ຄອສພ ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ : “ການກຽມຄວາມພ້ອມໃນການປ້ອງກັນ ແລະ ຮັບມືກັບໄພຄຸກຄາມທາງໄຊເບີ”

ຄອສພ ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ : “ການກຽມຄວາມພ້ອມໃນການປ້ອງກັນ ແລະ ຮັບມືກັບໄພຄຸກຄາມທາງໄຊເບີ

ໃນວັນທີ 21 ພະຈິກ 2022,  ກົມຂໍ້ມູນຂ່າວສານ, ກົມໂຄສະນາ, ວາລະສານອະລຸນໃໝ່ ແລະ ໜັງສືພິມປະຊາຊົນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມການຝຶກອົບຮົມໃນຫົວຂໍ້: ການກຽມຄວາມພ້ອມໃນການປ້ອງກັນ ແລະ ຮັບມືກັບໄພຄຸກຄາມທາງໄຊເບີ ຢູ່ທີ່ຫ້ອງປະຊຸມທາງໄກຄະນະໂຄສະນາອົບຮົມສູນກາງພັກ  ນຳພາເຂົ້າຮ່ວມຝຶກອົບຮົມໂດຍທ່ານ ນ. ມອນ​ສະ​ຫວັນ​ ແສນ​ໄຕ ຮອງ​ຫົວ​ໜ້າ​ກົມ​ຂໍ້​ມູນ​ຂ່າວ​ສານ ມີບັນດາມາຈາກພາກສ່ວນກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອແນ່ໃສ່ຍົກລະດັບລະດັບຄວາມຮູ້, ຄວາມສາມາດ ກ່ຽວກັບວຽກງານການປ້ອງກັນ ແລະ ຮັບມືກັບໄພຄຸກຄາມທາງໄຊເບີ, ເພື່ອກຽມພ້ອມ ຮັບມືກັບໄພຄຸກຄາມທາງໄຊເບີທີ່ນັບມື້ນັບເພີ່ມຂຶ້ນເລື້ອຍໆ ໂດຍສະເພາະແມ່ນ ເຄື່ອງມືທີ່ທັນສະໄໝລະບົບດິຈິຕອນ(digital domain), ຄວາມປອດໄພ ແລະ ຮັບປະກັນການກ້າວເຂົ້າສູ່ຍຸກເສດຖະກິດຈິຕອນທີ່ທັນສະໄໝໃຫມີຄວາມສະຫງົບສຸກ.