ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V

ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V

ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ເປີດຂຶ້ນຢ່າງເປັນທາງການໃນຫວ່າງວັນທີ 17-18 ພະຈິກ 2022 ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຫົວໜ້າຄະນະຊີ້ນຳກະກຽມກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຜູ້ປະຈຳການຄະນະຊີ້ນຳ ກະກຽມກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ບັນດາສະຫາຍຄະນະບໍລິຫານງານພັກແຂວງ, ບັນດາຄະນະກົມພາຍໃນ ຄອສພ, ຄະນະກົມບັນດາກະຊວງ-ອົງການທີ່ເຮັດວຽກງານການເມືອງແນວຄິດ ແລະ ຫົວໜ້າ ແລະ ຮອງຄະນະໂຄສະນາອົບຮົມບັນດາແຂວງໃນທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.

 

ໂອກາດນີ້ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ຫົວໜ້າຄະນະຊີ້ນຳກະກຽມກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ແລະ ມີຄໍາເຫັນວ່າ:  ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນສະຫຼຸບຕີລາຄາການເຄື່ອນ ໄຫວວຽກງານການເມືອງ-ແນວຄິດ ໃນໄລຍະແຕ່ກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ IV ຜ່ານມາ, ພ້ອມທັງຄົ້ນຄວ້າກໍານົດທິດທາງ, ຄາດໝາຍ ແລະ ໜ້າທີ່ຈຸດສຸມຂອງວຽກງານການເມືອງ-ແນວຄິດໃນຕໍ່ໜ້າ ແນໃສ່ເຮັດໃຫ້ການຕີລາຄາວຽກງານການເມືອງ-ແນວຄິດ ຜ່ານມາ ແລະ ການກໍານົດທິດທາງຄາດໝາຍໃນຕໍ່ໜ້າໃຫ້ແທດເໝາະກັບການຜັນແປຂອງສະພາບການຕົວຈິງ, ທັງຮັບປະກັນໃຫ້ແກ່ການສືບຕໍ່ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງກວ້າງຂວາງ, ຟົດຟື້ນແລະແຂງແຮງກວ່າເກົ່າ.

ກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາສະພາບວຽກງານການເມືອງ-ແນວຄິດ ແຕ່ປີ 2003 ເຖິງ ປັດຈຸບັນ ສະເຫນີໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວຫນ້າຄະນະໂຄສະນາອົບຮົມ ສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຜູ້ປະຈໍາການ ຄະນະຊີ້ນໍາກະກຽມກອງປະຊຸມວຽກງານ ການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V.

ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ມີຄວາມຮັບຜິດຊອບ ແລະ ເປັນເອກະພາບກັນຢ່າງສູງຕໍ່ການຕີລາຄາ ບັນດາຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງ ໃນການນໍາພາຊີ້ນໍາວຽກງານການເມືອງ-ແນວຄິດ ກໍ່ຄືສະພາບ ການເມືອງ-ແນວຄິດ ໃນໄລຍະຜ່ານມາ ພ້ອມທັງຊີ້ໃຫ້ເຫັນບັນຫາສາເຫດຕົ້ນຕໍ ເພື່ອກໍານົດທິດທາງ, ວິທີການ ແລະ ມາດຕະການປັບປຸງແກ້ໄຂ ຢ່າງຈິງຈັງ ແລະ ສອດຄ່ອງ ກັບການເລັ່ງທວງຕໍ່ຫນ້າສະພາບການຕ່າງໆ ໃນຊຸມປີຕໍ່ຫນ້າ.

ບົນພື້ນຖານການສ້າງການຫັນປ່ຽນ ທີ່ແຂງແຮງ ແລະ ເລິກເຊິ່ງ ວຽກງານການເມືອງ-ແນວຄິດ; ກອງປະຊຸມໄດ້ຮັບຮອງເອົາການຖອດຖອນບົດຮຽນແຫ່ງພຶດຕິກໍາຕົວຈິງບາງປະການດັ່ງນີ້:

1). ສືບຕໍ່ຍຶດຫມັ້ນ ແລະຫມູນໃຊ້ຢ່າງປະດິດສ້າງທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກ ໃຫ້ ສອດຄ່ອງກັບເງື່ອນໄຂໃຫມ່, ຄົ້ນຄວ້າກໍາແຫນ້ນ ແລະ ເປັນເຈົ້າການຜັນຂະຫຍາຍ ໃຫ້ເປັນແຜນງານ, ເປັນໂຄງ ການລະອຽດ ທັງມີການຊີ້ນໍາ-ບັນຊາຢ່າງແທດເຖິງ, ທັນການ ແລະ ຕໍ່ເນື່ອງ ເປັນອົງປະກອບສໍາຄັນຮັບປະກັນ ໃຫ້ແກ່ການເຄື່ອນໄຫວວຽກງານການເມືອງ-ແນວຄິດ;

2). ຕ້ອງຍົກລະດັບການຄົ້ນຄວ້າທິດສະດີ-ພຶດຕິກໍາ ເພື່ອນໍາໄປເຖິງການອະທິບາຍ, ຕອບແກ້ບັນຫາ ທີ່ຕັ້ງຂຶ້ນ, ເປີດທາງໃຫ້ແກ່ການເຄື່ອນໄຫວບຸກເບີກປະດິດສ້າງໃຫມ່ ແລະ ສ້າງການຫັນປ່ຽນໃຫມ່ ໃນການຄິດ, ການເຄື່ອນໄຫວ, ພ້ອມທັງຍົກລະດັບຄວາມສາມາດໃນການນໍາພາ ຂອງຖັນແຖວພະນັກງານ-ສະມາຊິກພັກ, ເປັນເຈົ້າການຈັດຕັ້ງນໍາພາການຜັນຂະຫຍາຍ ເຂົ້າສູ່ຕົວຈິງ, ມີຄວາມຮັບຜິດຊອບ ແລະ ບັນລຸຫມາກຜົນຕົວຈິງ;

3). ການເຮັດວຽກງານການເມືອງ-ແນວຄິດ ຕ້ອງຕິດແຫນ້ນກັບວຽກງານຈັດຕັ້ງພັກ-ພະນັກງານ, ວຽກງານເສດຖະກິດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕົວຈິງຢູ່ພາຍໃນພັກ ແລະ ໃນສັງຄົມ, ການເວົ້າ ຕ້ອງ ໄປຄຽງຄູ່ກັບການກະທໍາ, ສ້າງການຫັນປ່ຽນຢ່າງແທ້ຈິງ ແມ່ນຫນຶ່ງໃນປັດໄຈຕັດສິນການນໍາພາການເມືອງ- ແນວຄິດ;

4). ການເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງ, ການຕັດສິນໃຈກໍ່ສ້າງ-ບໍາລຸງຖັນແຖວ ພະນັກງານໃຫ້ມີຄວາມຮູ້ ມີຄວາມສາມາດ ແລະ ມີຄວາມຊໍານິຊໍານານໃນວິຊາສະເພາະ, ການໃຫ້ຄວາມສໍາ ຄັນສ້າງເງື່ອນໄຂອໍານວຍຄວາມສະດວກທີ່ຈໍາເປັນ ຕິດພັນກັບຫັນເປັນທັນສະໄຫມ ແລະປັບປຸງກົນໄກຕ່າງໆ ຢ່າງເຫມາະສົມ, ຮອບດ້ານ, ເປັນລະບົບ ແມ່ນພື້ນຖານສໍາຄັນ ໃນການຂັບເຄື່ອນປະສິດທິຜົນວຽກງານການ ເມືອງ-ແນວຄິດຂອງພັກ.

ເພື່ອສືບຕໍ່ເສີມຂະຫຍາຍຫມາກຜົນ ໃນການນໍາພາຊີ້ນໍາວຽກງານການເມືອງ-ແນວຄິດ ໃນຊຸມປີຜ່ານມາ, ກອງປະຊຸມໄດ້ເປັນເອກະພາບສືບຕໍ່ຍຶດຫມັ້ນ 6 ທັດສະນະພື້ນຖານຂອງພັກ ກ່ຽວກັບວຽກງານການ ເມືອງ-ແນວຄິດ ແລະ ກໍານົດອອກທິດທາງ, ຄາດໝາຍລວມ ຮອດປີ 2025 ຄື:

ໜຶ່ງ: ທິດທາງ ຂອງວຽກງານການເມືອງ-ແນວຄິດ ໃນຊຸມປີຕໍ່ຫນ້າ ຕ້ອງສ່ອງແສງໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບຄວາມເປັນເອກະພາບທາງດ້ານແນວຄິດ ຕໍ່ເສັ້ນທາງກ້າວເດີນ ຂອງປະເທດຊາດ ແລະ ຄວາມເປັນອັນ ຫນຶ່ງອັນດຽວຂອງຊາດລາວ, ການແກ້ໄຂບັນຫາແນວຄິດ ຖືເປັນພື້ນຖານ ຂອງການແກ້ໄຂບັນຫາທັງຫມົດ; ວຽກງານແນວຄິດ ຕິດພັນກັບຄວາມເປັນແບບຢ່າງນໍາຫນ້າ, ຄ່ານິຍົມ ຂອງຄະນະພັກ ແລະ ສະມາຊິກພັກ, ພະນັກງານ; ຍົກສູງບົດບາດ, ຄວາມເປັນແບບຢ່າງ ແລະ ລັກສະນະນໍາຫນ້າ ຂອງພັກເຮົາ ໃນການນໍາພາແກ້ໄຂ ບັນຫາຕົວຈິງ ຢູ່ພາຍໃນພັກ ແລະ ໃນສັງຄົມ;

ສອງ: ຄາດຫມາຍໃຫຍ່ ຂອງວຽກງານການເມືອງ-ແນວຄິດ ທີ່ຕ້ອງໄດ້ບັນລຸ ແມ່ນຕ້ອງຖືຈຸດຫມາຍລວມ ແຫ່ງການນໍາພາປະເທດຊາດ ກ້າວເດີນສູ່ຈຸດຫມາຍສັງຄົມນິຍົມ ຕິດພັນກັບການຍົກສູງນໍ້າໃຈຮັກຊາດ, ຈິດໃຈ ເອກະລາດ, ເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ, ສ້າງຊາດລາວໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາ ຊົນຮັ່ງມີຜາສຸກ, ສັງຄົມ ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ເປັນພື້ນຖານສໍາຄັນ.

ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໄດ້ຮັບກຽດຢ່າງສູງ ຕໍ່ການເປັນປະທານ ຄະ ນະປະທານກອງປະຊຸມ ແລະ ໄດ້ຮັບຟັງທິດຊີ້ນໍາ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ; ກ່ອນອື່ນໝົດສະຫາຍໄດ້ກ່າວສະແດງຄວາມຊົມເຊີຍ, ຍ້ອງຍໍສັນລະ ເສີນຕໍ່ຄະນະພັກແຕ່ລະຂັ້ນທີ່ໄດ້ເອົາໃຈໃສ່ນໍາພາຊີ້ນໍາ ແລະ ຈັດຕັ້ງປະຕິ ບັດວຽກງານການເມືອງ-ແນວຄິດໃນໄລຍະຜ່ານມາ ຊຶ່ງເປັນພື້ນຖານສໍາຄັນໃນການຮັບປະກັນສະຖຽນລະພາບ ແລະ ຄວາມໜັກແໜ້ນທາງດ້ານການເມືອງ-ສັງຄົມຢູ່ປະເທດເຮົາ, ພ້ອມນັ້ນຍັງໄດ້ກ່າວເນັ້ນບາງເນື້ອໃນສຳຄັນວ່າ: ວຽກງານການເມືອງແນວຄິດນັ້ນຖືໄດ້ວ່າເປັນສະໜາມຮົບແຖວໜ້າອັນໜຶ່ງໃນວຽກງານຂອງພັກເຮົາໃນໄລຍະໃໝ່, ແນວຮົບນີ້ມັນຕ້ອງສອດຫ້ອຍເຂົ້າໄປໝົດທຸກການ ເຄື່ອນໄຫວຂອງພັກ, ຂອງລັດ, ຂອງອົງການຈັດຕັ້ງມະຫາຊົນ, ຂອງທຸກຊັ້ນຄົນໃນສັງຄົມ ເໝືອນດັ່ງສາຍເລືອດທີ່ຫຼໍ່ລ້ຽງຮ່າງກາຍຂອງຄົນເຮົາ.

ຢາກເຮັດໃຫ້ສະໜາມຮົບຂອງວຽກງານການເມືອງແນວຄິດໄດ້ຮັບໄຊຊະນະ, ພັກເຮົາຕ້ອງໄດ້ແກ້ໄຂບັນດາ

ບັນຫາທີ່ພະນັກງານ, ປະຊາຊົນຊັ້ນຄົນຕ່າງໆ ຕັ້ງຂຶ້ນ ແລະ ມີຄວາມປາຖະໜາຢາກໃຫ້ພັກເຮົາແກ້ໄຂນັ້ນຄື:

1) ແກ້ການສໍ້ລາດບັງຫຼວງ.

2) ແກ້ຄວາມບໍ່ດຸ່ນດ່ຽງໃນການພັດທະນາ.

3) ແກ້ຄວາມເຫຼື່ອມລໍ້າຂອງສັງຄົມ ຫຼື ເວົ້າຢ່າງໜຶ່ງຮັດແຄບຄວາມແຕກໂຕນ.

4) ແກ້ການຂາດປະສິດທິພາບຂອງກົງຈັກ; ແກ້ບັນຫາກົນໄກຂອງກົງຈັກແຕ່ເທິງລົງລຸ່ມເພື່ອບໍ່ໃຫ້ເປັນກົງຈັກ ແລະ ກົນໄກທີ່ເກະກະ, ອາຍາສິດ, ແຂງກະດ້າງ, ຂາດປະຊາທິປະໄຕ, ກົນໄກທີ່ມີຊ່ອງວ່າງໃຫ້ມີການກວດກາຍາກ, ໃຫ້ຄົນສວຍໃຊ້ເຮັດຜິດໄດ້ງ່າຍ.

5) ແກ້ພະຍາດອາຍາສິດ, ຫ່າງເຫີນມະຫາຊົນ, ຂາດນໍ້າໃຈຮັບໃຊ້ປະຊາຊົນ, ເປັນອາຍາເຈົ້ານາຍຢູ່ເໜືອປະຊາຊົນ, ບາງຄັ້ງກໍໜີບເຕັງປະຊາຊົນ… ຂອງພະນັກງານ ສະມາຊິກພັກ ຂອງພວກເຮົາຈຳນວນບໍ່ໜ້ອຍ.

6) ແກ້ແນວຄິດຄອງເດີມບໍ່ຢາກປ່ຽນແປງ, ມັກງ່າຍ, ຢູ່ແລ້ວມື້ແລ້ວວັນໄປ, ບໍ່ສົນ, ບໍ່ກ່ຽວນຳຫຍັງເອົາຕຳແໜ່ງມາກອດໄວ້, ບໍ່ຢາກແຕະຕ້ອງໃຜ ເພື່ອເອົາຄະແນນນິຍົມໃຫ້ຕົນ.

ວຽກງານການເມືອງແນວຄິດ ຖ້າຖືວ່າເປັນສະໜາມຮົບທີ່ຕ້ອງມີການຕໍ່ສູ້, ເມື່ອຖືເປັນສະໜາມຮົບແລ້ວ, ຊິເອົາໃຜ, ຊິຮົບກັບໃຜ?, ເອົາອັນໃດສູ້ກັບອັນໃດ? ແລະ ຮົບແບບໃດ? ຂ້າພະເຈົ້າ ຄິດວ່າແມ່ນສະໜາມຮົບທີ່ບໍ່ໄດ້ໃຊ້ປືນ ແຕ່ແມ່ນໃຊ້ຄວາມຄິດ, ໃຊ້ສະໝອງ, ໃຊ້ສະຕິປັນຍາ, ໃຊ້ຄວາມດີ, ຄວາມໜັກແໜ້ນ, ຄວາມປອດໃສຂອງພັກ ເປັນອາວຸດເພື່ອຕໍ່ສູ້ ເຊັ່ນ :

  1. ການຕໍ່ສູ້ ລະຫວ່າງ ຈິນຕະນາການໃໝ່ ກັບ ຈິນຕະນາການເກົ່າ, ເວົ້າຢ່າງໜຶ່ງແມ່ນການຕໍ່ສູ້ລະຫວ່າງ ອັນກ້າວໜ້າ ກັບ ອັນຫຼ້າຫຼັງ.
  2. ການຕໍ່ສູ້ ລະຫວ່າງ ແນວຄິດບຸກໜ້າກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ ກັບ ແນວຄິດທໍ້ຖອຍເສຍກຳລັງໃຈ, ອ່ອນເພຍເປ້ຍລ່ອຍ.
  3. ການຕໍ່ສູ້ ລະຫວ່າງ ແນວຄິດ, ການກະທຳ ທີ່ຕັ້ງໜ້າກ້າຫານ, ຊອກຫາສັດຈະທຳໃນຄວາມເປັນຈິງ ກັບ ແນວຄິດ ແລະ ການກະທຳ ທີ່ຊອກຫາທາງປົກປິດ, ຫຼົບຫຼີກຄວາມຜິດພາດ, ຄວາມບົກຜ່ອງໄວ້, ຊຸກເຊື່ອງອັນບໍ່ດີໄວ້, ຮູ້ແຕ່ລາຍງານດອກໄມ້.
  4. ການຕໍ່ສູ້ ລະຫວ່າງ ການຍົກສູງຜູ້ອື່ນເກີນໄປ, ຕີຕໍ່າຕົນເອງເກີນໄປ (ມີທັງສ່ວນຕົວ ແລະ ອົງກອນ, ມີທັງລະດັບປະເທດ), ຊຶ່ງແນວຄິດ ແລະ ການກະທຳນີ້ ຈະກ້າວໄປເຖິງບໍ່ເຊື່ອໝັ້ນປະຊາຊົນຂອງຕົນ, ຖືຜູ້ອື່ນສູງກວ່າ, ເປັນການຫຍໍ້ທໍ້ຕົນເອງ, ຫຍໍ້ທໍ້ຊາດຕົນ, ບໍ່ຮູ້ຄຸນຄ່າຄວາມເປັນມາທີ່ແທ້ຈິງຂອງຊາດ, ຂອງພັກ ແລະ ບັນພະບູລຸດ ທີ່ນຳເອົາປະເທດຊາດ ແລະ ເອກະລາດ ມາໃຫ້ຕົນ… ແນວຄິດນີ້ ມີຢູ່ກັບໃຜ ຜູ້ນັ້ນມັກຫຼົງທາງ.
  5. ແນວຄິດຢາກໄດ້, ຢາກດີໂພດ, ຢາກໃຫ້ໄດ້ໄວເກີນໄປ, ມັກຈູດໄລຍະກາຍເປັນລັດທິອາລົມຈິດນິຍົມ, ມັກໃຊ້ຄຳສັ່ງ… ກັບແນວຄິດການກະທຳທີ່ທຸ່ນທ່ຽງ, ມີຫຼັກການ, ມີກົດເກນ, ໄປຕາມຄວາມສາມາດຕົວຈິງ, ຕາມຫຼັກວິທະຍາສາດ ແລະ ກ້າວຂຶ້ນດ້ວຍຈັງຫວະທີ່ໝັ້ນທ່ຽງ ດ້ວຍຄວາມອົດທົນ, ມີເຫດຜົນ ເພື່ອກ້າວຂຶ້ນຢ່າງໜັກ ແໜ້ນ ຈາກກ້າວນີ້ໄປສູ່ກ້າວຕໍ່ໆໄປ.