ຄະນະພັກ ຄະນະນຳ ຄອສພ ເຂົ້າຮ່ວມເວທີສົນທະນາ ພາຍໃຕ້ຫົວຂໍ້ “ສື່ມວນຊົນກັບການພັດທະນາເສດຖະກິດ-ສັງຄົມ”

ຄະນະພັກ ຄະນະນຳ ຄອສພ ເຂົ້າຮ່ວມເວທີສົນທະນາ ພາຍໃຕ້ຫົວຂໍ້ ສື່ມວນຊົນກັບການພັດທະນາເສດຖະກິດ-ສັງຄົມ

ໃນວັນທີ 02 ກັນຍາ 2022 ທີ່ຫ້ອງປະຊຸມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ຈັດເວທີສົນທະນາ ພາຍໃຕ້ຫົວຂໍ້ “ສື່ມວນຊົນກັບການພັດທະນາເສດຖະກິດ-ສັງຄົມ” ໃຫ້ກຽດເປັນປະທານພ້ອມທັງກ່າວເປີດພິທີທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຂົ້າຮ່ວມມີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ, ປະທານສະຫະພັນກຳມະບານ ຄອສພ ພ້ອມດ້ວຍຄະນະ, ບັນດາຫົວໜ້າກົມມາຈາກກະຊວງ-ອົງການອ້ອມຂ້າງ ພ້ອມດ້ວຍພະນັກງານລັດຖະກອນຜູ້ທີ່ເຮັດວຽກສື່ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ປະທານໄດ້ກ່າວຈຸດປະສົງເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 72ປີ (13 ສິງຫາ 1950 – 13 ສິງຫາ 2022) ແລະ ໃຫ້ຮູ້ຕື່ມອີກວ່າໃນ​ຍຸກ​ທີ່​ເຕັກ​ໂນ​ໂລ​ຢີ​ໄດ້​ຮັບ​ການ​ພັດ​ທະ​ນາ​ໄປ​ຢ່າງວ່ອງ​ໄວ ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ຂໍ້​ມູນ​ຂ່າວ​ສາ​ນ​ຈຶ່ງ​ກາຍ​ເປັນ​ສິ່ງ​ຈຳ​ເປັນ ແລະ ​ຖືກ​ຖ່າຍ​ທອດຢ່າງ​ວ່ອງ​ໄວ​ຜ່ານ social network (ເຄືອ​ຂ່າຍ​ທາງ​ສັງ​ຄົມ) ທີ່​ເອີ້ນ​ວ່າ “ສື່” ເພື່ອ​ທີ່​ຈະໄດ້​ຮັບ​ຮູ້​ເຫດ​ການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ດ້ວຍ​ເຫດນີ້ “ສື່” ຈຶ່ງ​ເປັນ​ສິ່ງ​ທີ່​ທຸກ​ຄົນ​ສາ​ມາດ​ເຂົ້າ​ເຖິງ​ໄດ້​ງ່າຍ. “ສື່​ສັງ​ຄົມອອນລາຍ” ໄດ້ເຂົ້າ​ມາ​ມີ​ອິດ​ທິ​ພົນ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ຄົນ​ໃນ​ສັງ​ຄົມ​ທຸກ​ເພດ​ທຸກ​ໄວ ແລະ ກາຍ​ເປັນ​ດາບ​ສອງ​ຄົມດັ່ງນັ້ນ, ​ຈຶ່ງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຄວບ​ຄຸມທັງ​ໃນ​ດ້ານ​ເນື້ອ​ຫາສາ​ລະ, ​ຄຸນ​ນະ​ພາບ​ຂອງພາບ ແລະ ສຽງ, ຄ​ວາມ​ໜ້າ​ເຊື່ອ​ຖື​ຂອງ​ຂໍ້​ມູນ, ຄວ​າມ​ເໝາະ​ສົມ​ຕໍ່​ຜູ້​ບໍ​ລິ​ໂພກ​ອັນ​ເກີດ​ຈາກ​ຄວາມ​ວ່ອງ​ໄວ​ໃນ​ການ​ນຳ​ສະ​ເໜີໂດຍ​ຂາດ​ການ​ກັ່ນ​ຕອງ ຈຶ່ງ​ເຮັດ​ໃຫ້​ເກີດ​ຄວາມ​ສັບ​ສົນ​ໃນ​ການ​ຮັບ​ເອົາຂໍ້​ມູນ ແລະ ພຶດ​ຕິ​ກຳ​ຮຽນ​ແບບ​ທີ່ບໍ່​ຖືກ​ຕ້ອງ​ທັງ​ທີ່​ຮູ້​ຕົວ ແລະ ບໍ່​ຮູ້​ຕົວ.

ໃນພິທີກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງໄປ ເພື່ອເຮັດແນວໃດໃຫ້ໄວໜຸ່ມຂອງລາວເຮົາໄດ້ຮັບຂໍ້ມູນທີ່ຖືກຕ້ອງ ແລະ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຕ່າງໆຂອງພັກ ແລະ ລັດ, ຫັນມາເສບສື່ທີ່ມີຄຸນນະພາບ ໂດຍສະເພາະການໂຄສະນາຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ປະກົດການຫຍໍ້ທໍ້ຕ່າງໆ, ເຜີຍແຜ່ຂ່າວສານຕ່າງໆໃຫ້ຮູ້ເຖິງສິດທິມະນຸດແມ່ຍິງ-ເດັກນ້ອຍໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ສັງຄົມມີການພັດທະນາກ້າວໜ້າຂື້ນຢ່າງບໍ່ຢຸດຢັ້ງ.