ງແນວລາວອິດສະຫລະ, ພັກເຮົາ ໄດ້ໃຫ້ກໍາເນີດໜັງສືພິມປະຕິວັດ ສະບັບທໍາອິດ ມີຊື່ວ່າ: ລາວອິດສະຫລະ.  ໜັງສືພິມ ສະບັບນີ້, ຮູບນອກແມ່ນເປັນສຽງຂອງແນວລາວອິດ ສະຫລະ ແລະ ລັດຖະບານລາວຕໍ່ຕ້ານໃນເວລານັ້ນ, ແຕ່ເນື້ອແທ້ແມ່ນ ເປັນໜັງສືພິມຂອງພັກ ເພື່ອຮັບໃຊ້ໜ້າທີ່ການເມືອງ ຄື: ພິມເອກະສານຂອງກອງປະຊຸມໃຫຍ່, ພິມຄໍາຮຽກຮ້ອງຂອງລັດຖະບານລາວຕໍ່ຕ້ານ. ການໂຄສະນາແມ່ນຮັບໃຊ້ໃຫ້ແກ່ຜົນງານ ແລະ ໄຊຊະນະຂອງຝ່າຍປະຕິວັດ ທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ແນວຫລັງ, ເຜີຍແຜ່ກົນອຸບາຍຂອງສັດຕູ, ສ້າງສະຕິລະວັງຕົວແກ່ທະຫານ, ພະນັກງານ ແລະ ປະຊາຊົນ, ໂຄສະນາໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປະຕິວັດ ປົກປັກຮັກສາ 2 ແຂວງທີ່ໝັ້ນຂອງການປະຕິວັດ, ບຸກຕີສັດຕູທາງດ້ານການເມືອງ ແລະ ອື່ນໆ ເຮັດໃຫ້ແນວທາງອັນຖືກ ຕ້ອງ, ເປັນທໍາ ຂອງການປະຕິວັດສູງເດັ່ນຂຶ້ນຢູ່ໃນທົ່ວປະເທດ ແລະ ຄ່ອຍໆສົ່ງຜົນສະທ້ອນອອກສູ່ໂລກພາຍນອກ. ສວ່ນນັກຂ່າວກໍໄດ້ປະຕິບັດໜ້າທີ່ອັນສູງສົ່ງ ແລະ ອາດຫານທີ່ສຸດ, ໂດຍບໍ່ຢ້ານກົວຕໍ່ການປາບປາມຂອງສັດຕູ, ເນື້ອໃນຂອງການໂຄສະນາແມ່ນເຜີຍແຜ່ຍຸດໂທບາຍສັນຕິພາບ, ເປັນກາງ, ຕໍ່ສູ້ໃຫ້ຝ່າຍວຽງຈັນ ປະຕິບັດສັນຍາຄວາມຖືກຕ້ອງປອງດອງຊາດ ອັນພົ້ນເດັ່ນແມ່ນໂຄສະນາເປີດໜ້າກາກພວກທີ່ມ້າງເພທໍາລາຍຄວາມປອງດອງຊາດ ແລະ ຂັດຂວາງສິດປະຊາທິປະໄຕ ປະຊາຊົນ.

ຈາກນັ້ນ. ກໍໄດ້ມີພິທີລົງນາມມອບ-ຮັບ ການໂອນຫນັງສືພີມດັ່ງກ່າວ ລະຫວ່າງສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍນາງ ສວນສະຫວັນ ວິຍາເກດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ຕາງໜ້າພັກ ແລະ ລັດຖະບານ ສະແດງຄວາມຊົມ ເຊີຍ ທີ່ສອງພາກສ່ວນກ່ຽວຂ້ອງໄດ້ມີຄວາມຕັດສິນໃຈສູງ ໃນການປັບປຸງກົງຈັກໄປຕາມທິດຊີ້ນໍາຂອງຂັ້ນເທິງ ໂດຍສະເພາະໃຫ້ກົງຈັກກະທັດຮັດສອດຄ່ອງກັບສະພາບຕົວຈິງ ຫລື ວຽກໃດຄ້າຍຄືກັນແມ່ນໃຫ້ໂຮມເຂົ້າກັນ. ແນວໃດກໍຕາມ ໃນຕໍ່ໜ້ານີ້, ພາຍຫລັງມອບໂອນໃຫ້ຄະນະໂຄສະນາອົບຮົມສູນກາງພັກ ສືບຕໍ່ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ທີ່ມີໜັງສືພິມປະຊາຊົນຂຶ້ນກັບນີ້ ໃຫ້ສໍາເລັດໂດຍໄວ ເພື່ອຂັບເຄື່ອນວຽກງານໃຫ້ຕໍ່ເນື່ອງ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນຂຶ້ນຕື່ມ, ສັບຊ້ອນຈັດວາງບຸກຄະລາກອນ ເຂົ້າບັນດາຕໍາແໜ່ງງານ ໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງ ຂອງພະນັກງານແຕ່ລະຄົນ, ຈັດຕັ້ງແບ່ງວຽກ, ແບ່ງງານ ແລະ ຄວາມຮັບຜິດຊອບ ພາຍໃນຄະນະພັກ, ຄະນະນໍາຄືນໃໝ່ ສອດຄ່ອງຕາມໂຄງປະກອບກົງຈັກທີ່ໄດ້ປັບປຸງໃໝ່ ແລະ ດໍາເນີນຕາມລະບອບແບບແຜນການນໍາພາ ໃຫ້ແທດເຖິງເປັນປົກກະຕິ.

ສິ່ງສຳຄັນໃຫ້ສືບຕໍ່ປັບປຸງເນື້ອໃນ ໃຫ້ເປັນທີ່ດຶງດູດມວນຊົນເຂົ້າອ່ານນັບມື້ນັບຫລາຍຂຶ້ນ, ນໍາໃຊ້ສື່ອອນລາຍ ເຮັດໜ້າທີ່ຕອບແກ້ບັນຫາເລັ່ງທວງ ທີ່ປະຊາຊົນພົບພໍ້, ສະເໜີ ໂດຍສອດຄ່ອງກັບແນວທາງ, ລັດຖະທໍາມະນູນ, ກົດໝາຍ; ຕໍ່ສູ້-ຕອບຕ້ານ, ແກ້ຂ່າວ ຂໍ້ມູນທີ່ບິດເບືອນ, ໃສ່ຮ້າຍປ້າຍສີ ຂອງພວກຄົນບໍ່ດີ ຫລື ສັງຄົມທີ່ບໍ່ເຂົ້າໃຈ ໃຫ້ທັນການ.