ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ຕ້ອນຮັບສະຫາຍ ຈະເລີນ ເຢຍປາວເຮີ

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ຕ້ອນຮັບສະຫາຍ ຈະເລີນ ເຢຍປາວເຮີ

ໃນວັນທີ 28 ກັນຍາ 2022 ຢູ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ,ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ຈຸດປະສົງຂອງການມາພົບປະຄະນະນຳ ຄະນະໂຄສະນາໃນຄັ້ງນີ້ເພື່ອເກັບກຳຂໍ້ມູນຂ່າວສານຕ່າງໆຢູ່ຄະນະໂຄສະນາອົບຮົມສູນກາງພັກໃນໄລຍະທີ່ເພິ່ນດຳລົງຕຳແໜ່ງເປັນຮອງຫົວໜ້າ ຄອສພ ທີ່ໄດ້ເຄື່ອນໄຫວໃນເມືື່ອກ່ອນ ເພື່ອນຳເອົາຂໍ້ມູນດັ່ງກ່າວ ເຕົ້າໂຮມ ແລະ ຂຽນເປັນປຶ້ມບັນທຶກຄວາມຊົ່ງຈຳໃນການເຄື່ອນໄຫວປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ກົມການເມືອງ, ຄະນະເລຂາທິການໃນເມື່ອກ່ອນ.

ໃນພິທີ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ສະຫາຍ ທີ່ຍາມໃດກໍໄດ້ເອົາໃຈໃສ່ຊຸກຍູ້ ແລະ ທີ່ສຳຄັນວຽກງານໂຄສະນາອົບຮົມ, ຝຶກຝົນຫຼໍ່ຫຼອມ ພະນັກງານ, ສະມາຊິກພັກ ໃຫ້ກາຍເປັນພະນັກງານສືບທອດອຸດົມການຂອງພັກ, ມີນ້ຳໃຈຮັກຊາດ, ເສຍສະຫຼະ ເພື່ອສ່ວນລວມ, ປະກອບສ່ວນອັນສໍາຄັນ ແລະ ໃຫຍ່ຫຼວງຂອງສະຫາຍໃນການສ້າງໃຫ້ມີພະນັກງານຜູ້ສືບທອດທີ່ດີຫຼາຍສະຫາຍ ແລະ ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ.

ໃນພິທີທ່ານ  ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ຜູ້ທີ່ເຄີຍຮ່ວມຊີວິດ ແລະ ຮ່ວມເຄື່ອນໄຫວນຳສະຫາຍ ຈະເລີນ ເຢຍປາວເຮີ ໄດ້ກ່າວຄວາມຮູ້ສຶກ ໃນການເຄື່ອນໄຫວວຽກງານໃນໄລຍະທີ່ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານອັນໃຫຍ່ຫຼວງໃນຫຼາຍໆດ້ານເຊັ່ນ: ການຊີ້ນຳ-ນຳພາ ວຽກງານການເມືອງ-ແນວຄິດ ໃຫ້ພະນັກງານພາຍໃນໃຫ້ມີຄວາມສາມັກຄີໜັກແໜ້ນຕໍ່ອຸດົມການຂອງພັກໂດຍສະເພາະວຽກງານກໍ່ສ້າງພັກກໍ່ສ້າງພະນັກງານ, ແບບແຜນວິທີເຮັດວຽກ, ສ້າງພະນັກງານຫຼັກແຫຼ່ງ ໃຫ້ມີຄວາມຮູ້ ຄວາມສາມາດ, ເປັນແບບຢ່າງ ທາງດ້ານການເມືອງ ແລະ ວິຊາສະເພາະ.

ໃນທ້າຍພິທີ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ ໄດ້ສະແດງຄວາມຂອບໃຈ, ຄວາມຮູ້ບຸນກັບບັນດາ ພະນັກງານອາວຸໂສ, ພະນັກງານຫຼັກແຫຼ່ງຂັ້ນຕ່າງໆ, ເພື່ອນມິດສະຫາຍຕະຫຼອດຮອດອ້າຍນ້ອງວິຊາການທັງໝົດ ທີ່ຮ່ວມອາຊີບດຽວກັນ, ຮ່ວມທຸກຮ່ວມສຸກນຳກັນຕະຫຼອດໄລຍະທີ່ຜ່ານມາຢ່າງສຸດຊື່ງ ແລະ ຍັງເຊື່ອໝັ້ນຢ່າງໜັກແໜ້ນວ່າ ບັນດາສະຫາຍຈະສືບທອດຮັກສາມູນເຊື້ອສາມັກຄີຮັກແພງປອງດອງເຊີ່ງກັນແລະກັນເວົ້າລວມ ເວົ້າສະເພາະກໍແມ່ນພ້ອມກັນເຮັດວຽກງານແນວຄິດການເມືອງໃຫ້ດີ ແລະ ພ້ອມກັນປັບປຸງສືບຕໍ່ແກ້ໄຂ ເພື່ອນໍາພາວຽກງານດັ່ງກ່າວໃຫ້ຢູ່ແຖວໜ້າ; ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ເປັນປຶກແຜ່ນ ແລະ ສືບທອດມູນເຊື້ອຂອງພັກ ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.