ຖະແຫຼງຂ່າວຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ຕໍ່ສື່ມວນຊົນ

ຖະແຫຼງຂ່າວຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ຕໍ່ສື່ມວນຊົນ

ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຜູ້ປະຈໍາການຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໄດ້ຖະແຫຼງຂ່າວຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ຕໍ່ສື່ມວນຊົນໃນວັນທີ 18 ພະຈິກນີ້ ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກວ່າ: ກອງປະຊຸມຄັ້ງນີ້ໄດ້ດໍາເນີນພາຍໃຕ້ຫົວຂໍ້: “ເພີ່ມທະວີການນໍາພາຂອງພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊີ່ງວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່”. ກອງປະຊຸມໄດ້ຮັບຮອງເອົາການຖອດຖອນບົດຮຽນແຫ່ງພຶດຕິກໍາຕົວຈິງໃນວຽກງານການເມືອງ-ແນວຄິດບາງປະການດັ່ງນີ້:

1). ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ຢ່າງປະດິດສ້າງທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກໃຫ້ສອດຄ່ອງກັບເງື່ອນໄຂໃໝ່, ຄົ້ນຄວ້າກໍາແໜ້ນ ແລະ ເປັນເຈົ້າການຜັນຂະຫຍາຍໃຫ້ເປັນແຜນງານ, ເປັນໂຄງການລະອຽດທັງມີການຊີ້ນໍາ-ບັນຊາຢ່າງແທດເຖິງ, ທັນການ ແລະ ຕໍ່ເນື່ອງເປັນອົງປະກອບສໍາຄັນຮັບ ປະກັນໃຫ້ແກ່ການເຄື່ອນໄຫວວຽກງານການເມືອງ-ແນວຄິດ.

2). ຕ້ອງຍົກລະດັບການຄົ້ນຄວ້າທິດສະດີ-ພຶດຕິກໍາ ເພື່ອນໍາໄປເຖິງການອະທິບາຍ, ຕອບແກ້ບັນຫາທີ່ຕັ້ງຂຶ້ນ, ເປີດທາງໃຫ້ແກ່ການເຄື່ອນໄຫວບຸກເບີກປະດິດສ້າງໃໝ່ ແລະ ສ້າງການຫັນປ່ຽນໃໝ່ໃນການຄິດ, ການເຄື່ອນໄຫວ, ພ້ອມທັງຍົກລະດັບຄວາມສາມາດໃນການນໍາພາຂອງຖັນແຖວພະນັກງານ-ສະມາຊິກພັກ, ເປັນເຈົ້າການຈັດຕັ້ງນໍາພາການຜັນຂະຫຍາຍເຂົ້າສູ່ຕົວຈິງ, ມີຄວາມຮັບຜິດຊອບ ແລະ ບັນລຸໝາກຜົນຕົວຈິງ.

3). ການເຮັດວຽກງານການເມືອງ-ແນວຄິດຕ້ອງຕິດແໜ້ນກັບວຽກງານຈັດຕັ້ງ

ພັກ-ພະນັກງານ, ວຽກງານເສດຖະກິດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕົວຈິງຢູ່ພາຍໃນພັກ ແລະ ໃນສັງຄົມ, ການເວົ້າຕ້ອງໄປຄຽງຄູ່ກັບການກະທໍາ, ສ້າງການຫັນປ່ຽນຢ່າງແທ້ຈິງແມ່ນໜຶ່ງໃນປັດໄຈຕັດສິນການນໍາພາການເມືອງ-ແນວຄິດ.

4). ການເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງ, ການຕັດສິນໃຈກໍ່ສ້າງ-ບໍາລຸງຖັນແຖວພະ ນັກງານໃຫ້ມີຄວາມຮູ້, ມີຄວາມສາມາດ ແລະ ມີຄວາມສຳນິຊໍານານໃນວິຊາສະເພາະ, ການໃຫ້ຄວາມສໍາຄັນສ້າງເງື່ອນໄຂອໍານວຍຄວາມສະ ດວກທີ່ຈໍາເປັນຕິດພັນກັບການຫັນເປັນທັນສະໄໝ ແລະ ປັບປຸງກົນໄກຕ່າງໆຢ່າງເໝາະສົມ, ຮອບດ້ານ, ເປັນລະບົບແມ່ນພື້ນຖານສໍາຄັນໃນການຂັບເຄື່ອນປະສິດທິຜົນວຽກງານການ ເມືອງ-ແນວຄິດຂອງພັກ.

ເພື່ອສືບຕໍ່ເສີມຂະຫຍາຍໝາກຜົນໃນການນໍາພາຊີ້ນໍາວຽກງານການເມືອງ-ແນວຄິດໃນຊຸມປີຜ່ານມາ, ກອງປະຊຸມໄດ້ເປັນເອກະພາບສືບຕໍ່ຢຶດໝັ້ນ 6 ທັດສະນະພື້ນຖານຂອງພັກກ່ຽວກັບວຽກງານການເມືອງ-ແນວຄິດ, ພ້ອມນັ້ນກໍກໍານົດອອກທິດທາງ, ຄາດໝາຍລວມຮອດປີ 2025 ຄື:

1.​ ທິດທາງຂອງວຽກງານການເມືອງ-ແນວຄິດໃນຊຸມປີຕໍ່ໜ້າຕ້ອງສ່ອງແສງໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບຄວາມເປັນເອກະພາບທາງດ້ານແນວຄິດຕໍ່ເສັ້ນທາງກ້າວເດີນຂອງປະເທດຊາດ ແລະ ຄວາມເປັນອັນໜຶ່ງອັນດຽວຂອງຊາດລາວ, ການແກ້ໄຂບັນຫາແນວຄິດຖືເປັນພື້ນຖານຂອງການແກ້ໄຂບັນຫາທັງໝົດ, ວຽກງານແນວຄິດຕິດພັນກັບຄວາມເປັນແບບຢ່າງນໍາໜ້າ, ຄ່ານິຍົມຂອງຄະນະພັກ ແລະ ສະມາຊິກພັກ, ພະນັກງານ, ຍົກສູງບົດບາດ, ຄວາມເປັນແບບຢ່າງ ແລະ ລັກສະນະນໍາໜ້າຂອງພັກໃນການນໍາພາແກ້ໄຂບັນຫາຕົວຈິງຢູ່ພາຍໃນພັກ ແລະ ໃນສັງຄົມ.

  1. ຄາດໝາຍໃຫຍ່ຂອງວຽກງານການເມືອງ-ແນວຄິດທີ່ຕ້ອງໄດ້ບັນລຸແມ່ນຕ້ອງຖືຈຸດໝາຍລວມແຫ່ງການນໍາພາປະເທດຊາດກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຕິດພັນກັບການຍົກສູງນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ, ສ້າງຊາດລາວໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລເປັນພື້ນຖານສໍາຄັນ.

ເພື່ອບັນລຸທິດທາງ, ຄາດໝາຍລວມນັ້ນກອງປະຊຸມໄດ້ຮັບຮອງເອົາ 7 ວຽກງານຈຸດສຸມເພື່ອສູ້ຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຈິງໂດຍມອບໃຫ້ແຕ່ລະອົງຄະນະພັກຊີ້ນໍາຈັດຕັ້ງດໍາເນີນການຄົ້ນຄວ້າເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນດັ່ງກ່າວໃຫ້ເປັນລະບົບ, ເລິກເຊິ່ງ ແລະ ມີຄວາມເປັນເອກະພາບກັນສູງ ໂດຍສະເພາະແມ່ນບັນດາສະຫາຍສະມາຊິກພັກ-ພະນັກງານຕ້ອງເປັນເຈົ້າການກໍາແໜ້ນ ແລະ ຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຢ່າງປະດິດສ້າງ ແລະ ເປັນແບບຢ່າງນໍາໜ້າຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຕົວຈິງ.

  1. ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໄດ້ຮັບກຽດຢ່າງສູງ ແລະ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ຊຶ່ງໄດ້ຍົກໃຫ້ເຫັນຄວາມຈໍາເປັນທີ່ພວກເຮົາຕ້ອງໄດ້ເພີ່ມທະວີການນໍາພາຂອງພັກຕໍ່ວຽກງານການເມືອງ-ແນວຄິດມີການຫັນປ່ຽນໄປສູ່ຄຸນນະພາບໃໝ່, ຕອບສະໜອງການເລັ່ງທວງຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ, ທັງໄດ້ເນັ້ນໜັກທິດທາງ, ຄາດໝາຍໃຫຍ່ ຕ້ອງໄດ້ສູ້ຊົນປະຕິບັດ.
  2. ກອງປະຊຸມຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນທີ່ຍາມໃດກໍເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນໃນທົ່ວປວງຊົນ, ມີຄວາມອຸ່ນອ່ຽນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງ ຂອງລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປະຕິວັດກໍຄືການປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕະຫຼອດໄລຍະຜ່ານມາອັນໄດ້ເປັນກໍາລັງແຮງສໍາຄັນໃຫ້ແກ່ການສ້າງພື້ນຖານ ແລະ ຖ່ວງທ່າໃນການນໍາເອົາປະເທດເຮົາຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ.
  3. ກອງປະຊຸມມອບໃຫ້ຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນນໍາເອົາເນື້ອໃນຈິດໃຈຂອງບົດສະຫຼຸບຕີລາຄາສະພາບວຽກງານການເມືອງ-ແນວຄິດຕໍ່ກອງປະຊຸມຄັ້ງນີ້ ແລະ ຄໍາເຫັນຊີ້ນໍາຂອງສະຫາຍ ເລຂາທິການໃຫຍ່ໄປຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດເຂົ້າສູ່ຂະບວນການວຽກງານຕົວຈິງ.