ກະກຽມຄວາມພ້ອມໃນການດຳເນີນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ປີ 2022

ກະກຽມຄວາມພ້ອມໃນການດຳເນີນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ປີ2022

ການກະກຽມຄວາມພ້ອມໃນການດຳເນີນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ປີ 2022 ດັ່ງທີ່ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ ໃຫ້ຄຳເຫັນສຳພາດຂ່າວຕໍ່ສື່ມວນຊົນລາວ ໃນວັນທີ 11 ພະຈິກ ນີ້ ທີ່ ຄອສພ ກ່ຽວກັບການກະກຽມດຳເນີນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ມີຄວາມພ້ອມຮອບດ້ານໂດຍພື້ນຖານແລ້ວ ແລະ ຈະໄດ້ຈັດເປີດຂຶ້ນໃນມໍ່ໆນີ້ ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ກຳລັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ໂດຍກອງປະຊຸມຈະໄດ້ລົງເລິກທົບທວນບາງບັນຫາສຳຄັນ ຄື:

  1. ກອງປະຊຸມຈະໄດ້ພ້ອມກັນສະຫຼຸບຕີລາຄາການເຄື່ອນໄຫວວຽກງານການເມືອງ-ແນວຄິດ ໃນໄລຍະແຕ່ກອງປະຊຸມວຽກງານການເມືອງ-ແນວຄິດ ຄັ້ງທີ IV (2003) ມາ; ພ້ອມກັນກຳນົດທິດທາງ, ໜ້າທີ່ຈຸດສຸມ ຂອງວຽກງານການເມືອງ-ແນວຄິດໃນຕໍ່ໜ້າ;
  2. ກອງປະຊຸມຈະໄດ້ພ້ອມກັນປະກອບຄວາມຄິດຄວາມເຫັນກ່ຽວກັບວິທີການ, ມາດຕະການຂອງການດຳເນີນວຽກງານການເມືອງ-ແນວຄິດ ໃນສະເພາະໜ້າ ແລະ ຊຸມປີຕໍ່ໆໄປ ແນໃສ່ເຮັດໃຫ້ວຽກງານແນວຄິດຕິດພັນກັບຂະບວນການວຽກງານຕົວຈິງໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ເປັນຕົ້ນແມ່ນຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບທີ່ໜັກແໜ້ນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການແຂ່ງຂັນຮັກຊາດພັດທະນາ.
  3. ພິເສດ, ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຊຶ່ງຈະກາຍເປັນທິດນຳໃຫ້ແກ່ການນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດ ໄປສູ່ຄຸນນະພາບໃໝ່.