ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 20 ປີ (09/09/2002 -09/09/2022)

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 20 ປີ (09/09/2002 -09/09/2022)

    ໃນວັນທີ 06 ຕຸລາ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 20 ປີ (09/09/2002 -09/09/2022) ພາຍໃຕ້ການເປັນປະທານ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີ: ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການທັງໝົດພາຍໃນ ຄອສພ.

ໃນພິທີສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານ ສະຫະພັນນັກຮົບເກົ່າແຫ່ງຊາດໃຫ້ກຽດປາຖະກະຖາປະຫວັດ ແລະ ຄວາມເປັນມາຂອງສະຫະພັນນັກຮົບເກົ່າແຕ່ໃນອະດິດຈົນເຖິງປີ 2002 ກົມການເມືອງສູນກາງພັກ ໄດ້ອອກມະຕິສະບັບເລກທີ 68/ກມສພ, ລົງວັນທີ 9 ກັນຍາ 2002 ວ່າດ້ວຍການສ້າງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ເຊິ່ງເປັນອົງການຈັດຕັ້ງມະຫາຊົນຂອງພັກ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານສູນກາງພັກ ແລະ ກົມການເມືອງສູນກາງພັກ, ມີຖານະຄືກັບອົງການຈັດຕັ້ງຂອງ ພັກ-ລັດ ແລະ ອົງການຈັດຕັ້ງອື່ນໆຂອງພັກ, ເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນ ແລະ ກົດໝາຍແຫ່ງ ສປປ ລາວ, ມີລະບົບສາຍໄຍການຈັດຕັ້ງປະກອບດ້ວຍ 4 ຂັ້ນຄື: ຂັ້ນສູນກາງ, ຂັ້ນແຂວງ, ນະຄອນຫລວງ ແລະ ເຂດພິເສດ, ຂັ້ນເມືອງ ແລະ ຂັ້ນຮາກຖານ(ບ້ານ), ມີບົດ ບາດເປັນເສນາທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານ; ສໍາລັບຢູ່ຂັ້ນທ້ອງຖິ່ນ ແມ່ນເປັນເສນາທິການໃຫ້ແກ່ຄະນະພັກແຕ່ລະຂັ້ນ ໃນດ້ານວຽກງານຂົນຂວາຍ, ເຕົ້າໂຮມ, ຈັດຕັ້ງ ແລະ ສຶກສາອົບຮົມຖັນແຖວນັກຮົບເກົ່າ ໃຫ້ຮັກສາທາດແທ້ມູນເຊື້ອອັນດີງາມຂອງການປະຕິວັດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງນັກຮົບເກົ່າ ແລະ ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.

ການເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວໃນຕະຫລອດໄລຍະ 20 ປີ ໄດ້ມີຜົນງານທີ່ໂດດເດັ່ນໃນການເຄື່ອນໄຫວປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະ ກໍແມ່ນການຄຸ້ມຄອງ ແລະ ພັດທະນາຖັນແຖວນັກຮົບເກົ່າໃນທົ່ວປະເທດໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ ແລະ ທິດທາງໃນຕໍ່ໜ້າ ໃນການເສີມຂະຫຍາຍທາດແທ້ມູນເຊື້ອ ຂອງນັກຮົບເກົ່າເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຄືດັ່ງລຸ່ມນີ້:

ໜຶ່ງ, ເພີ່ມທະວີເອົາໃຈໃສ່ສຶກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດຂອງພະນັກງານນັກຮົບເກົ່າ, ກໍ່ຄືຂອງສະຫະພັນນັກຮົບເກົ່າ ໃຫ້ທະຫານ, ຕຳຫຼວດ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າໃຫ້ເລິກເຊິ່ງ, ກ້ວາງຂວາງ ຕິດພັນກັບການເຊື່ອມຊືມ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດ ຄັ້ງທີ IV ໃຫ້ເປັນຂະບວນການ ແລະມີໝາກຜົນຕົວຈິງ.

ສອງ, ສຶບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ກາຍເປັນອົງການຕົວແທນແຫ່ງສິດຜົນປະໂຫຍດ, ເປັນບ່ອນເຕົ້າໂຮມຄວາມສາມັກຄີ ເປັນເອກະພາບ ແລະບ່ອນເຄື່ອນໄຫວຮ່ວມຊີວິດທີ່ມີຊີວິດຊີວາຂອງຖັນແຖວນັກຮົບເກົ່າ; ພ້ອມນັ້ນ ກໍ່ສືບຕໍ່ຄົ້ນຄວ້າ, ປັບປຸງກົດໝາຍ, ນິຕິກຳ ທີ່ມີແລ້ວໃຫ້ສອດຄ່ອງກັບ ໄລຍະໃໝ່.

ສາມ, ສືບຕໍ່ປຸກລະດົມຂົນຂວາຍ, ເຕົ້ມໂຮມຄວາມສາມັກຄີນັກຮົບເກົ່າ ແລະ ປະຊາຊົນລາວບັນດາເຜົ່າ; ຊ່ວຍເຫຼືອເຊິ່ງກັນ ແລະກັນໃນເວລາພົບຄວາມຫຍຸ້ງຍາກ ແລະ ເຈັບເປັນ, ປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ສີ່, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນບຸກທະລຸ ທາງດ້ານການແກ້ໄຂຊີວິດການເປັນຢູ່ຫຼຸດຜ່ອນຄວາມທຸກຍາກ ປຸກລະດົມຖັນແຖວນັກຮົບເກົ່າເສີມຂະຫຍາຍມູນເຊື້ອເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ປະກອບສ່ວນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃຫ້ບັນລຸໝາກຜົນຕົວຈິງ.

ຫ້າ, ສືບຕໍ່ຫັນລົງກໍ່ສ້າງຮາກຖານຢ່າງແຂງແຮງ ເຊີດຊູຄວາມຮັບຜິດຊອບໃນການພັດທະນາ ສະຫະພັນນັກຮົບເກົ່າຕິດພັນກັບວຽກງານ 3 ສ້າງ; ພ້ອມກັນສ້າງຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໄປຄຽງຄູ່ກັບການປະຕິບັດ 7 ແຜນງານ, 31 ໂຄງການ, ເນື້ອໃນຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນນັກຮົບເກົ່າ ແຕ່ນີ້ນອດປີ 2025 ໃຫ້ປະກົດຜົນເປັນຈິງ.

ຫົກ, ປະຕິບັດແນວທາງການຕ່າງປະເທດຂອງພັກ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຮອບດ້ານກັບສະມາຄົມນັກຮົບເກົ່າຫວຽດນາມປະກອບສ່ວນເຄື່ອນໄຫວວຽກງານນັກຮົບເກົ່າອາຊຽນຢ່າງເປັນເຈົ້າການ.