ຊີ​ວິດ​ ແລະ ການເຄື່ອນໄຫວປະ​ຕິ​ວັດ ຂອງ​ປະ​ທານ​ສຸ​ພາ​ນຸ​ວົງ

 

ຊີ​ວິດ​ ແລະ ການເຄື່ອນໄຫວປະ​ຕິ​ວັດ ຂອງ​ປະ​ທານ​ສຸ​ພາ​ນຸ​ວົງ

ໂດຍ: ຄ. ຄ​ຳ​ປະ​ສິດ (ໜັງສືພິມປະຊາຊົນ)

    ປະທານ ສຸພາ​ນຸ​ວົງ ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້ນຳ​ຂອງ​ພັກ​-​ລັດ​ ທີ່​ໄດ້​ສ້າງ​ຜົນງານ​ອັນ​ລ້ຳ​ຄ່າ, ມີ​ຄຸນງາມຄວາມດີ​ຢ່າງ​ຫຼວງຫຼາຍ ປະກອບສ່ວນ​ເຂົ້າ​ໃນ​ການ​ນຳພາ​ລວມ​ໝູ່​ຂອງ​ພັກ, ແນວ​ລາວ​ຮັກ​ຊາດ ເພື່ອ​ໄຊຊະນະ​ຂອງ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ກໍ​ຄື​ພາລະກິດ​ປົກ​ປັກ​ຮັກສາ​ລະບອບ​ໃໝ່ ເພື່ອ​ຄວາມ​ຢູ່​ດີ​ກິນ​ດີຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ໃນ​ໄລຍະ​ຕໍ່​ມາ. ປະທານ ສຸພາ​ນຸ​ວົງ ແມ່ນ​ເຊື້ອ​ເຈົ້າ​ຜູ້​ໜຶ່ງ, ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ທີ່​ມີ​ນ້ຳໃຈ​ຮັກ​ຊາດ​ອັນ​ດູດດື່ມມີຈິດໃຈ​ຕໍ່ສູ້​ທີ່​ອາດ​ຫານ​ກ້າແກ່ນ  ແລະ ມີນ້ຳໃຈ​ເສຍສະຫຼະ​ອັນ​ສູງ​ສົ່ງ ເພື່ອ​ຊາດ​ເພື່ອ​ປະຊາ​ຊົນ.
    ເມື່ອ​ຫວນ​ຄືນ​ຊີວິດ​ຕອນ​ເຍົາ​ໄວ ຂອງ​ປະທານ ສຸພາ​ນຸ​ວົງ ຊຶ່ງ​ເພິ່ນ​ໄດ້​ກຳເນີດ​ໃນ​ຄອບຄົວທີ່​ເປັນ​ເຊື້ອ​ເຈົ້າ​ຣາ​ຊະ​ວົງທີ່ສູງສົ່ງ, ເປັນ​ໂອ​ຣົດ​ຂອງ​ເຈົ້າ​ມະຫາ​ອຸປະ​ຣາດ​ ບຸນ​ຄົງ ແລະ ໝ່ອມ ​ຄຳ​ອ້ວນ ເກີດ​ເມື່ອວັນ​ທີ 13 ກໍລະກົດ 1909 (ແຮມ 15 ຄຳ່ ວັນ​ອັງຄານ ເດືອນ 8 ປີ​ລະກາ) ທີ່​ຫຼວງ​ພະ​ບາງ, ເພິ່ນ​ເປັນ​ເດັກ​ໃນ​ວັງ ທີ່​ມັກ​ໄປ​ຫຼິ້ນ​ກັບ​ເດັກນ້ອຍ​ທົ່ວ​ໄປ ໂດຍ​ບໍ່​ຖື​ຊັ້ນ​ວັນນະ​ຂອງ​ຕົນ ແລະ ເມື່ອ​ອາຍຸ​ໄດ້ 7 ປີ ໄດ້​ເຂົ້າ​ໂຮງຮຽນ​ປະຖົມ​ສຶກສາ​ ທີ່​ຫຼວງ ພະ​ບາງ ເພິ່ນ​ເປັນ​ນັກຮຽນ​ທີ່​ດຸໝັ່ນ, ມີ​ພອນ​ສະຫວັນ​ໃນ​ຫຼາຍ ດ້ານ, ຮຽນ​ເກັ່ງ ແລະ ສອບ​ໄດ້​ຄະແນນ​ດີເລີດ​ມາ​ຕະຫຼອດ ຈົນ​ຈົບ​ຊັ້ນ​ປະຖົມ​ສົມບູນ​ປີ 1920 ປະທານ ໄດ້​ໄປ​ຮຽນ​ຕໍ່​ຢູ່​ມັດ ທະ​ຍົມ​ອານ​ແບກ​ຊາ​ໂຣ ຢູ່​ທ່ີ​ຮ່າ​ໂນ້ຍ ປະເທດ​ຫວຽດນາມ ປີ 1931 ໄດ້​ໄປ​ສຶກສາ​ຕໍ່​ທີ່​ປະເທດ​ຝຣັ່ງ ແລະ ໄດ້​ເຂົ້າ​ຮຽນ​ກຽມ ທີ່​ວິທະຍາໄລ​ແຊັງ​ຫຼຸຍ ຕໍ່​ມາ​ປີ 1934 ໄດ້​ເສັງ​ເຂົ້າ​ຮຽນ​ມະຫາ​ວິທະຍາໄລ​ຂົວ​ທາງ​ແຫ່ງ​ຊາດ  ສາຂາ​ວິສະວະກອນ​ພົນ​ລະ​ເຮືອນ ເວລາ​ສຶກສາ​ຮຳ່​ຮຽນ ບໍ່​ພຽງ​ແຕ່ມີ​ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ຮຽນ​ເທົ່າ​ນ້ັນ ເພິ່ນ​ທັງ​ມີ​ຄວາມ​ດຸໝັ່ນ​ໃນ​ການ​ລົງ​ຝຶກ​ຫັດ ແລະ ປະຕິບັດ​ຕົວ​ຈິງ ທັງມີ​ຄວາມ​ບາກບັ່ນ​ໃນ​ການ​ຄົ້ນ​ຄວ້າ​ຮຳ່​ຮຽນ ທັງ​ມີ​ຄວາມ​ເປັນ​ເຈ້ົາ​ການ​ປະດິດ​ສ້າງ​ຮຽນ​ຮູ້​ດ້ວຍ ຕົນ​ເອງ ດຳລົງ​ຊີວິດ​ແບບ​ລຽບ​ງ່າຍ ບໍ່​ຟຸມ​ເຟືອຍ ເພິ່ນ​ສາ​ມາດ​ເວ້ົາ ໄດ້ 8 ພາສາ ທີ່​ໃຊ້​ກັນ​ແຜ່​ຫຼາຍ​ໃນສາ​ກົນ. ນອກຈາກ​ນັ້ນ, ເພິ່ນ​ຍັງ​ໄດ້​ເດີນທາງ​ໄປ​ຫຼາຍ​ປະເທດ ໃນ​ທະວີບ​ເອີ​ຣົບ​ຕາເວັນ​ອອກ, ຕາເວັນຕົກ ແລະ ທະວີບ​ອາ​ຟຣິ​ກາ ເພື່ອ​ສຳ​ພັດ​ຄວາມ​ເປັນ​ຈິງ, ຊອກ​ຮູ້​ປະສົບ​ການ​ຕ່າງໆ.  ປີ 1937 ໄດ້​ຮຽນ​ຈົບ​ມະຫາວິທະຍາໄລ​ຂົວ​ທາງ​ແຫ່ງ​ຊາດ ທີ່​ປະເທດ​ຝຣັ່ງ; ພາຍຫຼັງ​ສຳເລັດ​ການ​ສຶກສາ ເພິ່ນ​ກໍ​ໄດ້​ກັບ​ຄືນ​ອິນດູຈີນ ໂດຍ ໄດ້​ຮັບ​ລາຊະການ​ຂະແໜງ​ໂຍທາ​ທິ​ການ ປະຈຳ​ຢູ່​ຍາ​ຈາງ ແຄວ້ນ​ໂຍທາ​ທີສອງ​ຂອງ​ອານ​ນາມ ຮັບຜິດຊອບ​ວຽກ​ງານ​ຢູ່​ທີ່​ນັ້ນ 3 ປີ​ຕໍ່​ມາ ກໍ​ໄດ້​ຖືກ​ແຕ່ງຕັ້ງ​ໄປ​ຮັບ​ລາຊະການ ຢູ່​ເມືອງ​ພີນ ແຂວງ​ສະຫວັນ​ນະ​ເຂດ ເພື່ອ​ສ້າງ​ເສັ້ນທາງ​ເລກ​ທີ 23 ແລະ ຂົວ​ເຊ​ບັ້ງ​ຫຽງ, ປະທານ ສຸພາ​ນຸ​ວົງ ໄດ້​ສ້າງ​ຜົນງານ​ຫຼາຍ​ຢ່າງ ອັນ​ເປັນ​ທີ່​ຍອມຮັບ​ໃນ​ຖານະ​ວິ​ສະ​ວະ​ກອນ ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ ແລະ ເຮັດ​ແທ້​ທຳ​ຈິງ ສິ່ງ​ສຳຄັນ​ແມ່ນ​ເພິ່ນ​ໄດ້​ສຳ​ພັດ ແລະ ເຫັນ​ພຶດຕິ​ກຳ, ການ​ກະທຳຂອງ​ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ທີ່​ມີ​ຕໍ່​ຄົນ​ຂອງ​ຊາດ ທີ່​ເປັນ​ຫົວ​ເມືອງ​ຂຶ້ນ ຂອງ​ພວກ​ມັນ​ເຊັ່ນ: ການ ຈຳແນກ​ເຊື້ອ​ຊາດ, ການ​ແບ່ງ​ຊັ້ນ​ວັນນະ, ການ​ກົດ​ຂີ່​ຂົ່ມ​ເຫັງ, ຄວາມ​ບໍ່​ຍຸຕິ​ທຳ, ການ​ປຸ້ນ​ສະດົມ ແລະ ການ​ກົດ​ຂີ່​ຂູດ​ຮີດ​ເປັນຕົ້ນ ທັງ​ໝົດ​ເຫຼົ່ານັ້ນ ໄດ້​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ແນວ​ຄິດ​ຈິດໃຈ​ຂອງເພິ່ນ ເພື່ອ​ກ້າວ​ເຂົ້າ​ສູ່​ເສ້ັນ​ທາງ​ແຫ່ງ​ການ​ຕໍ່ສູ້ ກອບ​ກູ້​ເອົາ​ຄວາມເປັນ​ເອກະລາດ​ມາ​ໃຫ້​ປະເທດ​ຊາດ ນຳ​ເອົາ​ອິດສະຫຼະພາບ ແລະ ສິດ​ເປັນ​ເຈົ້າ​ມາ​ໃຫ້​ປະຊາຊົນ​ລາວ​ເຜົ່າ​ຕ່າງໆ.
ໃນ​ສະພາບ​ແວດ​ລ້ອມ​ສາກົນ  ແລະ  ເຫດການ​ຕ່າງໆ​ຢູ່​ອິນດູຈີນ ໄດ້​ຜັນ​ແປ​ຢ່າງ​ສັບສົນ, ມີ​ດ້ານ​ທີ່​ອຳນວຍ ໃຫ້​ແກ່​ຂະບວນ​ການ​ຕໍ່ສູ້ ຂອງ​ບັນດາ​ປະຊາຊາດ ເພື່ອ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ ອັນ​ພົ້ນ​ເດັ່ນ​ແມ່ນ​ຂະບວນ​ການ​ຕໍ່ສູ້ ຂອງ​ປະຊາຊົນ​ອິນດູຈີນ (ລາວ, ຫວຽດນາມ ແລະ ກຳປູເຈຍ) ໄດ້​ມີ​ພັກ​ກອມ​ມູ​ນິດ​ອິນດູຈີນ​ນຳພາ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ເຮັດ​ໃຫ້ການ​ປະຕິວັດ​ອິນດູຈີນ​ກ້າວຂຶ້ນ​ຍາດ​ເອົາ​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ໃນ​ປີ 1945. ວັນ​ທີ  9  ພຶດສະພາ 1945 ພວກ​ຟາດ​ຊິດ ເຢຍ​ລະ​ມັນ ໄດ້​ເຊັນ​ສັນຍາ​ຍອມ​ຈຳນົນ​ຢ່າງ​ບໍ່​ມີ​ເງື່ອນໄຂ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2; ວັນ​ທີ 15 ສິງຫາ 1945 ພວກ​ຂຸນ​ເສິກ​ຍ່ີ​ປຸ່ນ ໄດ້​ປະກາດ​ຍອມ ຈຳນົນ​ຕໍ່​ກຳລັງ​ພັນທະ​ມິດ; ຢູ່​ປະເທດ​ຫວຽດນາມ ປະທານ ໂຮ່​ຈິ​ມິນ ໄດ້​ນຳພາ​ການ​ປະຕິວັດ​ເດືອນ​ສິງຫາ 1945 ລຸກ​ຮື້​ຂຶ້ນ​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ຂຸນ​ເສິກ​ຍີ່ປຸ່ນ ແລະ ໄດ້​ສ້າງຕັ້ງ​ປະເທດ​ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ຫວຽດນາມ ໃນ​ວັນ​ທີ 2 ກັນຍາ 1945, ພາຍຫຼັງ​ການ​ປະຕິວັດ​ເດືອນ​ສິງຫາ ຢູ່​ຫວຽດນາມ​ໄດ້​ຮັບ​ໄຊຊະນະ ປະທານ​ໂຮ່​ຈິ​ມິນ ໄດ້​ເຊີນ ປະທານ ສຸພາ​ນຸ​ວົງ ໄປ​ນະຄອນຫຼວງ​ຮ່າ​ໂນ້ຍ ເປັນ​ການພົບ​ປະ​ຄັ້ງ​ທຳອິດ​ອັນ​ເປັນ​ປະຫວັດສາດ​ສຳຄັນ​ຍິ່ງ​ໄດ້​ເຮັດໃຫ້​ປະທານ ສຸພາ​ນຸ​ວົງ ກ້າວ​ເຂົ້າ​ສູ່​ເສັ້ນທາງ​ແຫ່ງ​ການ​ຕໍ່ສູ້ ເພື່ອ​ກອບ​ກູ້​ເອົາ​ຄວາມ​ເປັນ​ເອກະລາດ ມາ​ໃຫ້​ປະເທດ​ຊາດ, ນຳ​ເອົາ​ອິດສະຫຼະພາບ ແລະ ສິດ​ເປັນ​ເຈົ້າ​ມາ​ໃຫ້​ປະຊາຊົນ ລາວ​ບັນດາເຜົ່າ ນີ້​ແມ່ນ​ຈຸດ​ເລີ່ມ​ຕ້ົນ​ແຫ່ງ​ພາລະກິດ​ປະຕິ ວັດ​ອັນ​ຍິ່ງ​ໃຫຍ່. ເມື່ອ​ກັບ​ຄືນ​ມາ​ປະເທດ ປະທານ ສຸພາ​ນຸ​ວົງ ໄດ້​ເຄື່ອນ​ໄຫວ​ປຸກລະດົມ, ສ້າງ​ກຳລັງ​ເປັນຕົ້ນ​ຢູ່​ສະຫວັນ​ນະ​ເຂດ ແລະ ທ່າ​ແຂກ ເພື່ອ​ກະກຽມ​ໃຫ້​ແກ່​ການ​ຢຶດ​ອຳນາດ, ປະ ກາດ​ເອກະລາດ “ດັ່ງ​ຄຳ​ປາ​ໄສ ປະທານ​ສຸພາ​ນຸ​ວົງ ໃນ​ຄັ້ງ ໜຶ່ງ ເວລາ​ທີ່​ກັບ​ມາ​ແຕ່​ຫວຽດນາມ ກັບ​ຄືນ​ປະເທດ​ຕາມ​ທາງ ເລກ 9 ເມື່ອ​ຮອດ​ເມືອງ​ເຊ​ໂປນ ໄດ້​ເວົ້າ​ຕໍ່ໜ້າ​ປະຊາຊົນ ທີ່​ມາ​ໂຮມ​ກັນ​ຢູ່​ທີ່​ນັ້ນ​ວ່າ: ແຜ່ນດິນ​ລາວ​ຕ້ອງ​ແມ່ນ​ຄົນ​ລາວ ເປັນ​ເຈົ້າ​ຂອງ. ສະນັ້ນ, ພວກ​ເຮົາ​ທຸກ​ຄົນ ຕ້ອງ​ສາມັກຄີ​ກັນ ໂຮມ ແຮງ​ກັນ​ຕໍ່ສູ້​ກູ້​ຊາດ​ອັນ​ແສນ​ຮັກ​ຂອງ​ພວກ​ເຮົາ​ຄືນ​ມາ ໃຫ້​ໄດ້”.