ກອງປະຊຸມຮັບຮອງຜົນຂອງການຄົ້ນຄວ້າວິທະຍາສາດ ແນວຄິດໄກສອນ ພົມວິຫານ

ກອງປະຊຸມຮັບຮອງຜົນຂອງການຄົ້ນຄວ້າວິທະຍາສາດ ແນວຄິດໄກສອນ ພົມວິຫານ

    ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ໄດ້ຈັດກອງປະຊຸມຮັບຮອງຜົນ ຂອງການຄົ້ນຄວ້າວິທະຍາສາດ ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນ ແປງໃໝ່ ຢູ່ ສປປ ລາວ ແລະ ຫົວຂໍ້: ຄຸນສົມບັດ ສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຂຶ້ນໃນ ລະຫວ່າງ ວັນທີ 26-27 ຕຸລາ 2022, ທີ່ຫ້ອງປະຊຸມໃຫຍ່ສຳນັກງານສະພາທິດສະດີສູນກາງພັກ ຊັ້ນ 2 (ຫຼັກ 6). ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນ ກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາ ທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບ ການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີ ທ່ານ ປອ ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນ ຄວ້າແນວຄິດໄກສອນ ພົມວິຫານ; ນອກຈາກນີ້, ຍັງມີບັນດາທ່ານຄະນະປະຈຳ, ສະມາຊິກສະພາທິດສະດີສູນກາງພັກ, ຜູ້ສັງເກດຕີລາຄາ, ຄະນະກຳມະການ, ບັນ​ດາ​ນັກວິທະຍາສາດ, ບັນດາທ່ານ ໃນຫ້ອງການສະພາທິດສະດີສູນກາງພັກ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ ທັງໝົດ 60 ຄົນ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ໄດ້ຮັບຮອງເອົາແນວຄິດໄກສອນ ພົມວິຫານ ເປັນພື້ນຖານແນວຄິດ ແລະທິດສະດີ ຂອງພັກ ໃຫ້ກວ້າງຂວາງ ແລະເລິກເຊິ່ງ, ໂດຍສະເພາະແມ່ນການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ, ສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໃຫ້ເຂົ້າສູ່ລວງເລິກ, ໄປພ້ອມກັບການກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີທີ່ຈະມາເຖິງນີ້.

ໃນຄຳເຫັນກ່າວເປີດກອງປະຊຸມສຳມະນາ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບ ການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສຳຄັນ ເພື່ອຢັ້ງ ຢືນຜົນສຳເລັດ ຂອງການ​ຄົ້ນ​ຄວ້າ​ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ ກ່ຽວກັບການປ່ຽນແປງໃໝ່ ຢູ່ປະເທດເຮົາ ແລະ ເພື່ອຈັດເປັນປຶ້ມພິມເຜີຍແຜ່ໃຫ້ສັງຄົມຮັບຮູ້. ເຖິງແມ່ນວ່າ ໃນໄລຍະການຄົ້ນຄວ້າຈະພົບກັບຄວາມຫຍຸ້ງຍາກກໍຕາມ, ເປັນຕົ້ນແມ່ນການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະສະພາບຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນກໍຕາມ, ແຕ່ຄະ​ນະ​ຮັບ​ຜິດ​ຊອບ​ການ​ຄົ້ນ​ຄວ້າ​ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ ແລະບັນ​ດາ​ນັກ​ວິ​ທະ​ຍາ​ສາດ ​ທີ່​ເຂົ້າຮ່ວມການຄົ້ນຄວ້າກໍໄດ້ສູ້ຊົນຜ່ານຜ່າ ຈົນເຮັດໃຫ້ການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ມີຜົນສຳເລັດໃນລະດັບອັນແນ່ນອນ.

ໂດຍປະຕິບັດຕາມວາລະ ຂອງກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີການລາຍງານໂດຍສັງ ເຂບສະພາບການຄົ້ນຄວ້າ 03 ຂົງເຂດ ຄື: ຂົງເຂດທີ 1: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ວຽກພັກ, ວຽກງານພະນັກງານ, ຂົງເຂດອຳນາດລັດ, ວຽກງານປ້ອງກັນຊາດ, ວຽກງານປ້ອງກັນຄວາມສະຫງົບ, ວຽກງານແນວໂຮມ ແລະອົງການຈັດຕັ້ງມະຫາຊົນ. ຂົງເຂດທີ 2: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຂົງເຂດວັດທະນະທຳ-ສັງຄົມ ແລະ ຫົວຂໍ້: ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ. ຂົງເຂດທີ 3: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຂົງເຂດເສດຖະກິດ.

ຫຼັງຈາກນັ້ນ, ບັນດາທ່ານນັກວິທະຍາສາດຜູ້ສັງເກດຕີລາຄາບົດ ແລະຄະນະກຳມະການ ທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ເນື້ອໃນບົດຄົ້ນຄວ້າວິທະຍາສາດ ໃນແຕ່ລະຂົງເຂດຢ່າງພາວະວິໄສ ແລະລົງຄະແນນສຽງຮັບຮອງ ເພື່ອຢັ້ງຢືນເຖິງຄຸນນະພາບ ຂອງການຄົ້ນຄວ້າແຕ່ລະຫົວຂໍ້.

ໃນຕອນທ້າຍ ໄດ້ຮັບຟັງການສະຫຼຸບລາຍງານຜົນ ຂອງກອງປະຊຸມໂດຍ ປອ ຄຳພັນ ເຜີຍຍະວົງ ເລຂາທິ ການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະ ນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຊິ່ງໄດ້ຕີລາຜົນສຳເລັດ ຂອງກອງປະຊຸມ ແລະຕີລາຄາສູງຕໍ່ຈິດໃຈຄວາມຮັບຜິດຊອບ ຂອງຜູ້ສັງເກດຕີລາຄາ, ຄະນະກຳມະການ ທີ່ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະພາວະວິໄສ. ກອງປະຊຸມດັ່ງກ່າວ ໄດ້ດຳເນີນເວລາ 02 ວັນ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມໃນເວລາ 16 ໂມງ 00 ຂອງວັນທີ 27 ຕຸລາ 2022.