ພິທີວາງພວງມາມາລາ ເພື່ອໄວ້ອາໄລເຖິງດວງວິນຍານຂອງ ທ່ານ ສຸກສາຄອນ ສິມມາລາວົງ ອະດີດພະນັກງານສັງກັດຢູ່ໜັງສືພິມປະຊາຊົນ ຄອສພ.

 

 

ພິທີວາງພວງມາມາລາ ເພື່ອໄວ້ອາໄລເຖິງດວງວິນຍານຂອງ ທ່ານ ສຸກສາຄອນ ສິມມາລາວົງ ອະດີດພະນັກງານສັງກັດຢູ່ໜັງສືພິມປະຊາຊົນ ຄອສພ.

 ໃນຕອນເຊົ້າ ວັນທີ 31 ຕຸລາ 2022 ຕາງໜ້າຄະນະພັກ ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ອານົງສັກ ອິນທະວົງ ກຳມະການພັກ, ຫົວໜ້າກົມຈັດຕັ້ງພະນັກງານ ພ້ອມດ້ວຍຄະນະ  ໄດ້ເຂົ້າວາງພວງມາລາ ເພື່ອໄວ້ອາໄລເຖິງດວງວິນຍານ   ຂອງ ທ່ານ ສຸກສາຄອນ ສິມມາລາວົງ ອະດີດພະນັກງານສັງກັດຢູ່ໜັງສືພິມປະຊາຊົນ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ເຖິງແກ່      ມໍລະນະກຳ ໃນວັນທີ  29 ຕຸລາ 2022 ຢູ່ທີ່ ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.

ໃນທ່າມກາງຄວາມໂສກເສົ້າເສຍໃຈໃນການຈາກໄປ ຂອງ ທ່ານ ສຸກສາຄອນ ສິມມາລາວົງ ຄະນະໂຄສະນາອົບຮົມສູນກາງພັກ ຂໍສະແດງຄວາມອາໄລອາວອນ ແລະ ແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ໜັງສືພິມປະຊາຊົນ ໂດຍສະເພາະ ຕໍ່ຄອບຄົວ,  ຍາດຕິພີ່ນ້ອງ ຂອງ ທ່ານ ສຸກສາຄອນ ສິມມາລາວົງ ມານະໂອກາດນີ້ດ້ວຍ.